ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ VIII ຂອງໜ່ວຍພະແນກການເງິນ
31 Jan 2025 | ພຸດທະສອນ |
ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງໜ່ວຍພັກພະແນກການເງິນແຂວງເຊກອງ ໄດ້ໄຂຂຶ້ນ ແລະສໍາເລັດລົງໃນວັນທີ 31 ມັງກອນ ນີ້, ໂດຍການເປັນປະທານ ຂອງສະຫາຍ ຄໍາຮູ້ ອ່ອນມະນີ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວຫນ້າພະແນກການເງິນແຂວງ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ນາງ ເພັດດາວອນ ວາດສະຫງ່າ ຮອງຫົວຫນ້າຄະນະຈັດຕັ້ງແຂວງ, ມີສະຫາຍ ສຸກັນ ວໍລະປັນໄຊ ຄະນະພັກຮາກຖານ ຮອງເລຂາຫນ່ວຍພັກພະແນກການເງິນແຂວງແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໃນວາລະດຳເນີນກອງປະຊຸມໄດ້ຮັບຟັງການຜ່ານຮ່າງລາຍງານການເມືອງ, ບົດສໍາຫຼວດການນໍາພາລວມທີ່ໄດ້ຕີລາຄາໃຫ້ເຫັນຜົນງານການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ່ຜ່ານມາໃນການນໍາພາ-ຊີ້ນໍາຂອງຄະນະພັກຕະຫຼອດໄລຍະ 5 ປີ ເປັນຕົ້ນແມ່ນດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້. ປະຈຸບັນຫນ່ວຍພັກພະແນກການເງິນແຂວງມີສະມາຊິກພັກທັງໝົດ 58 ສະຫາຍ, ຍິງ 7 ສະຫາຍ; ຕະຫຼອດໄລຍະ 5 ປີ ຜ່ານມາຄະນະໜ່ວຍພັກໄດ້ຄະນະຫນ່ວຍພັກ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ-ພະນັກງານຢ່າງເປັນປົກກະຕິ, ເອົາໃຈໃສ່ປັບປຸງກໍ່ສ້າງພັກໃຫ້ຫນັກແຫນ້ນ ເຂັ້ມແຂງ, ເອົາໃຈໃສ່ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມສ້າງຂະບວນການຕ່າງໆໃນການປະຕິບັດວຽກງານຕົວຈິງ, ຄຽງຄູ່ກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ໂດຍປະສານສົມທົບພາກສ່ວນກ່ຽວຂ້ອງ ແລະ ອຳນາດການປົກຄອງທ້ອງຖິ່ນ, ຊ່ວຍຊຸກຍູ້, ຕິດຕາມ,ກວດກາການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ,ຊຶ່ງສາມາດສູ້ຊົນເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 1,269 ຕື້ກວ່າກີບ ທຽບໃສ່ແຜນໄລຍະ 5 ປີ (768 ຕື້ກວ່າກີບ) ປະຕິບັດໄດ້ 165.19%, ທຽບໃສ່ມະຕິຄັ້ງທີ VII (482 ຕື້ກວ່າກີບ) ປະຕິບັດໄດ້ 263.22%; ດ້ານລາຍຈ່າຍງົບປະມານ ປະຕິບັດໄດ້ທັງໝົດ 1,862ຕື້ກວ່າກີບ. ທຽບໃສແຜນໄລຍະ 5 ປີ (1,891 ຕື້ກວ່າກີບ) ປະຕິບັດໄດ້ 98.46%, ທຽບໃສ່ມະຕິຄັ້ງທີ VII ປະຕິບັດໄດ້ 1.625 ຕື້ກວ່າກີບ (ບໍ່ລວມເງິນພາກລົງທຶນ), ເທົ່າກັບ 90.79% ຂອງແຜນ 5 ປີ; ການຂາດດຸນງົບປະມານ ໄລຍະ 5 ປີ (2020-2024) ເທົ່າກັບ 372 ຕື້ກວ່າກີບ (ລວມລາຍຈ່າຍພາກລົງທຶນ) ເຊິ່ງໄລຍະຜ່ານມາແຂວງເຊກອງເປັນແຂວງທີ່ຂາດດຸນງົບປະມານສູງກວມເອົາ 80% ຂອງຍອດລາຍຈ່າຍ,ມາຮອດປະຈຸບັນແຂວງເຊກອງກ້າວໄປສູ່ແຂວງກຸ່ມຕົນເອງເທື່ອລະກ້າວ. ພ້ອມນັ້ນ, ຍັງໄດ້ຮັບຮອງເອົາທິດທາງແຜນການໃນ 5 ປີຕໍ່ໜ້າ(2025-2029) ຕື່ມອີກ.
ຈາກນັ້ນ, ໃນກອງປະຊຸມ ຍັງໄດ້ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍຊຸດໃໝ່ ໂດຍກອງປະຊຸມຄັ້ງປະຖົມມະລຶກໄດ້ເຫັນດີເລືອກເອົາ ສະຫາຍ ສີໄຄ ລ້ຽງສະຫວັດ ເປັນເລຂາ, ສະຫາຍ ສຸກສາຄອນ ຈັນທະພານິດ ເປັນຮອງເລຂາ ແລະ ສະຫາຍ ນາງ ດາວວິໄລ ບຸດນາໂຄ ເປັນກຳມະການ ທັງເປັນປະທານກວດກາໜ່ວຍພັກ.
Share: