ໜ້າຫຼັກ / ການເຄື່ອນໄຫວ / ແຂວງດັກລັກ ມອບອຸປະກອນຮັບໃຊ້ ໃຫ້ພະແນກ ຖວທ ແຂວງເຊກອງ

ແຂວງດັກລັກ ມອບອຸປະກອນຮັບໃຊ້ ໃຫ້ພະແນກ ຖວທ ແຂວງເຊກອງ

05 Dec 2024 | ພຸດທະສອນ |

ເພື່ອເປັນການສືບຕໍ່ຜັນຂະຫຍາຍສາຍພົວພັນຮ່ວມມືແບບພິເສດ ແລະເປັນການປະຕິບັດແນວທາງການຕ່າງປະເທດ ຂອງສອງພັກ-ສອງລັດ, ທັງເປັນການສືບຕໍ່ປະຕິບັດບົດບັນທຶກຊ່ວຍຈໍາ ທີ່ການນໍາທັງສອງແຂວງ ເຊກອງ-ດັກລັກ ໃຫ້ປະກົດຜົນເປັນຈິງ

ວັນທີ 4 ທັນວາ 2024 ນີ້, ທີ່ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວແຂວງເຊກອງ, ທ່ານ ຫຼ້າຍ ດຶກ ດ້າຍ ຮອງຫົວໜ້າພະແນກວັດທະນະທໍາ, ກິລາ ແລະທ່ອງທ່ຽວ ແຂວງດັກລັກ ສສ ຫວຽດນາມ ພ້ອມດ້ວຍຂະແໜງການກ່ຽວຂ້ອງ ໄດ້ມອບອຸປະກອນຮັບໃຊ້ການເຄື່ອນໄຫວວຽກງານວິຊາສະເພາະ ຄື: ຄອມພິວເຕີ 4 ຊຸດ ແລະກ້ອງ 4 ໜ່ວຍ ລວມມູນຄ່າ 260 ລ້ານດົ້ງ ໃຫ້ພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວແຂວງເຊກອງ (ຖວທ) ແຂວງເຊກອງ ສປປ ລາວ,ຊຶ່ງກ່າວຮັບໂດຍທ່ານ ຈັນໄທ ຄໍາມະນີວົງ ຫົວຫນ້າພະແນກ ຖວທ ແຂວງເຊກອງ, ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ຈັນໄທ ຄໍາມະນີວົງ ກ່າວວ່າ: ໃນໄລຍະຜ່ານມາ ຄະນະກໍາມະການປະຊາຊົົນແຂວງດັກລັກ ແລະອົງການປົກຄອງແຂວງເຊກອງ ໄດ້ມີການຮ່ວມມືກັນຫຼາຍດ້ານ ແລະສະເພາະວຽກງານວັດທະນະທໍາ ແລະທ່ອງທ່ຽວ ກໍໄດ້ມີການພົວພັນຮ່ວມມືກັນ ເຊິ່ງໃນປີ 2023  ຜ່ານມາ ພະແນກວັດທະນະທໍາ, ກິລາ ແລະທ່ອງທ່ຽວ ກໍໄດ້ນໍາເອົາສີລະປະ ມາສະແດງແລກປ່ຽນກັບແຂວງເຊກອ ເພື່ອເປັນການຜັນຂະຫຍາຍພົວພັນຮ່ວມມືຂອງສອງແຂວງດັກລັກ-ເຊກອງ ໃຫ້ເຂົ້າສູ່ລວງເລິກ.

Share:

ຂ່າວຫຼ້າສຸດ

ເສດຖະກິດ

ປີນີ້, ເຊກອງ ຈະສູ້ຊົນເກັບລາຍຮັບໃຫ້ໄດ້ 617 ຕື້ກີບ

  • 26 Jan 2025
  • ຂ່າວ-ພາບ: ສັນຍາ

ປີ 2025 ນີ້, ແຂວງເຊກອງ...

ອ່ານເພີ່ມ

ເສດຖະກິດ

ປີ 2024 ເຊກອງ ສົ່ງອອກສິນຄ້າບັນລຸໄດ້ 170 ລ້ານກວ່າໂດລາ

  • 25 Jan 2025
  • ຂ່າວ-ພາບ: ສັນຍາ

ໃນປີ 2024 ຜ່ານມາ, ແຂວງເຊກອງ...

ອ່ານເພີ່ມ

ເສດຖະກິດ

ພະແນກ ອຄ ເຊກອງ ລົງຕິດຕາມກວດກາສິນຄ້າຢູ່ຕະຫລາດ .....

  • 25 Jan 2025
  • ຂ່າວ: ສັນຍາ

ໃນຕອນເຊົ້າວັນທີ 24 ມັງກອນ 2025 ນີ້, ທ່ານ...

ອ່ານເພີ່ມ

ການເມືອງ

ເລຂາພັກແຂວງເຊກອງ ຊີ້ນໍາເມືອງດາກຈຶງກະກຽມຄວາມພ້ອມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງ

  • 25 Jan 2025
  • ຂ່າວ: ສັນຍາ

ໃນໂອກາດເຂົ້າຮ່ວມເປັນປະທານ ແລະ...

ອ່ານເພີ່ມ