ໜ້າຫຼັກ / ການເຄື່ອນໄຫວ / ປີນີ້, ເຊກອງ ຕ້ອງການທຶນເພື່ອພັດທະນາ 1.308 ຕື້ກີບ
ໃນປີ 2025 ນີ້, ແຂວງເຊກອງ ມີຄວາມຕ້ອງການທຶນ ເພື່ອພັດທະນາພື້ນຖານໂຄງລ່າງ, ເສດຖະກິດ-ສັງຄົມ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນທັງໝົດ 1.308 ຕື້ກີບ ກວມເອົາ 38,74% ຂອງ GDP. ໃນນີ້, ການລົງທຶນຈາກງົບປະມານລັດ 91 ຕື້ກີບ ກວມເອົາ 7%, ທຶນຊ່ວຍເຫລືອລ້າ ແລະ ກູ້ຢືມ 170 ຕື້ກີບ ກວມເອົາ 13%, ທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ 1.047 ຕື້ກີບ ກວມເອົາ 80% ຂອງຄວາມຕ້ອງການທຶນທັງໝົດ.
ທ່ານ ສາກົນ ພອນປະເສີດ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງເຊກອງ ໃຫ້ຮູ້ເມື່ອບໍ່ດົນນີ້ ວ່າ: ໃນປີ 2025 ນີ້, ແຂວງເຊກອງ ສຸມໃສ່ການພັດທະນາເສດຖະກິດ ໃຫ້ຫັນໄປສູ່ຄຸນນະພາບ ດ້ວຍການປັບປຸງໂຄງປະກອບເສດຖະກິດ ໃຫ້ມີຄວາມຫລາກຫລາຍ ຕາມຂະແໜງການຜະລິດ, ການຄ້າ ແລະ ການບໍລິການ ແລະ ສ້າງມູນຄ່າເພີ່ມສູງຂຶ້ນຕາມທ່າແຮງບົ່ມຊ້ອນຂອງແຂວງ; ສົ່ງເສີມການພັດທະນາທາງດ້ານພະລັງງານໄຟຟ້າ, ດ້ານບໍ່ແຮ່ ນັບທັງການລົງທຶນຂອງລັດ, ເອກະຊົນພາຍໃນ ແລະ ຕ່າງປະເທດ ທີ່ມີການເຄື່ອນໄຫວຖືກຕ້ອງ ຕາມກົດໝາຍຂອງລັດ ເພື່ອຮັບປະກັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ກໍຄືຂອງແຂວງໃຫ້ມີການຂະຫຍາຍຕົວ ແລະ ເພື່ອເຮັດໃຫ້ປະຊາຊົນບັນດາເຜົ່າຫລຸດພົ້ນອອກຈາກຄວາມທຸກຍາກ; ສຸມໃສ່ພັດທະນາຈຸນລະວິສາຫະກິດ ແລະ SME ໄປສູ່ຄຸນນະພາບໃໝ່ ຕາມ 7 ນະໂຍບາຍພັດທະນາ SME ຂອງແຂວງ ເພື່ອໃຫ້ສາມາດແຂ່ງຂັນກັບພາກພື້ນ ແລະ ສາກົນ ໂດຍການສ້າງເງື່ອນໃນການເຂົ້າເຖິງແຫລ່ງທຶນ, ວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກໍາໃໝ່ໃຫ້ມີປະສິດທິພາບ; ສຸມໃສ່ປັບປຸງ, ກໍ່ສ້າງ ແລະ ຂະຫຍາຍພື້ນຖານໂຄງລ່າງ, ພື້ນຖານວັດຖຸເຕັກນິກຮັບໃຊ້ການຜະລິດ ຂອງປະຊາຊົນ ແລະ ສຸມໃສ່ສ້າງເງື່ອນໄຂ ໂດຍສະເພາະນະໂຍບາຍທີ່ເໝາະສົມ ໃນການດຶງດູດການລົງທຶນໃຫ້ຫລາຍຂຶ້ນ.
ພ້ອມກັນນີ້, ກໍສູ້ຊົນຜະລິດເຂົ້າເປືອກລວມໃຫ້ໄດ້ 48.566 ໂຕນ, ສະເລ່ຍເຂົ້າກິນ 331 ກິໂລ/ຄົນ/ປີ; ຜະລິດພືດສະບຽງອາຫານໃຫ້ໄດ້ 49.580 ໂຕນ ແລະ ຜະລິດພຶດເປັນສິນຄ້າໃຫ້ໄດ້ 272.759 ໂຕນ. ໃນນີ້, ກາເຟ 55.115 ໂຕນ, ໝາກແໜ່ງ 804 ໂຕນ, ສາລີ 6.235 ໂຕນ, ມັນຕົ້ນ 163.592 ໂຕນ, ກ້ວຍ 9.360 ໂຕນ, ໂສມ 643 ໂຕນ, ຜັກກາດຫໍ່ 4.320 ໂຕນ, ຜັກກະລໍ່າປີ 12.194 ໂຕນ ແລະ ໄມ້ໃຫ້ໝາກຕ່າງໆ 15.988 ໂຕນ; ຊຸກຍູ້ການລ້ຽງສັດແບບເປັນຟາມ ເຮັດໃຫ້ອັດຕາການຂະຫຍາຍຕົວ ຂອງສັດເພີ່ມຂຶ້ນສະເລ່ຍ 2-3% ແລະ ຜະລິດຊີ້ນ, ປາ, ໄຂ່ ໃຫ້ໄດ້ 6.630 ໂຕນ, ສະເລ່ຍຫົວຄົນໃຫ້ໄດ້ 49 ກິໂລ/ຄົນ/ປີ.