ໜ້າຫຼັກ / ການເຄື່ອນໄຫວ / ຄຖສຄ ເຊກອງ ປະເມີນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2024

ຄຖສຄ ເຊກອງ ປະເມີນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2024

30 Jan 2025 | ຂ່າວ-ພາບ: ອັດສະວິນ |

ໃນວັນທີ 30 ມັງກອນ ນີ້, ຄະນະພັກຮາກຖານສາຂາທະນະຄານ (ຄຖສຄ) ແຂວງເຊກອງ ຈັດກອງປະຊຸມປະເມີນການຈັດຕັ້ງປະຕິບັດແຜນການ ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2024 ໂດຍການເປັນປະທານ ຂອງສະຫາຍ ດົງເພັດ ພະຍົນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໃນກອງປະຊຸມ, ບັນດາໜ່ວຍພັກ ໄດ້ຂຶ້ນຜ່ານບົດລາຍງານ ແລະ ບົດສະຫລຸບການປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2024 ແລະ ທິດທາງແຜນການ ປີ 2025 ຊຶ່ງຄະນະໜ່ວຍພັກ ຍາມໃດກໍໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ, ສ້າງເງື່ອນໄຂ ແລະ ປຸກລະດົມສະມາຊິກພັກເປັນເຈົ້າການຄົ້ນຄວ້າ, ເຊືອມຊຶມ ແລະ ກໍາແໜ້ນແນວທາງຂອງພັກ, ແຜນນະໂຍບາຍ, ລະບຽບກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດ, ເອົາໃຈໃສ່ນໍາພາ-ຊີ້ນໍາປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນ ໂດຍສະເພາະແມ່ນການລະດົມເງິນຝາກ ແລະ ການປ່ອຍສິຍສິນເຊື່ອ ປະກອບສ່ວນເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ເສດຖະກິດ-ສັງຄົມ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນພາຍໃນແຂວງ ພ້ອມທັງ ເອົາໃຈໃສ່ນໍາພາ-ຊີ້ນໍາກໍ່ສ້າງພັກ ຕາມ 5 ຫລັກການ 3 ທິດນໍາ ຂອງພັກ ແລະ ປະຕິບັດແຜນການ ກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຕາມເນື້ອໃນ 5 ດ້ານ.
ສະຫາຍ ຕຸລາ ວົງໜໍ່ແກ້ວ ຮັກສາການ ເລຂາ ຄຖສຄ ແຂວງເຊກອງ ໄດ້ກ່າວວ່າ: ຄຖສຄ ແຂວງເຊກອງ ມີ 5 ໜ່ວຍພັກຂຶ້ນກັບ ຄື: ໜ່ວຍພັກ ທະນະຄານການຄ້າຕ່າງປະເທດລາວ, ທະນະຄານພົງສະຫວັນ, ທະນະຄານພັດທະນາລາວ, ທະນະຄານນະໂຍບາຍ ແລະ ໜ່ວຍພັກ ທະນະຄານສົ່ງເສີມກະສິກຳ, ມີສະມາຊິກພັກທັງໝົດ 52 ສະຫາຍ, ຍິງ 21 ສະຫາຍ. ໃນນີ້, ຜ່ານການກວດກາ, ປະເມີນຜົນ ແລະ ຮັບຮອງ ເປັນສະມາຊິກປອດໃສ ເຂັ້ມແຂງ ໜັກແໜ້ນ ຈຳນວນ 51 ສະຫາຍ ຍິງ 20 ສະຫາຍ ກວມເອົາ 98.07%.
ໂອກາດນີ້, ສະຫາຍ ດົງເພັດ ພະຍົນ ໄດ້ເນັ້ນໃຫ້ຄະນະໜ່ວຍພັກ ພ້ອມກັນສືບຕໍ່ຈັດຕັ້ງປະຕິບັດດ້ານວຽກງານການເມືອງແນວຄິດໃຫ້ແກ່ຖັນແຖວສະມາຊິກພັກ-ພະນັກງານຢ່າງເລິກເຊິ່ງເຖິງຖອງ, ພ້ອມທັງ ປັບປຸງຄືນບາງເນື້ອໃນໃຫ້ລະອຽດຊັດເຈນ ຕິດພັນກັບການຕີລາຄາບັນດາຂໍ້ຄົງຄ້າງ ທີ່ຈັດຕັ້ງປະຕິບັດບໍ່ທັນໄດ້ໃນ 5 ດ້ານ ເພື່ອເຮັດໃຫ້ກາຍເປັນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ທີ່ມີຄຸນນະພາບສູງ.

Share:

ຂ່າວຫຼ້າສຸດ

ເສດຖະກິດ

5 ປີຜ່ານມາ ແຂວງເຊກອງ ມີໂຄງການລົງທຶນເອກະຊົນ 37 ໂຄງການ

  • 10 Feb 2025
  • ພຸດທະສອນ

ທ່ານ ກອງດາວັນ ວົງສາ...

ອ່ານເພີ່ມ

ການເມືອງ

ໜ່ວຍພັກບໍລິຫານ-ຈັດຕັ້ງ, ກວດກາ ແລະ ປະເມີນຜົນ ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ I

  • 06 Feb 2025
  • ພຸດທະສອນ

ກອງປະຊຸມໃຫຍ່ຄັ້ງທີ I...

ອ່ານເພີ່ມ

ກະສິກຳ

ປີ 2024 ແຂວງເຊກອງ ຜະລິດເຂົ້າເປືອກໄດ້ 46.000 ກວ່າໂຕນ

  • 05 Feb 2025
  • ຂ່າວ-ພາບ: ສັນຍາ

ການຜະລິດເຂົ້າເປືອກໃນທົ່ວແຂວງເຊກອງ...

ອ່ານເພີ່ມ

ການເມືອງ

ຫນ່ວຍພັກສົ່ງເສີມການລົງທຶນ, ແຜນການ ແລະຮ່ວມມືສາກົນ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ I

  • 05 Feb 2025
  • ພຸດທະສອນ

ວັນທີ 5 ກຸມພາ ນີ້,...

ອ່ານເພີ່ມ