ໜ້າຫຼັກ / ການເຄື່ອນໄຫວ / ປີຜ່ານມາ, ເມືອງລະມາມ ເກັບລາຍຮັບໄດ້ລື່ນແຜນເກືອບ 60%
ໃນປີ 2024 ຜ່ານມາ, ເມືອງລະມາມ ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 10,24 ຕື້ກີບ ທຽບໃສ່ແຜນການປີລື່ນແຜນ 59%. ໃນນີ້, ລາຍຮັບຈາກສ່ວຍສາອາກອນ 9,66 ຕື້ກີບ ລື່ນແຜນ 63% ແລະ ລາຍຮັບຈາກຊັບສິນ 580 ລ້ານກີບ ລື່ນແຜນ 13%. ສ່ວນລາຍຈ່າຍປະຕິບັດໄດ້ 39 ຕື້ກວ່າກີບ ທຽບໃສ່ແຜນເທົ່າກັບ 101% ໂດຍມີລາຍຈ່າຍເງິນເດືອນ, ເງິນນະໂຍບາຍ, ເງິນບໍລິຫານ, ເງິນລົງທຶນ ແລະ ອື່ນໆ.
ທ່ານ ຄໍາປານ ພິມມະເສນ ຫົວໜ້າຫ້ອງການ-ການເງິນເມືອງລະມາມ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ຂະແໜງການເງິນ ເມືອງລະມາມ ໄດ້ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງ, ແບບແຜນນໍາພາ-ວິທີເຮັດວຽກ, ເປັນໃຈກາງໃນການປະສານສົມທົບ ກັບຂະແໜງການກ່ຽວຂ້ອງ, ພັດທະນາວຽກງານຫັນການເກັບລາຍຮັບ-ຄຸ້ມຄອງລາຍຈ່າຍໄປສູ່ທັນສະໄໝ ພ້ອມທັງ ເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກໍາຕ່າງໆ ກ່ຽວກັບວຽກງານການເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍງົບປະມານ ເປັນຕົ້ນ, ລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ, ກົດໝາຍ ວ່າດ້ວຍອາກອນທີ່ດິນ, ຄໍາສັ່ງ 18/ນຍ ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫລຂອງງົບປະມານ, ດໍາລັດ ວ່າດ້ວຍການປະຢັດ ແລະ ຕ້ານການຟຸມເຟືອຍ ເຮັດໃຫ້ການປະຕິບັດແຜນງົບປະມານ ຂອງເມືອງ ມີປະສິດທິພາບ ແລະ ປະສິດສິດທິຜົນ. ອັນພົ້ນເດັ່ນ ແມ່ນວຽກງານຫັນເປັນທັນສະໄໝ ທີ່ຕິດພັນກັບການເກັບລາຍຮັບຈາກອາກອນທີ່ດິນ ໂດຍໄດ້ດຶງເອົາຂໍ້ມູນຕອນດິນເຂົ້າໃນລະບົບແທັກລິດ (TaxRIS), ຊຸກຍູ້ ແລະ ລະດົມຫົວໜ່ວຍທຸລະກິດທົ່ວເມືອງ ເຂົ້າຢູ່ໃນລະບົບອາກອນມູນຄ່າເພີ່ມ ເຊື່ອມຕໍ່ກັບລະບົບ TaxRIS ເຮັດໃຫ້ຫົວໜ່ວຍທຸລະກິດມີຄວາມຕື່ນຕົວຕໍ່ການແຈ້ງມອບອາກອນ ດ້ວຍຕົນເອງເພີ່ມຂຶ້ນ.
ໂດຍອີງໃສ່ຖານລາຍຮັບທີ່ມີ ແລະ ທ່າແຮງບົ່ມຊ້ອນຕົວຈິງ ຂອງເມືອງ ແລະ ເພື່ອສະໜັບສະໜູນ ການກ້າວຂຶ້ນກຸ້ມຕົນເອງ ແລະ ເກີນດຸນທາງດ້ານລາຍຮັບ-ລາຍຈ່າຍງົບປະມານ ຂອງແຂວງເຊກອງ ໃນປີ 2025 ເມືອງລະມາມຈະສູ້ຊົນເກັບລາຍຮັບໃຫ້ໄດ້ 8,19 ຕື້ກີບ ທຽບໃສ່ປີ 2024 ເພີ່ມຂຶ້ນ 27%. ໃນນີ້, ລາຍຮັບສ່ວຍສາອາກອນ 7,57 ຕື້ກີບ ເພີ່ມຂຶ້ນ 29% ແລະ ລາຍຮັບຊັບສິນ 620 ລ້ານກີບ ເພີ່ມຂຶ້ນ 22%.
ທ່ານ ຄໍາປານ ພິມມະເສນ ຍັງໃຫ້ຮູ້ອີກວ່າ: ສໍາລັບການຈັດຕັ້ງປະຕິບັດແຜນງົບປະມານໄລຍະ 5 ປີ (2020-2024) ຜ່ານມາ, ເມືອງລະມາມ ສາມາດຈັດເກັບລາຍຮັບໄດ້ 32,50 ຕື້ກີບ ທຽບໃສ່ແຜນການ 5 ປີ ເທົ່າກັບ 125% ແລະ ປະຕິບັດລາຍຈ່າຍໄດ້ 170,16 ຕື້ກີບ ທຽບໃສ່ແຜນ 5 ປີ ເທົ່າກັບ 98%.