ທາບທາມບຸກຄະລາກອນເຂົ້າໃນໂຄງປະກອບຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ຮອບທີ I
31 Jan 2025 | ພຸດທະສອນ |
ກອງປະຊຸມທາບທາມບຸກຄະລາກອນເຂົ້າໃນໂຄງປະກອບຄະນະບໍລິຫານງານສະຫະພັນແມ່ຍິງແຂວງເຊກອງ ສະໄໝທີ VII ຮອບທີ I ຈັດຂຶ້ນໃນວັນທີ 31 ມັງກອນ 2025 ນີ້, ທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈໍາພັກແຂວງ ວ່າການປະທານກວດກາພັກແຂວງ, ມີສະຫາຍ ນາງ ມະໂນລາ ສຸດທິຈັກ ເລຂາຫນ່ວຍພັກ ວ່າການປະທານສະຫະພັນແມ່ຍິງແຂວງ, ມີຄະນະບໍລິງານ, ຄະນະປະທານຮາກຖານ ແລະສະມາຊິກແມ່ຍິງທີ່ມີຕໍາແຫນ່ງຫົວຫນ້າ
ແລະຮອງຂະແຫນງຈາກຫນ່ວຍອ້ອມຂ້າງແຂວງ ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ນາງ ມະໂນລາ ສຸດທິຈັກ ໄດ້ຜ່ານແຈ້ງການແນະນໍາກ່ຽວກັບການກະກຽມດໍາເນີນກອງປະຊຸມໃຫຍ່ຂອງສະຫະພັນແມ່ຍິງແຂວງ, ແຈ້ງການ ປ່ຽນແປງວາລະດໍາເນີນກອງປະຊຸມໃຫຍ່ສະຫະພັນແມ່ຍິງແຂວງ ແລະ ຜ່ານມະຕິຕົກລົງ ວ່າດ້ວຍແຕ່ງຕັ້ງຄະນະຊີ້ນໍາລວມ, ອະນຸກຳມະການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ VII ຜູ້ແທນແມ່ຍິງແຂວງເຊກອງ.
ໂອກາດນີ້ ສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ໄດ້ຮຽກຮ້ອງໃຫ້ບັນດາຜູ້ແທນແມ່ຍິງ ຕ້ອງໄດ້ຄົ້ນຄ້ວາ, ພິຈາລະນາຢ່າງເລິກເຊິ່ງໃນການໃຊ້ສິດປ່ອນບັດທາບທາມຄັດເລືອກເອົາບຸກຄະລາກອນ ຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນ, ມີຄຸນທາດການເມືອງຫນັກແຫນ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີແບບແຜນດຳລົງຊີວິດທີ່ປອດໃສ, ມີຄວາມຮູ້ ຄວາມສາດ, ມີແບບແຜນນໍາພາ ແລະວິທີເຮັດວຽກທີ່ດີ ເຂົ້າໃນໂຄງປະກອບຄະນະບໍລິຫານງານສະຫະພັນແມ່ຍິງແຂວງຊຸດໃໝ່.
ຫລັງຈາກນັ້ນ, ຕາງໜ້າຄະນະຈັດຕັ້ງແຂວງໄດ້ຂຶ້ນຜ່ານມາດຖານເງື່ອນໄຂຜູ້ສະໝັກເຂົ້າໂຄງປະກອບຄະນະບໍລິຫານງານສະຫິພັນແມ່ຍິງແຂວງຊຸດໃໝ່ ແລະດຳເນີນການປ່ອນບັດທາບທາມ ເລືອກເອົາບຸກຄະລາກອນເຂົ້າໂຄງປະກອບ ຄະນະບໍລິຫານງານບໍລິຫານງານສະຫະພັນແມ່ຍິງແຂວງ ສະໄໝທີ VII ຕາມລະບຽບການ.
Share: