ໜ້າຫຼັກ / ການເຄື່ອນໄຫວ / 5 ປີ ຜ່ານມາ ເສດຖະກິດເມືອງທ່າແຕງ ຂະຫຍາຍຕົວໃນລະດັບ 5,4%
ຕາມການລາຍງານຂອງທ່ານ ພົງສະຫວັດ ສິງຫາລາດ ຮອງເຈົ້າເມືອງທ່າແຕງ ເມື່ອບໍ່ດົນຜ່ານມາ ໃຫ້ຮູ້ວ່າ: ໃນໄລຍະ 5 ປີຜ່ານມາ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງທ່າແຕງ ມີຜົນສໍາເລັດພົ້ນເດັ່ນຫລາຍດ້ານ ເຮັດໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນລະດັບ 5,4% ລວມຍອດຜະລິດຕະພັນພາຍໃນ (GO) ບັນລຸໄດ້ 972,48 ຕື້ກີບ. ໃນນີ້, ຂະແໜງກະສີກໍາ ແລະ ປ່າໄມ້ ກວມເອົາ 42,16%, ຂະແໜງອຸດສະຫະກໍາ ກວມເອົາ 31,27% ແລະ ຂະແໜງບໍລິການ ກວມເອົາ 26,57%; ເກັບລາຍຮັບເຂົ້າງົບປະມານປະຕິບັດໄດ້ 26,23 ຕື້ກີບ ທຽບໃສ່ແຜນ ລື່ນແຜນ 8%; ການຜະລິດສະບຽງອາຫານ ແລະ ການຜະລິດເປັນສິນຄ້າຂະຫຍາຍຕົວ ສາມາດຕອບສະໜອງການບໍລິໂພກພາຍໃນໄດ້ໂດຍພື້ນຖານ.
ພ້ອມນີ້, ບັນດາພື້ນຖານໂຄງລ່າງທີ່ຈໍາເປັນໄດ້ຮັບການປັບປຸງ-ສ້ອມແປງ ເຮັດໃຫ້ການຄົມມະນາຄົມສະດວກສະບາຍ ສາມາດທຽວໄດ້ສອງລະດູໄປທົ່ວທຸກບ້ານ, ຊຶ່ງສາມາດຍາດແຍ່ງດຶງດູດການລົງທຶນ ເຂົ້າໃນການພັດທະນາໄດ້ທັງໝົດ 350,12 ຕື້ກີບ ກວມເອົາ 36% ຂອງ GO. ໃນນີ້, ການລົງທຶນຂອງລັດ 71,31 ຕື້ກີບ ກວມເອົາ 20,36%, ທຶນຊ່ວຍເຫລືອລ້າ ແລະ ກູ້ຢືມ 44,87 ຕື້ກີບ ກວມເອົາ 12,81%, ການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ 115,83 ຕື້ກີບ ກວມເອົາ 33,08% ແລະ ການລົງທຶນສິນເຊື່ອທະນາຄານ 119,44 ຕື້ກີບ ກວມເອົາ 34,14%; ສາມາດຜະລິດເຂົ້າເປືອກໄດ້ທັງໝົດ 93.065,4 ໂຕນ ທຽບໃສ່ແຜນປະຕິບັດໄດ້ 97,62%, ພຶດສະບຽງອາຫານ 212.064 ໂຕນ ທຽບໃສ່ແຜນ ລື່ນແຜນ 79,58% ແລະ ການຜະລິດເປັນສິນຄ້າ 1.310.404 ໂຕນ ທຽບໃສ່ແຜນ ລື່ນແຜນ 85,39%. ນອກນີ້, ຍັງມີສັດລ້ຽງປະເພດຄວາຍ 2.811 ໂຕ, ງົວ 18.965 ໂຕ, ໝູ 19.622 ໂຕ, ແບ້ 3.752 ໂຕ ແລະ ສັດປີກ 162.845 ໂຕ ຊຶ່ງສາມາດສະໜອງຊີ້ນ, ປາ ແລະ ໄຂ່ໄດ້ທັງໝັດ 10.616 ໂຕນ, ທຽບໃສ່ແຜນ ລື່ນແຜນ 361,56%.
ທ່ານ ພົງສະຫວັດ ສິງຫາລາດ ຍັງໃຫ້ຮູ້ອີກວ່າ: ຄຽງຄູ່ກັບຜົນສຳເລັດ ກໍຍັງມີຈຸດອ່ອນ ແລະ ຂໍ້ຄົງຄ້າງຈໍານວນໜຶ່ງ ທີ່ຈະຕ້ອງສຸມໃສ່ແກ້ໄຂ ເປັນຕົ້ນ, ການພັດທະນາເສດຖະກິດ ເມື່ອທຽບໃສ່ທ່າແຮງບົ່ມຊ້ອນເຫັນວ່າ ມີການຂະຫຍາຍຕົວຊ້າ, ການຜະລິດເປັນສິນຄ້າຍັງບໍ່ທັນເຂັ້ມແຂງ, ການຜະລິດກະສິກຳ, ອຸດສາຫະກໍາປຸງແຕ່ງ, ການປ່ອຍສິນເຊື່ອ ຂອງທະນາຄານເຂົ້າໃນການຜະລິດນໍາໃຊ້ບໍ່ຖືກເປົ້າໝາຍ, ການຄຸ້ມຄອງ, ຕິດຕາມ ແລະ ປະເມີນຜົນໂຄງການລົງທຶນຂອງລັດ, ທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ຍັງເຮັດບໍ່ທັນໄດ້ດີ, ບາງໂຄງການບໍ່ທັນໄປຕາມຂັ້ນຕອນ ແລະ ລະບຽບການຢ່າງເຂັ້ມງວດ, ການເກັບລາຍຮັບເຂົ້າງົບປະມານ ຍັງບໍ່ທັນສາມາດຂຸດຄົ້ນໄດ້ໝົດຕາມເງື່ອນໄຂ ແລະ ທ່າແຮງຖານລາຍຮັບຕົວຈິງ. ສະນັ້ນ, ອົງການປົກຄອງເມືອງ ກໍຄືບ້ານຕ່າງໆໃນທົ່ວເມືອງ ຕ້ອງເພີ່ມທະວີຄວາມຮັບຜິດຊອບ ຂອງຕົນເຂົ້າໃນການຄົ້ນຄວ້າ, ຊອກວິທີການ ແລະ ມາດຕະການແກ້ໄຂໃນຕໍ່ໜ້າໃຫ້ດີຂຶ້ນເປັນກ້າວໆ.