ໜ້າຫຼັກ / ການເຄື່ອນໄຫວ / ປະທານ ປກຊ-ປກສ ແຂວງຊີ້ນໍາຫຼາຍບັນຫາ ໃຫ້ຄະນະກໍາມະການສືບຕໍ່ປະຕິບັດ

ປະທານ ປກຊ-ປກສ ແຂວງຊີ້ນໍາຫຼາຍບັນຫາ ໃຫ້ຄະນະກໍາມະການສືບຕໍ່ປະຕິບັດ

09 Aug 2024 | ຂ່າວ-ພາບ: ສັນຍາ |

ໃນໂອກາດມີຄໍາເຫັນໂອ້ລົມ ກອງປະຊຸມສະຫຼຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) ທົ່ວແຂວງເຊກອງ ປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2024 ໃນວັນທີ 9 ສິງຫາ 2024 ສະຫາຍ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງເຊກອງ, ປະທານຄະນະກຳມະການ ປກຊ-ປກສ ແຂວງ ໄດ້ມີຄຳເຫັນຊີ້ນໍາໃຫ້ຄະນະກໍາມະການ ປກຊ-ປກສ ແຕ່ລະຂັ້ນ ສືບຕໍ່ສຶກສາອົບການເມືອງ-ນໍາພາແນວຄິດ ພະນັກງານ-ນັກຮົບສອງກໍາລັງປະກອບອາວຸດ ເພື່ອໃຫ້ກໍາໄດ້ຍຸດທະສາດ-ຍຸດໂທບາຍ, ແນວທາງວຽກງານ ປກຊ-ປກສ ຂອງພັກ ແນໃສ່ສ້າງການຫັນປ່ຽນດ້ານແນວຄິດຈິນຕະນາການ, ຫັນປ່ຽນວິທີຄິດ-ວິທີເຮັດ ຈາກອັນເກົ່າໄປສູ່ອັນໃໝ່ທີ່ກ້າວໜ້າ ແລະ ມີວິທະຍາສາດທັນສະໄໝ; ສ້າງພະນັກງານ-ນັກຮົບທັດສະນະຫຼັກໝັ້ນ, ມີສະຕິລະວັງຕົວ, ຮູ້ຈໍາແນກມິດ-ສັດຕູຈະແຈ້ງ, ມີນໍ້າໃຈເສຍສະຫຼະ, ຮັກຊາດ ແລະ ຮັບໃຊ້ປະຊາຊົນ ໃຫ້ສົມກັບຄໍາເວົ້າທີ່ວ່າ “ ກໍາລັງປະກອບອາວຸດ ແມ່ນມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ “.

ປະທານ ປກຊ-ປກສ ແຂວງ ຍັງກ່າວຕື່ມວ່າ: ປັດຈຸບັນ ສປປ ລາວ ກໍຄືແຂວງເຊກອງພວກເຮົາ ພົບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ບັນຫາເງິນເຟີ້, ລາຄາສິນຄ້າສູງ, ບັນຫາຢາເສບຕິດ ແລະ ກຸ່ມຄົນບໍ່ຫວັງດີອອກແຮງໂຄສະນາໃສ່ຮ້າຍປ້າຍສີຕໍ່ການນໍາພາຂອງພັກ-ລັດ ດ້ວຍຫຼາຍຮູບຫຼາຍສີ. ສະນັ້ນ, ກໍາລັງປະກອບອາວຸດ ຕ້ອງເປັນເຈົ້າການເຂົ້າຮ່ວມແກ້ໄຂບັນຫາເຫຼົ່ານັ້ນ ຕາມພາລະບົດບາດດ້ວຍຄວາມຮັບຜິດຊອບສູງ ໂດຍສຸມໃສ່ປະຕິບັດ 2 ວາລະແຫ່ງຊາດ ແກ້ໄຂບັນຫາຢາເສບຕິດ, ສ້າງກໍາລັງໃຫ້ປອດຢາເສບຕິດ ຕິດພັນກັບການປະຕິບັດມາດຕະການປະຢັດ, ຕ້ານການຟຸມເຟືອຍ, ສ້າງພາລາທິການກັບທີ່, ເພີ່ມພູນຜະລິດຜົນ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສ້າງທັດສະນະແນວຄິດ ແລະ ການດໍາລົງຊີວິດແບບກະທັດລັດ, ປອດໃສ-ຂາວສະອາດ, ສົ່ງເສີມຄ່ານິຍົມທີ່ຊົມໃຊ້ ຜະລິດຕະພັນ ແລະ ເສດຖະກິດຂອງທ້ອງຖິ່ນ; ປັບປຸງແບບແຜນນໍາພາ-ວິທີເຮັດວຽກ, ປະຕິບັດຫຼັກການນໍາພາລວມສູນປະຊາທິປະໄຕຂອງພັກ;  ປະຕິ ບັດລະບຽບ-ວິໄນ ຂອງກໍາລັງປະກອບວຸດຢ່າງເຂັ້ມງວດ ໂດຍສະເພາະລະບອບປະຈໍາການ, ລະບອບການກຽມພ້ອມສູ້ຮົບ-ປະຈັນບານ; ປັບປຸງ ແລະ ກໍ່ສ້າງກໍາລັງ, ຝຶກອົບຮົມຫັດແອບ, ຮໍ່າຮຽນສິລະປະຍຸດ-ຍຸດທະວິທີ, ການນໍາໃຊ້ວັດຖຸ-ອຸປະກອນເຕັກນິກ ໃຫ້ມີຄວາມຊໍານິຊໍານານ ແລະ ມີປະສິດທິພາບສູງ; ໂຄສະນາເຜີຍແຜ່ຜົນງານ ແລະ ຜົນສໍາເລັດຂອງກົມກອງໃຫ້ສັງຄົມຮັບຮູ້ ແນໃສ່ສ້າງຄວາມເຊື່ອໝັ້ນ, ໄວ້ວາງໃຈຕໍ່ກໍາລັງປະກອບອາວຸດ; ຕ້ານບັນຫາປະກົດການຫຍໍ້ທໍ້ຕ່າງໆບໍ່ໃຫ້ເກີດຂຶ້ນໃນກໍາລັງທ້ອງຖິ່ນ ໂດຍສະເພາະບັນຫາຫາງສຽງຄົນເຈົ້າ-ຄົນຂ້ອຍ ແລະ ກຽມພ້ອມດ້ານຕ່າງໆ ເພື່ອຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດ ທີ່ອາດຈະເກີດຂຶ້ນໃນລະດູຝົນ.

ໂອກາດນີ້, ສະຫາຍ ເຫຼັກໄຫຼ ສີວິໄລ ຍັງໄດ້ຍ້ອງຍໍຊົມເຊີຍສອງກໍາລັງປະກອບອາວຸດ ກໍຄືຄະນະກໍາມະການ ປກຊ-ປກສ ແຂວງ ໄດ້ເອົາໃຈໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມ ເປັນຕົ້ນ ແມ່ນບັນຫາລັກລອບຊັບພະຍາກອນປ່າໄມ້-ແຮ່ທາດ, ບັນຫາຢາເສບຕິດ, ຂີ້ລັກງັດແງະ, ອຸບັດເຫດໃນການໃຊ້ລົດໃຊ້ຖະໜົນ ແລະ ອື່ນໆ ຊຶ່ງເປັນການປະກອບສ່ວນສໍາຄັນເຮັດໃຫ້ເເຂວງພວກເຮົາ ສືບຕໍ່ມີຄວາມສະຫງົບ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ປະຊາຊົນມີຄວາມສາມັກຄີປອງດອງ, ບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໄດ້ຮັບການແກ້ໄຂນັບມື້ດີຂຶ້ນເປັນກ້າວໆ.

Share:

ຂ່າວຫຼ້າສຸດ

ສຶກສາ-ກິລາ

ພບ ແຂ່ງຂັນກິລາບານເຕະ ເພື່ອສ້າງຂະບວນການຕ້ອນຮັບກອງປະຊຸມໃຫ່ຍ 3 ຂັ້ນຂອງພັກ

  • 25 Apr 2025
  • ພຸດທະສອນ

ໃນຕອນແລງວັນທີ 24 ເມສາ ນີ້,...

ອ່ານເພີ່ມ

ເສດຖະກິດ

5 ປີຕໍ່ໜ້າ ເມືອງລະມາມ ຈະພັດທະນາເສດຖະກິດໃຫ້ຂະຫຍາຍຕົວ 6%

  • 08 Apr 2025
  • ຂ່າວ-ພາບ: ສັນຍາ

ໃນ 5 ປີຕໍ່ໜ້າ ກໍຄື (2025-2029) ເມືອງລະມາມ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ສຍ ເອົາໃຈໃສ່ສຶກສາອົບຮົມແມ່ຍິງບັນດາເຜົ່າ ເພື່ອຫຼີກລຽງການຕົກເປັນເຫຍື່ອຂອງການຄ້າມະນຸດ

  • 07 Apr 2025
  • ພຸດທະສອນ

ວຽກງານການຕ້ານການຄ້າມະນຸດ...

ອ່ານເພີ່ມ

ເສດຖະກິດ

ເສວະນາ ການດໍາເນີນທຸລະກິດ ຂອງລັດວິສາຫະກິດໄຟຟ້າ ແລະ ການປັງປຸງໂຄງສ້າງລາຄາໄຟຟ້າໃໝ່

  • 03 Apr 2025
  • ຂ່າວ-ພາບ: ສັນຍາ

ກອງປະຊຸມເສວະນາ...

ອ່ານເພີ່ມ