ໜ້າຫຼັກ / ການເຄື່ອນໄຫວ / ສະຫາຍ ເຫລັກໄຫລ ສີວິໄລ ຊີ້ນໍາເມືອງທ່າແຕງ ໃຫ້ສົ່ງເສີມການຜະລິດເປັນສິນຄ້າຫລາຍຂຶ້ນ
ໃນໂອກາດມີຄໍາເຫັນໂອ້ລົມຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງທ່າແຕງ ຄັ້ງທີ VII ທີ່ຈັດຂຶ້ນໃນລະຫວ່າງວັນທີ 9-10 ມັງກອນ 2025 ຜ່ານມາ, ສະຫາຍ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງເຊກອງ ໄດ້ຊີ້ນໍາຄະນະພັກ, ອົງການປົກຄອງເມືອງທ່າແຕງ ໃຫ້ເອົາໃຈໃສ່ຊຸກຍູ້ສົ່ງເສີມປະຊາຊົນຜະລິດກະສິກໍາເປັນສິນຄ້າໃຫ້ຫລາຍຂຶ້ນ ທັງດ້ານປະລິມານ ແລະ ຄຸນນະພາບ ເພື່ອຕອບສະໜອງກັບຄວາມຕ້ອງການ ຂອງຕະຫລາດພາຍໃນ ແລະ ພາຍນອກ ແນໃສ່ສ້າງອາຊີບ ແລະ ລາຍໄດ້ທີ່ໝັ້ນຄົງໃຫ້ປະຊາຊົນພາຍໃນເມືອງ.
ພ້ອມນີ້, ໃຫ້ຄະນະພັກ-ຄະນະນໍາເມືອງເອົາໃຈໃສ່ປັບປຸງກໍ່ສ້າງພັກ-ພະນັກງານ, ປັບປຸງແບບແຜນນໍາພາ-ວິທີເຮັດວຽກ, ການຄຸ້ມຄອງ-ບໍລິຫານລັດໃຫ້ເຂັ້ມແຂງ, ເອົາໃຈໃສ່ນໍາພາພັດທະນາເສດຖະກິດ ໂດຍສະເພາະຂະແໜງທີ່ເປັນທ່າແຮງ, ການປຸງແຕ່ງຜົນຜະລິດກະສິກໍາ ແລະ ການບໍລິການ ໃຫ້ກາຍເປັນເສດຖະກິດປາຍແຫລມ ຕາມທິດສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ, ເພີ່ມທະວີການຄຸ້ມຄອງ, ຍາດແຍ່ງດຶງດູດການລົງທຶນ ຂອງຕ່າງປະເທດໃຫ້ແຂງແຮງ, ຫັນລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ຕາມທິດ 3 ສ້າງ ໂດຍຖືເອົາການສ້າງບ້ານ-ກຸ່ມບ້ານພັດທະນາ ແລະ ສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍຢູ່ຊົນນະບົດ, ປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສ້າງບ້ານປ້ອງກັນຊາດເຂັ້ມແຂງ, ບ້ານປອດຄະດີ, ບ້ານປອດຢາເສບຕິດ ແລະ ເປັນເຈົ້າການແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມ, ປັບປຸງ ແລະ ຂະຫຍາຍຕາໜ່າງດ້ານການສຶກສາ, ຍົກລະດັບການບໍລິການດ້ານສາທາລະນະສຸກ ໃຫ້ຫັນໄປສູ່ຄຸນນະພາບໃໝ່, ພັດທະນາສີມືແຮງງານ ຕິດພັນກັບການພັດທະນາການທ່ອງທ່ຽວວັດທະນະທໍາ, ປະຫວັດສາດ ແລະ ທໍາມະຊາດ ຕາມທິດສີຂຽວປະຊາຊົນມີສ່ວນຮ່ວມ ເພື່ອດຶງດູດນັກທ່ອງທ່ຽວ ເຂົ້າມາທ່ຽວເມືອງທ່າແຕງຫລາຍຂຶ້ນ, ໂຄສະນາສຶກສາອົບຮົມ ແລະ ປຸກລະດົມປະຊາຊົນບັນດາເຜົ່າ ປະກອບສ່ວນຢ່າງແຂງແຮງ ເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ກໍຄື ການພັດທະນາເມືອງທ່າແຕງ ໃຫ້ກ້າວຂຶ້ນຕາມແນວທາງ ຂອງພັກເຮົາວາງໄວ້.
ໂອກາດນີ້, ສະຫາຍ ເຫລັກໄຫລ ສີວິໄລ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຜົນສໍາເລັດການພັດທະນາເມືອງທ່າແຕງໃນໄລຍະ 5 ປີຜ່ານມາ, ອັນໄດ້ເຮັດໃຫ້ເມືອງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ເສດຖະກິດ-ສັງຄົມ, ຂະບວນການຜະລິດເປັນສິນຄ້າ, ບັນດາພື້ນຖານໂຄງລ່າງທາງດ້ານກະສິກໍາ, ການສຶກສາ, ສາທາລະນະສຸກ ລວມທັງຊີວິດການເປັນຢູ່ ຂອງປະຊາຊົນໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆມາ.