ເຊກອງ ກຽມສໍາຫຼວດພົນລະເມືອງ ແລະທີ່ຢູ່ອາໄສ ຄັ້ງທີ V
14 Jan 2025 | ພຸດທະສອນ |
ແຂວງເຊກອງ ຈັດກອງປະຊຸມຄະນະຊີ້ນໍາຂັ້ນແຂວງ ຄັ້ງທີ I ເພື່ອກຽມຄວາມພ້ອມໃຫ້ແກ່ການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ໃນວັນທີ 13 ມັງກອນ 2025 ໂດຍການເປັນປະທານຂອງທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ, ຫົວໜ້າຄະນະຊີ້ນໍາການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ຂັ້ນແຂວງ, ມີຂະແໜງການກ່ຽວຂ້ອງອ້ອມຂ້າງແຂວງ ແລະ ເມືອງ 4 ຕົວເມືອງ ເຂົ້າຮ່ວມ.
ໃນກອງປະຊຸມ, ໄດ້ຮັບຟັງການລາຍງານກ່ຽວກັບ
ຄວາມຄືບຫນ້າໃນການກະກຽມການຈັດຕັ້ງປະຕິບັດການສໍາຫລວດ, ແຜນດໍາເນີນງານການສໍາຫລວດ ແລະ ການແບ່ງຄວາມຮັບຜິດຊອບຂອງຄະນະຊີ້ນໍາຂັ້ນແຂວງ ແລະ ຂັ້ນເມືອງ; ແຜນຈັດຕັ້ງປະຕິບັດການສໍາຫລວດ, ເນື້ອໃນແບບສອບຖາມ ຂອງການສາຫລວດ; ແຜນການສໍາຫລວດ ແລະ ແຜນໂຄສະນາເຜີຍແຜ່ ກ່ຽວກັບການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຈາກຄະນະຊີ້ນໍາຂັ້ນແຂວງ. ຈາກນັ້ນ, ກໍໄດ້ຮັບຟັງການປະກອບຄໍາເຫັນ ແລະ ແລກປ່ຽນບົດຮຽນໃນບາງບັນຫາທີ່ເຫັນວ່າ ຍັງບໍ່ທັນຈະແຈ້ງ, ຍັງບໍ່ທັນລະອຽດ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດການສໍາຫລວດຄັ້ງນີ້ ໄດ້ຮັບຜົນສໍາເລັດ ແລະ ມີຄຸນນະພາບ.
ທ່ານ ເຫຼັກໄຫຼ ສີວິໄລ ທ່ານ ເຫລັກໄຫລ ສີວິໄລ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ແມ່ນເປັນການກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຂອງແຂວງເຊກອງ ໃຫ້ສາມາດດໍາເນີນໄປຕາມແຜນການ ແລະ ໄດ້ຮັບໝາກຜົນສູງສຸດ. ສະນັ້ນ, ຄະນະຊີ້ນໍາຂັ້ນແຂວງ, ຂັ້ນເມືອງ ແລະ ຂະແໜງການກ່ຽວຂ້ອງ ຕ້ອງຖືສໍາຄັນວຽກງານສໍາຫຼວດພົນລະເມືອງ ແລະທີ່ຢູ່ອາໄສ ເປັນວຽກບູລິມະສິດ, ເປັນພັນທະໜ້າທີ່ ແລະ ຕິດຕາມຊຸກຍູ້ວຽກງານດັ່ງກ່າວເປັນປະຈໍາ ເພື່ອເຮັດໃຫ້ການສໍາຫລວດໄດ້ຮັບຂໍ້ມູນທີ່ມີຄຸນນະພາບ ຮັບໃຊ້ເຂົ້າໃນວຽກງານຕ່າງໆ, ໃຫ້ແຕ່ລະພາກສ່ວນກະກຽມຄວາມພ້ອມ ຮັບປະກັນການດໍາເນີນການສໍາຫລວດໃຫ້ໄດ້ຈັດຕັ້ງປະຕິບັດຕາມແຜນການ; ຄະນະຊີ້ນໍາຂັ້ນແຂວງ-ເມືອງ ຕ້ອງໄດ້ເອົາໃຈໃສ່ໃກ້ຊິດຕິດແທດ ແລະ ປະຈໍາການປົກກະຕິ ເພື່ອລາຍງານຜົນການສໍາຫລວດແຕ່ລະໄລຍະ, ກະກຽມງົບປະມານຮັບໃຊ້, ອຸປະກອນຮັບໃຊ້ທີ່ຈໍາເປັນໃນການເດີນສໍາຫລວດ; ສ່ວນຄະນະຮັບຜິດຊອບຂັ້ນບ້ານ ຕ້ອງມີສ່ວນຮ່ວມໃນການສະໜອງຂໍ້ມູນໃຫ້ລະອຽດຊັດເຈນ ແລະ ອັນສໍາຄັນ ຂະແໜງການກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ຕ້ອງໄດ້ສຸມໃສ່ວຽກງານໂຄສະນາເຜີຍແຜ່, ປຸກລະດົມທົ່ວປວງຊົນເຂົ້າຮ່ວມການສໍາຫລວດ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດຄັງທີ V ປີ 2025 ໂດຍສະເພາະຢູ່ແຂວງເຊກອງ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.
Share: