ໜ້າຫຼັກ / ການເຄື່ອນໄຫວ / ເຊກອງ ພັດທະນາພື້ນຖານໂຄງລ່າງເຊື່ອມໂຍງພາຍໃນ ພາກພື້ນ ແລະ ສາກົນ

ເຊກອງ ພັດທະນາພື້ນຖານໂຄງລ່າງເຊື່ອມໂຍງພາຍໃນ ພາກພື້ນ ແລະ ສາກົນ

28 Jan 2025 | ຂ່າວ-ພາບ: ສັນຍາ |

ແຂວງເຊກອງ ໄດ້ສຸມໃສ່ພັດທະນາພື້ນຖານໂຄງລ່າງ ໂດຍສະເພາະແມ່ນເສັ້ນທາງຄົມມະນາຄົມ ທີ່ສາມາດເຊື່ອມຈອດ-ເຊື່ອມໂຍງພາຍໃນ, ພາກພື້ນ ແລະ ສາກົນ ເພື່ອເອື້ອອໍານວຍໃຫ້ແກ່ການຜະລິດ, ການຄ້າ, ການບໍລິການ, ການທ່ອງ ທ່ຽວ ແລະ ການລົງທຶນ ແນໃສ່ຍູ້ແຮງການພັດທະນາເສດຖະກິດ-ສັງຄົມ ຂອງແຂວງໃຫ້ຂະຫຍາຍຕົວດ້ວຍຈັ່ງຫວະໝັ້ນທ່ຽງ ແລະ ຍືນຍົງ ຕາມທິດການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່.

ທ່ານ ສາກົນ ພອນປະເສີດ ຫົວໜ້າ ພະແນກແຜນການ ແລະ ການລົງທຶນແຂວງ ລາຍງານໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງເຊກອງ ຊຸດທີ II ເມື່ອບໍ່ດົນຜ່ານມາ ໃຫ້ຮູ້ວ່າ: ປັດຈຸບັນທົ່ວແຂວງ ມີເສັ້ນທາງທັງໝົດ 291 ເສັ້ນ, ລວງຍາວ 2,077.81 ກິໂລແມັດ. ໃນນີ້, ທາງ​ເບ​ຕົງ 4.2 ກິໂລແມັດ, ປູອັດສະຟານ 8.02 ກິໂລແມັດ, ປູຢາງ 346.98 ກິໂລແມັດ, ປູແຮ່ 1,072.26 ກິໂລແມັດ ແລະ ທາງດິນທຳມະຊາດ 646.35 ກິໂລແມັດ; ມີ​ຂົວ​ທັງ​ໝົດ 34 ​ແຫ່ງ, ລວງ​ຍາວທັງ​ໝົດ 1,553.04 ​ແມັດ. ໃນ​ນີ້, ​ຂົວ​ເບ​ຕົງ 18 ​ແຫ່ງ ລວງ​ຍາວ 1,080 ​ແມັດ, ຂົວ​ເບ​ເລ 11 ​ແຫ່ງ ລວງ​ຍາວ 324.04 ​ແມັດ, ຂົວ​ໄມ້ 1 ​ແຫ່ງ ລວງຍາວ 24 ​ແມັດ, ຂົວ​ປະສົມ 1 ​ແຫ່ງ ຍາວ 25 ​ແມັດ ແລະ ຂົວ​ອູ່ 3 ​ແຫ່ງ ລວງຍາວ 100 ​ແມັດ; ມີບ້ານທີ່ມີເສັ້ນທາງເຂົ້າເຖິງແລ້ວ 201 ບ້ານ ກວມເອົາ 99.01%. ໃນນີ້, ສາມາດທຽວໄດ້ສອງລະດູ 160 ບ້ານ ກວມເອົາ 78.81% ແລະ ບ້ານບໍ່ມີເສັ້ນທາງເຂົ້າເຖິງ 2 ບ້ານ ກວມເອົາ 0.98% ( ບ້ານຈະເຕີ ແລະ ບ້ານຕະລຸຍ ເມືອງກະລຶມ).

ທ່ານ ສາກົນ ພອນປະເສີດ ໃຫ້ຮູ້ຕື່ມວ່າ: ໃນປີ 2025 ນີ້, ແຂວງສືບຕໍ່ຍົກລະດັບ ແລະ ພັດທະນາພື້ນຖານໂຄງລ່າງຄົມມະນາຄົມທາງບົກ ແລະ ທາງນໍ້າ ຢ່າງເປັນລະບົບໃຫ້ເຊື່ອມຈອດກັນ ແລະ ກົມກຽວ ກັບບັນດາເມືອງ, ແຂວງອ້ອມຂ້າງ, ກັບປະເທດອ້ອມຂ້າງ, ພາກພື້ນ ແລະ ສາກົນ ໃຫ້ມີຄວາມສະດວກ, ທັນສະໄໝ ແລະ ປອດໄພ, ພ້ອມທັງປັບປຸງຄຸນນະພາບ ແລະ ມາດຖານທາງດ້ານພື້ນຖານໂຄງລ່າງ ຕິດພັນກັບການບູລະນະຮັກສາສ້ອມແປງທາງທີ່ມີ ໃຫ້ຢູ່ໃນສະພາບທີ່ດີ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ, ພັດທະນາການຂົນສົ່ງທາງບົກ ໃຫ້ແຕ່ລະເມືອງມີການບໍລິການຂົນສົ່ງສີນຄ້າ ແລະ ໂດຍສານ, ປັບປຸງລະບົບການບໍລິການທາງຜ່ານ ແລະ ບໍລິການຂົນສົ່ງຜ່ານແດນ ໃຫ້ມີຄວາມສະດວກ ແລະ ວ່ອງໄວ ໂດຍການສ້າງລະບົບໂລຈີສຕິກຄົບຊຸດ, ຄຽງຄູ່ກັບການປັບປຸງລະບຽບການ ແລະ ກົນໄກປະສານງານ ລະຫວ່າງຂະແໜງການໂຍທາທິການ ແລະ ຂົນສົ່ງ ກັບຂະແໜງການທີ່ກ່ຽວຂ້ອງອື່ນໆ.

Share:

ຂ່າວຫຼ້າສຸດ

ເສດຖະກິດ

5 ປີຜ່ານມາ ແຂວງເຊກອງ ມີໂຄງການລົງທຶນເອກະຊົນ 37 ໂຄງການ

  • 10 Feb 2025
  • ພຸດທະສອນ

ທ່ານ ກອງດາວັນ ວົງສາ...

ອ່ານເພີ່ມ

ການເມືອງ

ໜ່ວຍພັກບໍລິຫານ-ຈັດຕັ້ງ, ກວດກາ ແລະ ປະເມີນຜົນ ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ I

  • 06 Feb 2025
  • ພຸດທະສອນ

ກອງປະຊຸມໃຫຍ່ຄັ້ງທີ I...

ອ່ານເພີ່ມ

ການເມືອງ

ຫນ່ວຍພັກສົ່ງເສີມການລົງທຶນ, ແຜນການ ແລະຮ່ວມມືສາກົນ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ I

  • 05 Feb 2025
  • ພຸດທະສອນ

ວັນທີ 5 ກຸມພາ ນີ້,...

ອ່ານເພີ່ມ

ກະສິກຳ

ປີ 2024 ແຂວງເຊກອງ ຜະລິດເຂົ້າເປືອກໄດ້ 46.000 ກວ່າໂຕນ

  • 05 Feb 2025
  • ຂ່າວ-ພາບ: ສັນຍາ

ການຜະລິດເຂົ້າເປືອກໃນທົ່ວແຂວງເຊກອງ...

ອ່ານເພີ່ມ