ໜ້າຫຼັກ / ການເຄື່ອນໄຫວ / ເຊກອງ ໄຂກອງປະຊຸມຄົບຄະນະບໍລິຫານງານສະຫະພັນແມ່ຍິງ ຄັ້ງທີ 5 ສະໄມທີ VI

ເຊກອງ ໄຂກອງປະຊຸມຄົບຄະນະບໍລິຫານງານສະຫະພັນແມ່ຍິງ ຄັ້ງທີ 5 ສະໄມທີ VI

16 Jan 2025 | ພຸດທະສອນ |

ກອງປະຊຸມຄົບຄະນະບໍລິຫານງານສະຫະພັນແມ່ຍິງແຂວງເຊກອງ ຄັ້ງທີ 5 ສະໄມທີ VI ໄຂຂຶ້ນໃນຕອນເຊົ້າວັນທີ 16 ມັງກອນ 2025 ນີ້, ໂດຍການເປັນປະທານຂອງທ່ານ ນາງ ວິໄລວັນ ດາລາສິນ ກຳມະການພັກແຂວງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງແຂວງ, ມີຄະນະບໍລິຫານງານ, ຄະນະຮາກຖານ, ຄະນະຫນ່ວຍອ້ອມຂ້າງ ແລະຂະແຫນງການກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ນາງ ວິໄລວັນ ດາລາສິນ ກ່າວວ່າ: ກອງປະຊຸມຄັ້ງນີ້ ເປັນກອງປະຊຸມ ທີ່ມີຄວາມໝາຍສໍາຄັນ ຕໍ່ບັນດາສະຫາຍຄະນະບໍລິຫານງານ, ຄະນະນໍາສະຫະພັນແມ່ຍິງແຕ່ລະຂັ້ນ, ສະມາຊິກສະຫະພັນແມ່ຍິງ, ແມ່ຍິງບັນດາເຜົ່າ, ເຊິ່ງຜູ້ແທນກອງປະຊຸມຈະໄດ້ຮັບຟັງ ການຜານ: ຮ່າງບົດສະຫຼຸບ 1 ປີ2024 ທິດທາງແຜນການ ປີ2025, ຮ່າງບົດສະຫຼຸບ ແຜນພັດທະນາ 1 ປີ2024 ທິດແຜນພັດທະນາ ປີ 2025, ແຈ້ງການສູນກາງສະຫະພັນມ່ຍິງລາວ ກ່ຽວກັບການປ່ຽນແປງໄລຍະເວລາດຳເນີນກອງປະຊຸມໃຫຍ່ຂັ້ນຕົນຄືນໃໝ່, ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງແມ່ຍິງລາວຄັ້ງທີ 4 ສະໄໝທີ VIII, ແຜນດໍາເນີນງານການກະກຽມກອງປະຊຸມໃຫ່ຍສະໄໝທີ VII, ຜ່ານເປົ້າໝາຍ ແລະ ຈໍານວນເຂົ້າຮ່ວມກອງປະຊຸມ ໃຫຍ່ສະໄໝທີ VII, ຮ່າງບົດສໍາຫຼວດການນໍາພາ-ຊີ້ນໍາລວມ ຂອງຄະນະບໍລິຫານງານ ປະຈໍາ 1ປີ 2024, ຮ່າງບົດລາຍງານການເມືອງທັງສອງພາກ, ຮ່າງບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາແມ່ຍິງ 5 ແຜນພັດທະນາ ປີ 5 ຕໍ່ຫນ້າ, ຮ່າງມະຕິຮັບຮອງເອົາບັນດາເນື້ອໃນກອງປະຊຸມຄົບຄະນະບໍລິຫານງານສະຫະພັນແມ່ຍິງແຂວງຄັ້ງທີ 5ສະໄໝທີ VI.
ນອກນັ້ນຍັງຈະໄດ້ຮັບຟັງການມີຄໍາເຫັນໂອ້ລົມຈາກຄະນະປະຈຳພັກແຂວງ ເພື່ອເປັນທິດຊີ້ນຳ, ເປັນບ່ອນອີງໃຫ້ແກ່ການນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມຄັ້ງນີ້ ໃຫ້ມີບາດກ້າວອັນໃໝ່ທີ່ເຂັ້ມແຂງກວ່າເກົ່າ. ພ້ອມນີ້, ປະທານກອງປະຊຸມ ຈຶ່ງຮຽກຮ້ອງມາຍັງບັນດາຄະນະບໍລິຫານງານ, ຄະນະຮາກຖານ, ຄະນະໜ່ວຍ, ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບ, ສຸມເຫື່ອແຮງ ສະຕິປັນຍາ ແລະ ຫົວຄິດປະດິດສ້າງເຂົ້າໃນການຄົ້ນຄວ້າ ປະກອບຄໍາເຫັນໃສ່ຮ່າງເນື້ອໃນດັ່ງກ່າວ ເພື່ອເຮັດໃຫ້ເນື້ອໃນມີຄວາມສົມບູນຂຶ້ນ ແລະ ກ້າວໄປເຖິງຄວາມເປັນເອກະພາບ ຮັບຮອງເອົາແຕ່ລະເນື້ອໃນ ພ້ອມທັງດໍາເນີນກອງປະຊຸມຄັ້ງນີ້ ໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ.

Share:

ຂ່າວຫຼ້າສຸດ

ເສດຖະກິດ

5 ປີຜ່ານມາ ແຂວງເຊກອງ ມີໂຄງການລົງທຶນເອກະຊົນ 37 ໂຄງການ

  • 10 Feb 2025
  • ພຸດທະສອນ

ທ່ານ ກອງດາວັນ ວົງສາ...

ອ່ານເພີ່ມ

ການເມືອງ

ໜ່ວຍພັກບໍລິຫານ-ຈັດຕັ້ງ, ກວດກາ ແລະ ປະເມີນຜົນ ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ I

  • 06 Feb 2025
  • ພຸດທະສອນ

ກອງປະຊຸມໃຫຍ່ຄັ້ງທີ I...

ອ່ານເພີ່ມ

ກະສິກຳ

ປີ 2024 ແຂວງເຊກອງ ຜະລິດເຂົ້າເປືອກໄດ້ 46.000 ກວ່າໂຕນ

  • 05 Feb 2025
  • ຂ່າວ-ພາບ: ສັນຍາ

ການຜະລິດເຂົ້າເປືອກໃນທົ່ວແຂວງເຊກອງ...

ອ່ານເພີ່ມ

ການເມືອງ

ຫນ່ວຍພັກສົ່ງເສີມການລົງທຶນ, ແຜນການ ແລະຮ່ວມມືສາກົນ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ I

  • 05 Feb 2025
  • ພຸດທະສອນ

ວັນທີ 5 ກຸມພາ ນີ້,...

ອ່ານເພີ່ມ