ໜ້າຫຼັກ / ການເຄື່ອນໄຫວ / ປີນີ້, ເຊກອງ ຈະສູ້ຊົນເກັບລາຍຮັບໃຫ້ໄດ້ 617 ຕື້ກີບ
ປີ 2025 ນີ້, ແຂວງເຊກອງ ຈະສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ທັງໝົດ 617.01 ຕື້ກີບ ທຽບໃສ່ປີ 2024 ເພີ່ມຂຶ້ນ 106,38%. ໃນນີ້, ພູດສູນກາງມາປະຕິບັດຢູ່ທ້ອງຖິ່ນ 95.30 ຕື້ກີບ ເພີ່ມຂຶ້ນ 23.3% ແລະ ພູດທ້ອງຖິ່ນ (ພູດຂອງແຂວງ) 521.71 ຕື້ກີບ ເພີ່ມຂຶ້ນ 135.12%. ສ່ວນການປະຕິບັດລາຍຈ່າຍໃຫ້ຢູ່ໃນລະດັບ 488.66 ຕື້ກີບ ທຽບໃສ່ປີ 2024 ເພີ່ມຂຶ້ນ 7.14%.
ທ່ານ ຄໍາຮູ້ ອ່ອນມະນີ ຫົວໜ້າພະແນກການເງິນແຂວງ ລາຍງານໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງເຊກອງ ຊຸດທີ II ເມື່ອບໍ່ດົນຜ່ານມາ ໃຫ້ຮູ້ວ່າ: ແຜນລາຍຮັບງົບປະມານ ຂອງແຂວງປະຈໍາປີ 2025 ເປັນແຜນ ທີ່ກ້າວກະໂດດທຽບໃສ່ປີ 2024 ແລະ ແຂວງເຊກອງ ກໍເປັນໜຶ່ງໃນ 9 ແຂວງທົ່ວປະເທດ ທີ່ກ້າວຂຶ້ນກຸ້ມຕົນເອງ ແລະ ເກີນດຸນທາງດ້ານລາຍຮັບ-ລາຍຈ່າຍງົບປະມານໃນປີ 2025. ສະນັ້ນ, ຂະແໜງການເງິນທົ່ວແຂວງ ຕ້ອງເອົາໃຈໃສ່ສຶກສາອົບຮົມ, ຄົ້ນ ຄວ້າເຊື່ອມຊຶມແນວທາງຂອງພັກ, ແຜນນະໂຍບາຍຂອງລັດ, ປຸກລະດົມສະມາຊິກພັກ, ພະນັກງານປະຕິບັດໜ້າທີ່ວຽກງານ ດ້ວຍບາດກ້າວບຸກທະລຸທີ່ແຂງແຮງກວ່າເກົ່າ; ລົງໂຄສະນາເຜີຍກົດໝາຍ-ນິຕິກໍາໃຕ້ກົດໝາຍ ທີ່ຕິດພັນກັບວຽກງານລາຍຮັບໃຫ້ທົ່ວສັງຄົມເຂົ້າໃຈ, ຮູ້ແຈ້ງເສຍ ແລະ ມອບລາຍຮັບປະເພດຕ່າງໆເຂົ້າງົບປະມານລັດ ຕາມກົດໝາຍກໍານົດ; ສືບຕໍ່ເອົາຂໍ້ມູນຫົວໜ່ວຍທຸລະກິດ ເຂົ້າໃນລະບົບຄຸ້ມຄອງລາຍຮັບແບບທັນສະໄໝ, ອອກເລກປະຈໍາຕົວຜູ້ເສຍອາກອນໃຫ້ທັງພາກລັດ ແລະ ເອກະຊົນ, ປະເມີນຫົວໜ່ວຍທີ່ມີເງື່ອນໄຂເຂົ້າໃນລະບົບອາກອນມູນຄ່າເພີ່ມ ແລະ ຕິດ ຕາມ ວຽກງານລາຍຮັບຄ່າທໍານຽມທາງ-ພາສີທີ່ດິນ ແລະ ລາຍຮັບວິຊາການຢ່າງເຂັ້ມງວດ; ຕ້ານ ແລະ ສະກັດກັ້ນ ການລັກລອບໜີພາສີທຸກຮູບແບບ, ການຄ້າ-ຂາຍເຖື່ອນ; ເກັບກໍາຂໍ້ມູນ, ຂຶ້ນບັນຊີຊັບສິນຂອງລັດ, ຄຸ້ມຄອງຖານລາຍຮັບ ຄ່າພາກຫລວງ, ຄ່າຊັບພະຍາກອນ ແລະ ຄ່າເຊົ່າ-ສໍາປະທານໃຫ້ສອດຄ່ອງຕາມລະບຽບກົດໝາຍ.
ພ້ອມກັນນີ້, ເອົາໃຈໃສ່ປະຕິບັດລາຍຈ່າຍ ໂດຍຖືເອົາການເບີກຈ່າຍເງິນເດືອນ, ເງິນອຸດໜູນ-ນະໂຍບາຍ ແລະ ຊ່ວຍໜູນຕ່າງໆເປັນບູລິມະສິດ ໂດຍໃຫ້ຂະແໜງການແຂວງ-ເມືອງຈັດສັນໃຫ້ພຽງພໍ ເພື່ອຮັບປະກັນປະຕິບັດລາຍຈ່າຍໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງ; ຫັນການຄຸ້ມຄອງລາຍຈ່າຍໄປສູ່ລະບົບທັນສະໄໝ, ກະທັດຮັດ ແລະ ວ່ອງໄວ, ປະຕິບັດມາດຕະການປະຢັດ-ຕ້ານການຟູມເຟືອຍ, ດໍາເນີນການກວດກາຫລັງການຈ່າຍງົບປະມານແຕ່ລະໄລຍະຢ່າງເຂັ້ມງວດ ເພື່ອຈໍາກັດການລະເມີດວິໄນການເງິນ ແລະ ເພື່ອຮັບປະກັນໃຫ້ການນໍາໃຊ້ງົບປະມານແຫ່ງລັດ ຖືກຕ້ອງຕາມເປົ້າໝາຍ ແລະ ມີປະສິດທິຜົນ.