ໜ້າຫຼັກ / ການເຄື່ອນໄຫວ / ອົງການ ເຈວີຊີ ປູກຕົ້ນໄມ້ ແລະປ່ອຍປາ ເຂດວັງສະຫງວນຫ້ວຍຍືດ

ອົງການ ເຈວີຊີ ປູກຕົ້ນໄມ້ ແລະປ່ອຍປາ ເຂດວັງສະຫງວນຫ້ວຍຍືດ

17 Jun 2024 | ພຸດທະສອນ |

ວັນທີ 17 ມິຖຸນາ ນີ້, ອົງການອາສາສະໝັກຍີ່ປຸ່ນ ເຈວີຊີ (JVC), ຊຶ່ງນໍາໂດຍ ທ່ານ ຫຸມພັນ ແສງຈັນທອງ ຜູ້ປະສານງານອົງການ ເຈວີຊີ, ມີທ່ານ ສະໜອງ ສິມມາວັດ ຫົວຫນ້າຫ້ອງການກະສິກຳ ແລະປ່າໄມ້ເມືອງລະມາມ, ມີອາສາສະໝັກຍີ່ປຸ່ນ ພ້ອມດ້ວຍອຳນາດການປົກຄອງບ້ານ, ຫນ່ວຍງານລາດຕະເວນ ແລະປະຊາຊົນເຂົ້າຮ່ວມ.

ທ່ານ ຫຸມພັນ ແສງຈັນທອງ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ອົງການ ເຈວີຊີ ໄດ້ສະຫນັບສະຫນູນທຶນຮອນຈໍານວນຫນຶ່ງ ເຂົ້າໃນໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະເປັນມິດກັບສິ່ງແວດລ້ອມ ໃນການປະຕິບັດກິດຈະກຳຕ່າງໆ ເປັນຕົ້ນກ່ຽວກັບການຟື້ນຟູຊີວະນາໆພັນ, ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຊາວບ້ານເປົ້າໝາຍ ໃນການຄຸ້ມຄອງຊັບພະຍາກອນທໍາມະຊາດເພື່ອໃຫ້ມີຄວາມຍືນຍົງ ແລະ ການປູກຈິດສໍານຶກໃນການຄຸ້ມຄອງຊັບພະຍາກອນທໍາມະຊາດຂອງຊຸມຊົນ; ຊຶ່ງເບ້ຍໄມ້ທີ່ນໍາປູກໃນມື້ນີ້ປະກອບມີ: ໄມ້ແຄນ ແລະໄມ້ຂາມ 150 ເບ້ຍ, ຊຶ່ງໄດ້ປູກຢູ່ຂອບເຂດວັງສະຫງວນຫ້ວຍຍືດ ແລະມີປາກິນຫຍ້າ ແລະປາໄນ 1 ພັນກວ່າໂຕ, ທີ່ນໍາໄປປ່ອຍຄືນສູ່ທໍາມະຊາດວັງສະຫງວນດັ່ງກ່າວ, ນອກນີ້ ຍັງມີຫມາກຖົ່ວດິນ 10 ກວ່າກິໂລ ເພື່ອໃຫ້ປະຊາຊົນທົດລອງປູກສັບຫວ່າງສວນມັນຕົ້ນ ເພື່ອເປັນການປັບປຸງດິນ. ທັງນີ້ ເພື່ອເປັນການສ້າງຂະບວນການເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ ແລະວັນປ່ອຍປາແຫ່ງຊາດ 13 ກໍລະກົດ ເພື່ອເປັນການຟື້ນຟູຊີວະນາໆພັນ ໃຫ້ມີຄວາມອຸດົມສົມບູນຂຶ້ນຕື່ມ ແລະເພື່ອປ່ອຍປາຄືນສູ່ທໍາມະຊາດຕື່ມອີກ.

ໂອກາດນີ້ ທ່ານ ສະໜອງ ສິມມາວັດ  ກໍໄດ້ສະແດງຄວາມຂອບໃຈມາຍັງອົງການ ເຈວີຊີ ທີ່ສະຫນັບສະຫນູນທຶນຮອນເຂົາໃສ່ກິດຈະກຳດັ່ງກ່າວ ແລະຮຽກຮ້ອງມາຍັງອໍານາດການປົກຄອງບ້ານ ແລະປະຊາຊົນ  ເປັນເຈົ້າການເອົາໃຈໃສ່ຮ່ວມກັນໃນການເບິ່ງແຍງດູແລ, ຮັກສາຕົ້ນໄມ້ທີ່ປູກແລ້ວ ຕ້ອງມີການບົວລະບັດຮັກສາໃຫ້ຍືນຍົງ, ພ້ອມທັງໃຫ້ມີການປະຕິບັດວິໄນຕໍ່ຜູ້ລະເມີດ-ບຸກລຸກປ່າ ຕາມລະບຽບກົດໝາຍຢ່າງເຂັ້ມງວດ.

Share:

ຂ່າວຫຼ້າສຸດ

ເສດຖະກິດ

5 ປີ ເມືອງດາກຈຶງ ຕ້ອງການທຶນເພື່ອພັດທະນາພື້ນຖານໂຄງລ່າງ 340 ຕື້ກວ່າກີບ

  • 17 Jun 2025
  • ຂ່າວ-ພາບ: ສັນຍາ

ໃນ 5 ປີຕໍ່ໜ້າ (2025-2029) ເມືອງດາກຈຶງ...

ອ່ານເພີ່ມ

ເສດຖະກິດ

ເຂື່ອນໄຟຟ້າ ຫ້ວຍລຳພັນຕອນລຸ່ມ ຈໍາໜ່າຍພະລັງງານໄຟຟ້າ ໄດ້ 204.919.077 ກິໂລວັດໂມງ

  • 17 Jun 2025
  • ພຸດທະສອນ

ທ່ານ ສະນິດ ໄຊຍະສິດ...

ອ່ານເພີ່ມ

ກະສິກຳ

ບໍລິສັດ ຫ້ວຍລໍາພັນຕອນລຸ່ມ ຈັດພິທີປູກຕົ້ນໄມ້ ແລະປ່ອຍປາຄືນສູ່ທໍາມະຊາດ

  • 11 Jun 2025
  • ພຸດທະສອນ

ວັນທີ 11 ມິຖຸນາ 2025 ນີ້,...

ອ່ານເພີ່ມ

ການເມືອງ

ຄະນະພັກຮາກຖານຫ້ອງວ່າການແຂວງ ເລືອກເອົາຜູ້ແທນສົມບູນ ແລະສໍາຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ອົງຄະນະພັກແຂວງ

  • 09 Jun 2025
  • ພຸດທະສອນ

ໃນວັນທີ 10 ມິຖຸນາ 2025 ນີ້,...

ອ່ານເພີ່ມ