ໜ້າຫຼັກ / ການເຄື່ອນໄຫວ / ເລຂາພັກແຂວງເຊກອງ ຊີ້ນໍາເມືອງດາກຈຶງກະກຽມຄວາມພ້ອມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງ

ເລຂາພັກແຂວງເຊກອງ ຊີ້ນໍາເມືອງດາກຈຶງກະກຽມຄວາມພ້ອມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງ

25 Jan 2025 | ຂ່າວ: ສັນຍາ |

ໃນໂອກາດເຂົ້າຮ່ວມເປັນປະທານ ແລະ ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ທ້າຍສະໄໝທີ ດໍາເນີນຊີວິດການເມືອງ XV ແລະ ທາບທາມຄັດເລືອກບຸກຄະລາກອນ ສະໝັກເຂົ້າໃນໂຄງປະກອບຄະນະບໍລິຫານງານພັກເມືອງ ສະໄໝທີ XVI ຮອບທີ III ໃນວັນທີ 23 ມັງກອນ ຜ່ານມາ, ສະຫາຍ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງເຊກອງ ໄດ້ຊີ້ນໍາໃຫ້ຄະນະພັກ-ຄະນະນໍາເມືອງດາກຈຶງ ເອົາໃຈໃສ່ປັບປຸງດ້ານໂຄງສ້າງ, ເນື້ອໃນ ຂອງຮ່າງບົດລາຍງານການເມືອງ, ບົດສໍາຫລວດການນໍາພາລວມ ຂອງຄະນະບໍລິຫານງານພັກເມືອງສະໄໝທີ XV ໃຫ້ຖືກຕ້ອງສົມບູນ ຕິດພັນກັບການກໍານົດ ດ້ານໂຄງປະກອບບຸກຄະລາກອນ ແລະ ກໍານົດແຜນພັດທະນາເສດຖະກິດ-ສັງຄົມ ໃນ 5 ປີໃນຕໍ່ໜ້າ ໃຫ້ລະອຽດຊັດເຈນ, ມີຈຸດສຸມ ແລະ ແທດເໝາະກັບສະພາບຕົວຈິງ ຂອງທ້ອງຖິ່ນ.
ພ້ອມກັນນີ້, ກໍ່ເອົາໃຈໃສ່ໃນການສ້າງຂະບວນການຮອບດ້ານ ເປັນຕົ້ນ, ແມ່ນແຂ່ງກິລາ, ສິລະປະວັນນະຄະດີ, ຂະບວນການອອກແຮງງານ ຕິດພັນກັບການສົ່ງເສີມຂະບວນການຜະລິດເປັນສິນຄ້າ ຕາມທິດສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ເພື່ອຕອບສະໜອງການບໍລິໂພກພາຍໃນໃຫ້ພຽງພໍ ຫລຸດຜ່ອນການນໍາເຂົ້າ ແລະ ສົ່ງອອກຂາຍເປັນສິນຄ້າ, ພັດທະນາວຽກງານຂົງເຂດວັດທະນະທໍາ-ສັງຄົມ, ຫັນລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ ແລະ ປະຕິບັດວຽກງານ 3 ສ້າງ, ໂຄສະນາສຶກສາອົບຮົມ ແລະ ປຸກລະດົມປະຊາຊົນບັນດາເຜົ່າ ປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້ ໂດຍສະເພາະແມ່ນບັນຫາຢາເສບຕິດ, ຂີ້ລັກງັດແງະ, ການຄ້າມະນຸດ ແລະ ອື່ນໆ ເພື່ອເຮັດໃຫ້ເມືອງດາກຈຶງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ປະຊາຊົນສາມັກຄີປອງດອງ, ເສດຖະກິດຂະຫຍາຍຕົວ, ປະຊາຊົນມີຊີວິດການເປັນທີ່ດີ, ການກະກຽມ ແລະ ການດໍາເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ ສະໄໝທີ XVI ໃນມໍ່ໆນີ້ ໃຫ້ມີຄວາມໄພ ແລະ ສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.

Share:

ຂ່າວຫຼ້າສຸດ

ເສດຖະກິດ

5 ປີຜ່ານມາ ແຂວງເຊກອງ ມີໂຄງການລົງທຶນເອກະຊົນ 37 ໂຄງການ

  • 10 Feb 2025
  • ພຸດທະສອນ

ທ່ານ ກອງດາວັນ ວົງສາ...

ອ່ານເພີ່ມ

ການເມືອງ

ໜ່ວຍພັກບໍລິຫານ-ຈັດຕັ້ງ, ກວດກາ ແລະ ປະເມີນຜົນ ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ I

  • 06 Feb 2025
  • ພຸດທະສອນ

ກອງປະຊຸມໃຫຍ່ຄັ້ງທີ I...

ອ່ານເພີ່ມ

ການເມືອງ

ຫນ່ວຍພັກສົ່ງເສີມການລົງທຶນ, ແຜນການ ແລະຮ່ວມມືສາກົນ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ I

  • 05 Feb 2025
  • ພຸດທະສອນ

ວັນທີ 5 ກຸມພາ ນີ້,...

ອ່ານເພີ່ມ

ກະສິກຳ

ປີ 2024 ແຂວງເຊກອງ ຜະລິດເຂົ້າເປືອກໄດ້ 46.000 ກວ່າໂຕນ

  • 05 Feb 2025
  • ຂ່າວ-ພາບ: ສັນຍາ

ການຜະລິດເຂົ້າເປືອກໃນທົ່ວແຂວງເຊກອງ...

ອ່ານເພີ່ມ