ໜ້າຫຼັກ / ການເຄື່ອນໄຫວ / ໂຮງຮຽນລ້ຽງ-ອະນຸບານແຂວງ ແລກປ່ຽນບົດຮຽນກັບໂຮງຮຽນອະນຸບານເດັກດີ

ໂຮງຮຽນລ້ຽງ-ອະນຸບານແຂວງ ແລກປ່ຽນບົດຮຽນກັບໂຮງຮຽນອະນຸບານເດັກດີ

29 Nov 2024 | ພຸດທະສອນ |

ໃນວັນທີ 28 ພະຈິກ ນີ້, ໂຮງຮຽນລ້ຽງເດັກ-ອະນຸບານແຂວງ ໄດ້ຈັດກິດຈະກຳແລກປ່ຽນ ຖອດຖອນບົດຮຽນການຮຽນ-ການສອນ ກັບໂຮງຮຽນອະນຸບານເດັກດີ (ພາກເອກະຊົນ), ການແລກປ່ຽນບົດຮຽນຄັ້ງນີ້ ເພື່ອແນໃສ່ ສົ່ງເສີມການຮ່ວມມື ແລະການພັດທະນາຄຸນນະພາບຂອງຄູ ແລະນັກຮຽນທັງສອງໂຮງຮຽນ. ໂດຍມີຕາງໜ້າຈາກຂະແໜງການສຶກສາກ່ອນໄວຮຽນ ພະແນກສຶກສາທິການ ແລະກິລາ ແຂວງ, ເມືອງ, ອຳນວຍການ ແລະຄູສອນທັງສອງໂຮງຮຽນເຂົ້າຮ່ວມ.
ທ່ານ ນາງ ອານົງ ນິລັດຖະ ຄູສອນໂຮງຮຽນລ້ຽງເດັກ-ອະນຸບານແຂວງໄດ້ກ່າວວ່າ ການແລກປ່ຽນ ຖອດຖອນບົດຮຽນໃນຄັ້ງນີ້ ແມ່ນເນັ້ນໃສ່ ວຽກວິຊາການ ແລະວຽກບໍລິຫານ, ໂດຍສະເພາະ ການແບ່ງປັນຄວາມຮູ້ດ້ານການສອນໃຫ້ເດັກອະນຸບານ ແລະການເຮັດກິດຈະກຳວົງມົນ ແລະກິດຈະກຳອື່ນໆ ໃນຫ້ອງລ້ຽງເດັກຂອງໂຮງຮຽນອະນຸບານເດັກດີ ມີເຕັກນິກແນວໃດແດ່ ໃນການສິດສອນທີ່ເຮັດໃຫ້ນັກຮຽນຈື່ຈໍາໄດ້ດີ, ຊຶ່ງຈະໄດ້ນຳເອົາຜົນຂອງການແລກປ່ຽນບົດຮຽນໃນຄັ້ງນີ້ ໄປຫມູນໃຊ້ເຂົ້າໃນການສອນຂອງພວກເຮົາໃຫ້ມີປະສິດທິພາບຫລາຍຂຶ້ນ.
ທ່ານ ນາງ ພູວັນ ຈັນປະດິດ ອໍານວຍການໂຮງຮຽນເດັກດີໃຫ້ຮູ້ວ່າ: ສໍາລັບຊັ້ນອະນຸບານ ໄດ້ຈັດການຮຽນ-ການສອນສໍາລັບເດັກກ່ອນໄວຮຽນ ໂດຍປະຕິບັດຕາມຫຼັກສູດ 8 ໜ່ວຍການສອນຂອງກະຊວງສຶກສາທິການ ແລະ ກິລາ ວາງອອກ, ນໍາໃຊ້ຫຼັກສູດເສີມຂອງໂຮງຮຽນຄື: ພາກຂຽນ ແລະ ພາກອ່ານ (ພາສາລາວ, ຄະນິດສາດ ແລະ ພາສາອັງກິດ) ແລະ ການນໍາໃຊ້ປື້ມຕິດຕາມພັດທະນາການຮຽນຂອງເດັກເຊັ່ນ: ປຶ້ມຫັດຂຽນ 1 ຫົວ ແລະ ປຶ້ມວຽກບ້ານ 1 ຫົວ, ຈາກນັ້ນ ໄດ້ມີການລາຍງານພັດທະນາການຂອງເດັກກ່ອນໄວຮຽນໃນທຸກໆອາທິດໂດຍການໂອ້ລົມນໍາຜູ້ປົກຄອງສ່ວນຕົວ ຫຼື ຜ່ານກຸ່ມທາງອອນລາຍ, ພ້ອມທັງໄດ້ມີການວັດ ແລະ ປະເມີນຜົນ ແລະລາຍງານຜົນການຮຽນຂອງນັກຮຽນຊັ້ນອະນຸບານໃຫ້ຜູ້ປົກຄອງຮັບຮູ້ເປັນພາກ ແລະ ມີການມອບຂອງຂັວນປະຈຳພາກໃຫ້ນັກຮຽນເກັ່ງ, ນອກນີ້ ໄດ້ມີການມອບ ແລະ ກວດວຽກບ້ານໃຫ້ນັກຮຽນທຸກໆມື້.
ສໍາລັບ ກິດຈະກຳໄດ້ນໍາພານັກຮຽນຊັ້ນອະນຸບານເຮັດກິດຈະກຳເຕັ້ນລວມໝູ່ທຸກໆວັນ ຄານ ແລະ ວັນສຸກ, ນໍາພານັກຮຽນຊັ້ນອະນຸບານແຕ່ຫ້ອງລ້ຽງເດັກ ຫາອະນຸບານ3 ເຮັດກິດຈະກຳກາງແຈ້ງ ແລະ ກິດຈະກຳສ້າງສັນ (ວັນຈັນ, ວັນພຸດ, ພະຫັດ), ນໍາພານັກຮຽນອາບນໍ້າ ແລະ ຖູແຂ້ວຫຼັງຕື່ນນອນໃນທຸກໆມື້ ແລະຈັດກິດຈະກຳລວມໝູ່ ລ້າງມືຕາມ 7 ຂັ້ນຕອນ ແລະ ຖູແຂ້ວ 5 ຂັ້ນຕອນໃນເດືອນ 1 ຈະຈັດຢູ່ 2 ຄັ້ງ. ທັງນີ້ເພື່ອເສີມສ້າງຄວາມຮູ້ ຄວາມມ່ວນຊື່ນໃຫ້ກັບນັກຮຽນຕື່ມອີກ.
ຈາກນັ້ນ, ວິຊາການຄູສອນທັງສອງໂຮງຮຽນ ກໍໄດ້ແລກປ່ຽນບົດຮຽນເຊິ່ງກັນ ແລະກັນກ່ຽວກັບ ການຈັດຕັ້ງການຮຽນ-ການສອນ, ການຈັດກິດຈະກຳຕ່າງໆ ໃນຫ້ອງລ້ຽງເດັກ ທີ່ສາມາດເຮັດໃຫ້ນ້ອງໆນັກຮຽນກ່ອນໄວຮຽນຈື່ຈໍາໄດ້ງ່າຍ.

Share:

ຂ່າວຫຼ້າສຸດ

ເສດຖະກິດ

5 ປີ ເມືອງດາກຈຶງ ຕ້ອງການທຶນເພື່ອພັດທະນາພື້ນຖານໂຄງລ່າງ 340 ຕື້ກວ່າກີບ

  • 17 Jun 2025
  • ຂ່າວ-ພາບ: ສັນຍາ

ໃນ 5 ປີຕໍ່ໜ້າ (2025-2029) ເມືອງດາກຈຶງ...

ອ່ານເພີ່ມ

ເສດຖະກິດ

ເຂື່ອນໄຟຟ້າ ຫ້ວຍລຳພັນຕອນລຸ່ມ ຈໍາໜ່າຍພະລັງງານໄຟຟ້າ ໄດ້ 204.919.077 ກິໂລວັດໂມງ

  • 17 Jun 2025
  • ພຸດທະສອນ

ທ່ານ ສະນິດ ໄຊຍະສິດ...

ອ່ານເພີ່ມ

ກະສິກຳ

ບໍລິສັດ ຫ້ວຍລໍາພັນຕອນລຸ່ມ ຈັດພິທີປູກຕົ້ນໄມ້ ແລະປ່ອຍປາຄືນສູ່ທໍາມະຊາດ

  • 11 Jun 2025
  • ພຸດທະສອນ

ວັນທີ 11 ມິຖຸນາ 2025 ນີ້,...

ອ່ານເພີ່ມ

ການເມືອງ

ຄະນະພັກຮາກຖານຫ້ອງວ່າການແຂວງ ເລືອກເອົາຜູ້ແທນສົມບູນ ແລະສໍາຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ອົງຄະນະພັກແຂວງ

  • 09 Jun 2025
  • ພຸດທະສອນ

ໃນວັນທີ 10 ມິຖຸນາ 2025 ນີ້,...

ອ່ານເພີ່ມ