ໜ້າຫຼັກ / ການເຄື່ອນໄຫວ / ທົ່ວແຂວງເຊກອງ ມີຜູ້ນໍາໃຊ້ເລກໝາຍໂທລະສັບ 101.061 ເລກໝາຍ

ທົ່ວແຂວງເຊກອງ ມີຜູ້ນໍາໃຊ້ເລກໝາຍໂທລະສັບ 101.061 ເລກໝາຍ

29 Jan 2025 | ຂ່າວ-ພາບ: ສັນຍາ |

ປັດຈຸບັນ, ທົ່ວແຂວງເຊກອງ ມີຜູ້ນຳໃຊ້ເລກໝາຍໂທລະສັບມືຖື, ແບບຕັ້ງໂຕະ ແລະ ແບບບໍ່ມີສາຍທັງໝົດ ຈຳນວນ 101.061 ເລກໝາຍ. ໃນນີ້, ໄດ້ລົງທະບຽນຜ່ານລະບົບໂປຼແກຼມ 3 ແກ໋ບແລ້ວ ຈໍານວນ 93.591 ເລກໝາຍ ເທົ່າກັບ 92,60 % ແລະ ອິນເຕີເນັດຜ່ານສາຍໄຟເບີ (FTTH) ຈຳນວນ 3.073 ບັນຊີ.

ທ່ານ ພົດສະໜາ ນິນທະນົນ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ຜ່ານມາ, ແຂວງເຊກອງໄດ້ເອົາໃຈໃສ່ຊຸກຍູ້ບໍລິສັດຜູ້ປະກອບການ ດ້ານໂທລະຄົມມະນາຄົມປັບປຸງການບໍລິການ ແລະ ຂະຫຍາຍເຄືອຂ່າຍສັນຍານໂທລະສັບອອກສູ່ຊົນນະບົດເຂດຫ່າງໄກຊອກຫລີກຢ່າງກວ້າງຂວາງ. ປະຈຸບັນ ມີເສົາຮັບ-ສົ່ງສັນຍານໂທລະສັບ BTS ຈໍານວນ 174 ຕົ້ນ, ມີສະຖານີຮັບ-ສົ່ງສັນຍານໂທລະສັບ 466 ສະຖານີ, ມີສາຍກາບໄຍແສງ (Fiber optic) ກວມເອົາ 4 ເມືອງ ມີຄວາມຍາວທັງໝົດ 1.666 km, ມີເຄື່ອຄ່າຍສັນຍານໂທລະສັບ ກວມເອົາ 94% ຂອງຈຳນວນບ້ານທົ່ວແຂວງ. ໃນນີ້, ເຄື່ອຄ່າຍສັນຍານໂທລະສັບ 2G ກວມເອົາ 94%, ສັນຍານ 3G ກວມເອົາ 67% ແລະ ເຄື່ອຄ່າຍສັນຍານໂທລະສັບ 4G ກວມເອົາ 67%. ພ້ອມກັນນີ້, ໄດ້ລົງຊຸກຍູ້ ຕິດຕາມ ແລະ ຄຸ້ມຄອງຜູ້ປະກອບດ້ານໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ຫັນເຂົ້າສູ່ລະບຽບກົດໝາຍ, ອອກໃບອະນຸຍາດນໍາໃຊ້ຄື້ນຄວາມຖີ່ວິທະຍຸສື່ສານໂຟນີໄດ້ 207 ເຄື່ອງ, ສາຂາຜູ້ໃຫ້ບໍລິການຮັບຝາກ, ຈັດສົ່ງ ແລະ ແຈກຢາກເຄື່ອງຝາກທາງໄປສະນີ 4 ສາຂາ ແລະ ອອກໃບຢັ້ງຄື້ນຄວາມຖີ່ເຄື່ອງບິນບໍ່ມີຄົນຂັບ (ໂດຣນ) 2 ເຄື່ອງ ແລະ ສໍາເລັດການລົງເຜີຍແຜ່, ຊຸກຍູ້ການຈັດຕັ້ງປະຕິບັດ ວຽກງານຫັນເປັນດີຈີຕ໋ອນ ແລະ ຄຸ້ມຄອງອິນເຕີເນັດໃຫ້ອົງການປົກຄອງ 4 ຕົວເມືອງ.

ທ່ານ ພົດສະໜາ ນິນທະນົນ ໃຫ້ຮູ້ຕື່ມວ່າ: ໃນປີ 2025 ນີ້, ແຂວງຈະສືບຕໍ່ສ້າງເງື່ອນໄຂໃນການພັດທະນາໂຄ່ງລາງພື້ນຖານໄປສະນີ, ໂທລະຄົມ ໃຫ້ຄວບຄຸມພື້ນທີ່ທົ່ວແຂວງ ສາມາດຮອງຮັບໃຫ້ແກ່ການຫັນເປັນອຸດສາຫະກໍາ-ທັນສະໄໝ ແລະ ເຂົ້າເຖິງເຂດຊົນນະບົດ-ຫ່າງໄກສອກຫລີກ, ຊຸກຍູ້ຜູ້ໃຫ້ບໍລິການດ້ານໂທລະຄົມສ້າງພື້ນຖານໂຄງລ່າງ ແລະ ຂະຫຍາຍຕາໜ່າງບໍລິການໂທລະຄົມມະນາຄົມໄປຍັັງເຂດທີ່ມີເງື່ອນໄຂ ໃຫ້ທົົ່ວເຖິ່ງ, ພັດທະນາລະບົບຫອ້ງການທັນສະໄໝ (E-office) ເພື່ອປະກາດໃຊ້ຢ່າງເປັນທາງການ, ຊຸກຍູ້-ສົ່ງເສີມບັນດາພະແນກການພາຍໃນແຂວງ ຫັນມານໍາໃຊ້ລະບົບບໍລິຫານລັດດ້ວຍເອເລັກໂຕຣນິກ (E-Office) ໃຫ້ຫລາຍຂຶ້ນ ແລະ ສືບຕໍ່ຄຸ້ມຄອງ, ຕິດຕາມ, ກວດກາບຸກຄົນ-ນິຕິບຸກຄົນ, ຫົວໜ່ວຍທຸລະກິດ ທີ່ໃຫ້ບໍລິການດ້ານໄປສະນີ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ.

Share:

ຂ່າວຫຼ້າສຸດ

ເສດຖະກິດ

5 ປີຜ່ານມາ ແຂວງເຊກອງ ມີໂຄງການລົງທຶນເອກະຊົນ 37 ໂຄງການ

  • 10 Feb 2025
  • ພຸດທະສອນ

ທ່ານ ກອງດາວັນ ວົງສາ...

ອ່ານເພີ່ມ

ການເມືອງ

ໜ່ວຍພັກບໍລິຫານ-ຈັດຕັ້ງ, ກວດກາ ແລະ ປະເມີນຜົນ ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ I

  • 06 Feb 2025
  • ພຸດທະສອນ

ກອງປະຊຸມໃຫຍ່ຄັ້ງທີ I...

ອ່ານເພີ່ມ

ການເມືອງ

ຫນ່ວຍພັກສົ່ງເສີມການລົງທຶນ, ແຜນການ ແລະຮ່ວມມືສາກົນ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ I

  • 05 Feb 2025
  • ພຸດທະສອນ

ວັນທີ 5 ກຸມພາ ນີ້,...

ອ່ານເພີ່ມ

ກະສິກຳ

ປີ 2024 ແຂວງເຊກອງ ຜະລິດເຂົ້າເປືອກໄດ້ 46.000 ກວ່າໂຕນ

  • 05 Feb 2025
  • ຂ່າວ-ພາບ: ສັນຍາ

ການຜະລິດເຂົ້າເປືອກໃນທົ່ວແຂວງເຊກອງ...

ອ່ານເພີ່ມ