ໜ້າຫຼັກ / ການເຄື່ອນໄຫວ / ໜ່ວຍພັກກອງກວດກາປ່າໄມ້ແຂວງ ດໍາເນີນຊີວິດການເມືອງທ້າຍສະໄໝ

ໜ່ວຍພັກກອງກວດກາປ່າໄມ້ແຂວງ ດໍາເນີນຊີວິດການເມືອງທ້າຍສະໄໝ

27 Jan 2025 | ຂ່າວ-ພາບ: ສັນຍາ |

ໜ່ວຍພັກກອງກວດກາປ່າໄມ້ແຂວງ ທີ່ຂຶ້ນກັບຄະນະພັກຮາກຖານ ພະແນກກະສິກໍາ ແລະ ປ່າໄມ້ແຂວງເຊກອງ ເປີດກອງປະຊຸມດໍາເນີນທ້າຍສະໄໝ ແລະ ທາບທາມບຸກຄະລາກອນ ຮອບທີ II ໃນວັນທີ 27 ມັງກອນ 2025 ໂດຍການເປັນປະທານຂອງສະຫາຍ ບຸນສໍາ ສີສັກ ຄະນະພັກຮາກຖານ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ມີສະຫາຍ ສີສຸພັນ ສຸວັນນະຫົງ ເລຂາໜ່ວຍພັກກອງກວດກາປ່າໄມ້ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ສະຫາຍ ບຸນສໍາ ສີສັກ ໄດ້ມີຄໍາເຫັນວ່າ: ກອງປະຊຸມຄັ້ງນີ້, ຈະໄດ້ມີການສໍາຫລວດ ກວດກາ ແລະ ສະຫລຸບຕີລາຄາໝາກຜົນຂອງການນໍາພາລວມ ຂອງຄະນະໜ່ວຍພັກ ກໍຄືການປະຕິບັດໜ້າທີ່ການເມືອງ ຂອງບຸກຄົນໃນຄະນະພັກ ແລະ ສະມາຊິກພັກ ເພື່ອຊອກໃຫ້ເຫັນດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ ຂອງການຈັດຕັ້ງ, ບຸກຄົນໃນຄະນະພັກ ແລະ ສະມາຊິກພັກ ແນໃສ່ປັບປຸງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ, ຍົກສູງບົດບາດ ແລະ ຄວາມສາມາດນໍາພາຂອງພັກ, ຮັບປະກັນການນໍາພາທີ່ເຂັ້ມແຂງ ແລະ ເພື່ອເປັນບ່ອນອີງໃນການເລືອກເຟັ້ນບຸກຄະລາກອນຜູ້ດີເດັ່ນ ປະກອບເຂົ້າໃນຄະນະໜ່ວຍພັກຊຸດໃໝ່ ໃຫ້ໄດ້ຕາມມາດຕະຖານ ແລະ ເງື່ອນໄຂ ທີ່ກໍານົດໄວ້ໃນກົດລະບຽບຂອງພັກ.

ສະນັ້ນ, ການມີຄໍາຄິດຄໍາເຫັນຕໍານິສົ່ງຂ່າວ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ ຂອງສະມາຊິກພັກ ກໍໃຫ້ມີລັກສະນະສ້າງສັນ, ມີຂໍ້ມູນຄວາມຈິງ, ຖືກຕ້ອງສອດຄ່ອງກັບກົດລະບຽບ ຂອງພັກ, ຫລີກລຽງແນວທັບຖົມໂຈມຕີ, ແນວຄິດອະຄະຕິ ແລະ ໃສ່ຮ້າຍປ້າຍສີກັນ ທີ່ບໍ່ມີຂໍ້ມູນຄວາມຈິງ ທັງນີ້, ເພື່ອສ້າງການຫັນປ່ຽນອັນເລິກເຊິ່ງໃນການຕີລາຄາ ແລະ ແບ່ງປະເພດຄຸນນະພາບ ຂອງການຈັດຕັ້ງພັກ, ບຸກຄົນໃນຄະນະໜ່ວຍພັກ ແລະ ສະມາຊິກພັກ ຢ່າງຖືກຕ້ອງ ແລະ ມີປະສິດທິຜົນ.

Share:

ຂ່າວຫຼ້າສຸດ

ເສດຖະກິດ

5 ປີຜ່ານມາ ແຂວງເຊກອງ ມີໂຄງການລົງທຶນເອກະຊົນ 37 ໂຄງການ

  • 10 Feb 2025
  • ພຸດທະສອນ

ທ່ານ ກອງດາວັນ ວົງສາ...

ອ່ານເພີ່ມ

ການເມືອງ

ໜ່ວຍພັກບໍລິຫານ-ຈັດຕັ້ງ, ກວດກາ ແລະ ປະເມີນຜົນ ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ I

  • 06 Feb 2025
  • ພຸດທະສອນ

ກອງປະຊຸມໃຫຍ່ຄັ້ງທີ I...

ອ່ານເພີ່ມ

ການເມືອງ

ຫນ່ວຍພັກສົ່ງເສີມການລົງທຶນ, ແຜນການ ແລະຮ່ວມມືສາກົນ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ I

  • 05 Feb 2025
  • ພຸດທະສອນ

ວັນທີ 5 ກຸມພາ ນີ້,...

ອ່ານເພີ່ມ

ກະສິກຳ

ປີ 2024 ແຂວງເຊກອງ ຜະລິດເຂົ້າເປືອກໄດ້ 46.000 ກວ່າໂຕນ

  • 05 Feb 2025
  • ຂ່າວ-ພາບ: ສັນຍາ

ການຜະລິດເຂົ້າເປືອກໃນທົ່ວແຂວງເຊກອງ...

ອ່ານເພີ່ມ