ໜ້າຫຼັກ / ການເຄື່ອນໄຫວ / ມອບ-ຮັບໜ້າທີ່ ປະທານແນວລາວສ້າງຊາດ, ປະທານສະຫະພັນແມ່ຍິງ ແລະ ຫົວໜ້າອົງການກາແດງ

ມອບ-ຮັບໜ້າທີ່ ປະທານແນວລາວສ້າງຊາດ, ປະທານສະຫະພັນແມ່ຍິງ ແລະ ຫົວໜ້າອົງການກາແດງ

23 Jan 2025 | ຂ່າວ-ພາບ: ສັນຍາ |

ພິທີມອບ-ຮັບໜ້າທີ່ ລະຫວ່າງ ປະທານ-ວ່າການປະທານແນວລາວສ້າງຊາດແຂວງ, ປະທານ-ວ່າການປະທານສະຫະພັນແມ່ຍິງແຂວງ ແລະ ຫົວໜ້າອົງການກາແດງແຂວງ ເຊກອງ (ຜູ້ເກົ່າ) ແລະ (ຜູ້ໃໝ່) ຈັດຂຶ້ນໃນວັນທີ 22 ມັງກອນ 2025 ທີ່ສະໂມສອນຫ້ອງວ່າການແຂວງ ໂດຍມີ ສະຫາຍ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງເຊກອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ການມອບ-ຮັບໜ້າທີ່ຄັ້ງນີ້, ລະຫວ່າງ ສະຫາຍ ນາງ ບຸນຮຽງ ບຸນຈິດ ປະທານແນວລາວສ້າງຊາດແຂວງ (ຜູ້ເກົ່າ) ແລະ ສະຫາຍ ນາງ ວິໄລວັນ ດາລາສິນ ວ່າການປະທານແນວລາວສ້າງຊາດແຂວງ (ຜູ້ໃໝ່), ສະຫາຍ ນາງ ມະໂນລາ ສຸດທິຈັກ ຫົວໜ້າອົງການກາແດງແຂວງ (ຜູ້ເກົ່າ) ແລະ ສະຫາຍ ນາງ ຂັນທະລີ ສິມທອງຄໍາ ຫົວໜ້າອົງການກາແດງແຂວງ (ຜູ້ໃໝ) ແລະ ສະຫາຍ ນາງ ວິໄລວັນ ດາລາສິນ ປະທານສະຫະພັນແມ່ຍິງແຂວງ (ຜູ້ເກົ່າ) ແລະ ສະຫາຍ ນາງ ມະໂນລາ ສຸດທິຈັກ ວ່າການປະທານສະຫະພັນແມ່ຍິງແຂວງ (ຜູ້ໃໝ່).

ສະຫາຍ ເຫລັກໄຫລ ສີວິໄລ ໄດ້ມີຄຳເຫັນໃນພິທີວ່າ: ການມອບ-ຮັບໜ້າທີ່ໃນຄັ້ງນີ້, ສຸດທີ່ມີຄວາມໝາຍສໍາຄັນ ໃນການສັບປ່ຽນບ່ອນປະຈໍາການ ຂອງພະນັກງານນໍາພາ-ຄຸ້ມຄອງ ຂອງອົງການປົກຄອງແຂວງ ໂດຍອີງຕາມຫລັກການ ແລະ ຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງຂອງພັກໃນໄລຍະໃໝ່ ເພື່ອຮັບປະກັນລັກສະນະສືບທອດຕໍ່ເນື່ອງ ໃນການປະຕິບັດໜ້າທີ່ການເມືອງໃນແຕ່ລະຂົງເຂດ ກໍຄືການປັບປຸງວຽກງານໃນແຕ່ລະໄລຍະ. ສໍາລັບ ສະຫາຍ ນາງ ວິໄລວັນ ດາລາສິນ, ສະຫາຍ ນາງ ມະໂນລາ ສຸດທິຈັກ ແລະ ສະຫາຍ ນາງ ຂັນທະລີ ສິມທອງຄໍາ ທີ່ຖືກຍົກຍ້າຍໄປຮັບໜ້າທີ່ໃໝ່ ຈົ່ງສືບຕໍ່ຄົ້ນຄວ້າ, ເຊື່ອມຊຶມເສີມຂະຫຍາຍບົດຮຽນການນຳພາ ຮ່ວມກັບໝູ່ຄະນະນຳໄປໝູນໃຊ້ເຂົ້າໃນການຄຸ້ມຄອງ ແລະ ນຳພາວຽກງານອັນໃໝ່ໃຫ້ນັບມື້ດີຂຶ້ນ.

ສ່ວນສະຫາຍ ນາງ ບຸນຮຽງ ບຸນຈິດ ປະທານແນວລາວສ້າງຊາດແຂວງຜູ້ເກົ່າ ທີ່ໄດ້ຮັບນະໂຍບາຍພັກການ-ຮັບອຸດໜຸນບໍານານ, ຊຶ່ງນະໂຍບາຍນີ້ ແມ່ນໄດ້ກໍານົດໄວ້ໃນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ແມ່ນວຽກງານປົກກະຕິຢູ່ໃນແບບແຜນການນໍາພາຂອງພັກເຮົາ. ໃນໄລຍະຜ່ານມາ ສະຫາຍໄດ້ປະກອບສ່ວນ ແລະ ເສຍສະຫລະທາງດ້ານເຫື່ອແຮງ, ສະຕິປັນຍາ ເຂົ້າໃນພາລະກິດປະຕິວັດຂອງພັກ ແລະ ມີຜົນງານຢ່າງໃຫຍ່ຫລວງ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ກໍຄືແຂວງເຊກອງພວກເຮົາ.

Share:

ຂ່າວຫຼ້າສຸດ

ເສດຖະກິດ

5 ປີຜ່ານມາ ແຂວງເຊກອງ ມີໂຄງການລົງທຶນເອກະຊົນ 37 ໂຄງການ

  • 10 Feb 2025
  • ພຸດທະສອນ

ທ່ານ ກອງດາວັນ ວົງສາ...

ອ່ານເພີ່ມ

ການເມືອງ

ໜ່ວຍພັກບໍລິຫານ-ຈັດຕັ້ງ, ກວດກາ ແລະ ປະເມີນຜົນ ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ I

  • 06 Feb 2025
  • ພຸດທະສອນ

ກອງປະຊຸມໃຫຍ່ຄັ້ງທີ I...

ອ່ານເພີ່ມ

ກະສິກຳ

ປີ 2024 ແຂວງເຊກອງ ຜະລິດເຂົ້າເປືອກໄດ້ 46.000 ກວ່າໂຕນ

  • 05 Feb 2025
  • ຂ່າວ-ພາບ: ສັນຍາ

ການຜະລິດເຂົ້າເປືອກໃນທົ່ວແຂວງເຊກອງ...

ອ່ານເພີ່ມ

ການເມືອງ

ຫນ່ວຍພັກສົ່ງເສີມການລົງທຶນ, ແຜນການ ແລະຮ່ວມມືສາກົນ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ I

  • 05 Feb 2025
  • ພຸດທະສອນ

ວັນທີ 5 ກຸມພາ ນີ້,...

ອ່ານເພີ່ມ