ໜ້າຫຼັກ / ການເຄື່ອນໄຫວ / ຖວທ ເຊກອງ ປາຖະກະຖາວັນສໍາຄັນຂອງຊາດ ແລະ ສາກົນ

ຖວທ ເຊກອງ ປາຖະກະຖາວັນສໍາຄັນຂອງຊາດ ແລະ ສາກົນ

03 Feb 2025 | ພຸດທະສອນ |

ພະແນກຖະແຫລງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ (ຖວທ) ແຂວງເຊກອງ ຈັດປາຖະກະຖາວັນສໍາຄັນຕ່າງໆ ຂອງພັກ, ຂອງຊາດ ແລະ ຂອງສາກົນ ໃນວັນທີ 3 ກຸມພາ 2025 ທັງນີ້, ກໍເພື່ອເປັນການສຶກສາອົບຮົມ, ປຸກລະດົມໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ໃນທົ່ວຂະແໜງ ຖວທ ແຂວງ ມີນໍ້າໃຈຮັກຊາດ, ຮັກລະບອບໃໝ່, ສ້າງຄວາມສາມັກຄີ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ, ແຂວງເຊກອງ ກໍຄືວຽກງານ ຖວທ ໃຫ້ນັບມື້ຂະຫຍາຍຕົວກ້າວຂຶ້ນ.
ເອກະສານ ທີ່ນໍາມາປາຖະກະຖາ ແລະ ເຊື່ອມຊຶມຄັ້ງນີ້ ປະກອບມີມູນເຊື້ອວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 69 ປີ (1/2/1956-1/2/2025), ວັນເກີດຂອງປະທານ ຄໍາໄຕ ສີພັນດອນ ຄົບຮອບ 101 ປີ (8/2/1924-8/2/2025), ວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 95 ປີ (3/2/1930-3/2/2025) ແລະ ມະຕິກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ຄັ້ງທີ 5 ສະໄຫມທີ VIII.
ໂອກາດນີ້, ທ່ານ ຈັນໄທ ຄໍາມະນີວົງ ໄດ້ມີຄໍາເຫັນວ່າ: ການປາຖະກະຖາ ແລະ ເຊື່ອມຊຶມຄັ້ງນີ້ ແມ່ນເປັນການຫວນຄືນປະຫວັດແຫ່ງການກໍາເນີດ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວ ຂອງສະຫະພັນກໍາມະບານລາວນັບແຕ່ມື້ສ້າງຕັ້ງຈົນເຖິງປັດຈຸບັນ ວ່າມີພາລະບົດບາດ, ສິດ ແລະ ໜ້າທີ່ອັນໃດແດ່ ລວມທັງປະຫວັດ ຊີວິດ ແລະ ການເຄື່ອນໄຫວປະຕິວັດ ຂອງປະທານ ຄໍາໄຕ ສີພັຮດອນ ເພື່ອແນໃສ່ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ມີຄວາມຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງ ແລະ ຮຽນຮູ້ເອົາບົດຮຽນ, ຄຸນສົມບັດສິນທຳປະຕິວັດ, ແບບແຜນການດຳລົງຊີວິດ ຂອງເພິ່ນນໍາໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານ ໃຫ້ມີຜົນສໍາເລັດ.

Share:

ຂ່າວຫຼ້າສຸດ

ເສດຖະກິດ

5 ປີຜ່ານມາ ແຂວງເຊກອງ ມີໂຄງການລົງທຶນເອກະຊົນ 37 ໂຄງການ

  • 10 Feb 2025
  • ພຸດທະສອນ

ທ່ານ ກອງດາວັນ ວົງສາ...

ອ່ານເພີ່ມ

ການເມືອງ

ໜ່ວຍພັກບໍລິຫານ-ຈັດຕັ້ງ, ກວດກາ ແລະ ປະເມີນຜົນ ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ I

  • 06 Feb 2025
  • ພຸດທະສອນ

ກອງປະຊຸມໃຫຍ່ຄັ້ງທີ I...

ອ່ານເພີ່ມ

ກະສິກຳ

ປີ 2024 ແຂວງເຊກອງ ຜະລິດເຂົ້າເປືອກໄດ້ 46.000 ກວ່າໂຕນ

  • 05 Feb 2025
  • ຂ່າວ-ພາບ: ສັນຍາ

ການຜະລິດເຂົ້າເປືອກໃນທົ່ວແຂວງເຊກອງ...

ອ່ານເພີ່ມ

ການເມືອງ

ຫນ່ວຍພັກສົ່ງເສີມການລົງທຶນ, ແຜນການ ແລະຮ່ວມມືສາກົນ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ I

  • 05 Feb 2025
  • ພຸດທະສອນ

ວັນທີ 5 ກຸມພາ ນີ້,...

ອ່ານເພີ່ມ