ທ່ານ ສຸກທະວີ ສີຈະເລີນໄຊ ພະນັກງານໂຄງການຊຸບເປີ ວີ ຄັອບຟີ ( Super we coffee ) ຂອງອົງການແຄຣນາໆຊາດ ປະຈຳແຂວງເຊກອງ ໄດ້ໃຫ້ຮູ້ວ່າ: ໂຄງການຊຸບເປີວີ ຄັອບຟີ ແມ່ນເປັນໂຄງການສົ່ງເສີມປະຊາຊົນປູກກາເຟປອດສານພິດ ທີ່ເປັນມິດກັບສິ່ງແວດລ້ອມ ຄຽງຄູ່ການພັດທະນາສີຂຽວ. ຊຶ່ງປັດຈຸບັນ ກຳລັງໄດ້ຮັບຄວາມສົນໃຈຫລາຍຈາກປະຊາຊົນ. ໂຄງການດັ່ງກ່າວ, ໄດ້ດຳເນີນມາແຕ່ວັນ 1 ພະຈິກ 2022 ຈົນເຖິງ ວັນທີ 28 ກຸມພາ 2026 ໄດ້ຮັບການສະໜັບສະໜຸນທຶນ ຈາກສະຫະພາບເອີຣົບ ໂດຍອົງການແຄຣ໌ ແລະ
ຄູ່ຮ່ວມງານພາກລັດ ກໍຄືຂະແໜງການກ່ຽວຂ້ອງເປັນຜູ້ຈັດຕັ້ງປະຕິບັດບັນດາກິດຈະກໍາຕ່າງໆ, ສ້າງກຸ່ມຜູ້ຜະລິດກາເຟ ໂດຍສະເພາະແມ່ຍິງ ໃນຊຸມຊົນເປົ້າໝາຍ ເພື່ອຍົກສູງດ້ານເຕັກນິກການຜະລິດ, ການແປຮູບ, ການປັບປຸງຄຸນະພາບກາເຟ ກ້າວໄປສູ່ສ້າງລາຍຮັບໃຫ້ແກ່ຄອບຄົວ. ໃນນີ້, ໄດ້ເລັ່ງໃສ່ 15 ບ້ານເປົ້າໝາຍ ສ້າງຕັ້ງ 17 ກຸ່ມຜະລິດ ຂອງເມືອງດາກຈຶງ ແຂວງເຊກອງ ແລະ ໄດ້ເຄື່ອນໄຫວຊຸກຍູ້ກິດຈະກຳຫລັກຂອງໂຄງການ ຄື ນໍາໃຊ້ເຕັກນິກການຜະລິດ ແລະ ແປຮູບກາເຟ ຕາມທິດສີຂຽວ ແລະ ຍືນຍົງ, ສ້າງຄວາມສາມາດໃຫ້ແກ່ຊາວສວນໃນການແປຮູບກາເຟໃຫ້ໄດ້ຄຸນນະພາບ ແລະ ສາມາດ ຕິດຕາມກວດກາຄຸນນະພາບ ແລະ ແຫລ່ງທີ່ມາຂອງກາເຟ; ສ້າງຄວາມເຂັ້ມແຂງໃຫ້ເຄືອຂ່າຍກຸ່ມຜະລິດກາເຟ, ການບໍລິຫານກຸ່ມ ແລະ ການກ້າວເຂົ້າເປັນສາຫະກອນ ທັງນີ້, ກໍ່ເພື່ອ ສົ່ງເສີມຜະລິດຕະພັນກາເຟ ພູດອຍດາກຈຶງຂະຫຍາຍອອກສູ່ຕະຫລາດພາຍໃນ ແລະ ຕ່າງປະເທດ ໃຫ້ກ້ວາງຂວາງ.
ທ່ານ ລີວຽງໄຊ ສາຍບຸນນໍາ ປະທານກຸ່ມຜະລິດກາເຟບ້າຍດາກລາຍ ແລະ ທ່ານ ນາງ ຫລອຍມະນີ ໄຊຍະອິ້ວ ສະມາຊິກກຸ່ມຜະລິດກາເຟບ້ານດາກຢອຍ ເມືອງດາກຈຶງ ແຂວງເຊກອງ ຕ່າງກໍໃຫ້ສໍາພາດເປັນສຽງດຽວກັນວ່າ: ພາຍຫລັງຕົນເອງໄດ້ເຂົ້າເປັນສະມາຊິກກຸ່ມຜະລິດກາເຟແລ້ວ ມັນໄດ້ເຮັດໃຫ້ມີຄວາມສະດວກສະບາຍຫລາຍຢ່າງ ເພາະວ່າທາງໂຄງການ ໄດ້ແນະນໍາເຕັກນິກດ້ານການປູກກາເຟປອດສານພິດ ທີ່ເປັນມິດຕໍ່່ສິງແວດລ້ອມໃຫ້ແກ່ຊາວສວນຂອງພວກເຮົາໄດ້ຮຽນຮູ້ຢ່າງເລິກເຊິ່ງ ແລະໂຄງການຍັງສະໜອງອຸປະກອນແປຮູບກາເຟ, ຈັກລ້າງເມືອກ ເຊິ່ງເຮັດໃຫ້ການແປຮູບກາເຟມີຄວາມສະດວກສະບາຍ, ຊ່ວຍປະຢັດທັງພະລັງານ ແລະເວລາ, ສະໜອງເຮືອນຮົ່ມຕາກກາເຟດ້ວຍແສງຕາເວັນ ເຮັດກາເຟມີຄຸນນະພາບດີ, ປອດສານພິດ ແລະ ກາເຟຂອງຊາວສວນເມືອງດາກຈຶງ ມີຊື່ສຽງອອກສູ່ວົງກວ້າງຫລາຍຂຶ້ນ ແລະ ສາມາດຊອກຕະຫລາດຈໍາໜ່າຍໄດ້ງ່າຍຂຶ້ນ.