ໜ້າຫຼັກ / ການເຄື່ອນໄຫວ / ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງທ່າແຕງ ຄັ້ງທີ VII ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງທ່າແຕງ ຄັ້ງທີ VII ເປີດຂຶ້ນຢ່າງເປັນທາງການ

09 Jan 2025 | ຂ່າວ-ພາບ: ສັນຍາ |

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງທ່າແຕງ ຄັ້ງທີ VII ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 9 ມັງກອນ 2025 ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ແສງລາຕີ ຫລອມຍະເດດ ວ່າການເລຂາພັກເມືອງ ເຈົ້າເມືອງທ່າແຕງ; ໃຫ້ກຽດເຂົ້າຮ່ວມມີສະຫາຍ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງເຊກອງ, ບັນດາສະຫາຍການນໍາຂັ້ນສູນກາງ, ຂັ້ນແຂວງ-ເມືອງ, ແຂກຖືກເຊີນ ແລະ ຜູ້ແທນສົມບູນ ຊຶ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວເມືອງ ເຂົ້າຮ່ວມ.

ສະຫາຍ ແສງລາຕີ ຫລອມຍະເດດ ໄດ້ກ່າວໄຂກອງປະຊຸມວ່າ: ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງທ່າແຕງ ຄັ້ງທີ VII ແມ່ນເຫດການ ການເມືອງທີ່ສໍາຄັນ, ເປັນຂີດໝາຍໃໝ່, ເປັນກົດເກນ ແລະ ບາດລ້ຽວປະຫວັດສາດ ໃນການກໍານົດທິດທາງການພັດທະນາເມືອງທ່າແຕງ ເພື່ອກ້າວສູ່ຈຸດໝາຍທີ່ວາງໄວ້ ດ້ວຍເງື່ອນໄຂ ແລະ ທ່ວງທ່າໃໝ່; ຊຶ່ງກອງປະຊຸມຈະໄດ້ພ້ອມກັນຕີລາຄາຄືນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VI ເພື່ອຊອກໃຫ້ເຫັນຜົນສໍາເລັດດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ສາເຫດ ເພື່ອນໍາໄປແກ້ໄຂໃຫ້ຖືກຕ້ອງ, ວ່ອງໄວ ແລະ ທັນການ ພ້ອມທັງ ຖອດຖອນເອົາເປັນບົດຮຽນທີ່ດີ ເພື່ອນໍາພາ-ຊີ້ນໍາວຽກງານໃນຂັ້ນຕໍ່ໄປ, ບົນພື້ນຖານການວິເຄາະ-ວິໄຈຢ່າງລະອຽດ. ພ້ອມນີ້, ກອງປະຊຸມຈະໄດ້ຮັບຮອງເອົາທິດທາງລວມ, ຄາດໝາຍສູ້ຊົນ ແລະ ໜ້າທີ່ວຽກງານແຕ່ລະດ້ານ ເພື່ອນໍາເອົາເມືອງທ່າແຕງ ໄປສູ່ເປົ້າໝາຍເປັນເມືອງພັດທະນາກະສິກໍາ, ການຄ້າ ແລະ ການບໍລິການ, ເສດຖະກິດຂະຫຍາຍຕົວນັບມື້ເພີ່ມຂຶ້ນ ຕາມທິດສີຂຽວ ແລະ ຍືນຍົງ.

ພ້ອມນີ້, ຜູ້ແທນກອງປະຊຸມຈະໄດ້ໃຊ້ສິດປະຊາທິປະໄຕ ຂອງຕົນ ດໍາເນີນການເລືອກເອົາຄະນະບໍລິຫານງານພັກເມືອງ ສະໄໝທີ VII ເຊິ່ງເປັນການນໍາສູງສຸດ ຂອງພັກຂັ້ນເມືອງ, ເປັນໃຈກາງເຕົ້າໂຮມຄວາມສາມັກຄີ, ສືບຕໍ່ນໍາພາ-ຊີ້ນໍາປະຊາຊົນເມືອງທ່າແຕງ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ ເຂົ້າສູ່ຂະບວນການຕົວຈິງ ແລະ ໃຫ້ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້. ພ້ອມທັງ, ສືບຕໍ່ເສີມຂະຫຍາຍຄໍາຂັວນທີ່ວ່າ “ ເພີ່ມທະວີການນຳພາຂອງອົງຄະນະພັກເມືອງ ແນໃສ່ສ້າງເປັນເມືອງ ທີ່ມີລະບົບການເມືອງເຂັ້ມແຂງ ເປັນແຫລ່ງຜະລິດກະສິກໍາສະອາດ ທໍາມະຊາດສີຂຽວ ການທ່ອງທ່ຽວວັດທະນາທໍາ-ປະຫວັດສາດ ຕິດພັນກັບການສ້າງເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ”.

Share:

ຂ່າວຫຼ້າສຸດ

ເສດຖະກິດ

5 ປີຜ່ານມາ ແຂວງເຊກອງ ມີໂຄງການລົງທຶນເອກະຊົນ 37 ໂຄງການ

  • 10 Feb 2025
  • ພຸດທະສອນ

ທ່ານ ກອງດາວັນ ວົງສາ...

ອ່ານເພີ່ມ

ການເມືອງ

ໜ່ວຍພັກບໍລິຫານ-ຈັດຕັ້ງ, ກວດກາ ແລະ ປະເມີນຜົນ ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ I

  • 06 Feb 2025
  • ພຸດທະສອນ

ກອງປະຊຸມໃຫຍ່ຄັ້ງທີ I...

ອ່ານເພີ່ມ

ກະສິກຳ

ປີ 2024 ແຂວງເຊກອງ ຜະລິດເຂົ້າເປືອກໄດ້ 46.000 ກວ່າໂຕນ

  • 05 Feb 2025
  • ຂ່າວ-ພາບ: ສັນຍາ

ການຜະລິດເຂົ້າເປືອກໃນທົ່ວແຂວງເຊກອງ...

ອ່ານເພີ່ມ

ການເມືອງ

ຫນ່ວຍພັກສົ່ງເສີມການລົງທຶນ, ແຜນການ ແລະຮ່ວມມືສາກົນ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ I

  • 05 Feb 2025
  • ພຸດທະສອນ

ວັນທີ 5 ກຸມພາ ນີ້,...

ອ່ານເພີ່ມ