ໜ່ວຍພັກຂະແໜງຈັດຕັ້ງ-ກວດກາ ທາບທາມເນື້ອໃນ ແລະບຸກຄະລາກອນຮອບທີ I
31 Jan 2025 | samai |
ວັນທີ 31 ມັງກອນ 2025 ນີ້ ໜ່ວຍພັກຂະແໜງຈັດຕັ້ງກວດກາ ທີ່ຂຶ້ນກັບຄະນະພັກຮາກຖານຫ້ອງວ່າການແຂວງເຊກອງ ໄດ້ເປີດກອງປະຊຸມທາບທາມເນື້ອໃນ ແລະບຸກຄະລາກອນຮອບທີ I ໂດຍການເປັນປະທານຂອງສະຫາຍສີສຸພັນ ມະຫາວົງ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າຫ້ອງວ່າການແຂວງເຊກອງ, ມີສະຫາຍ ອຸ່ນເຮືອນ ໄຊຍະວົງ ເລຂາໜ່ວຍພັກຂະແໜງຈັດຕັ້ງກວດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໃນກອງປະຊຸມໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງທັງສອງພາກ,
ຮ່າງເນື້ອໃນການຈັດຕັ້ງປະຕິບັດແຜນພັດທະນາວຽກງານ ຂອງແໜງຈັດຕັ້ງ-ກວດກາໄລຍະ 2020-2024 ແລະທິດທາງແຜນການ 2025-2029 ແລະຜ່ານບົດສໍາຫຼວດການນໍາພາລວມຂອງຄະນະໜ່ວຍພັກ ,ພ້ອມທັງປະກອບຄໍາຄິດຄໍາເຫັນຕໍ່ເນື້ອໃນເອກະສານດັ່ງກ່າວ ເພື່ອໃຫ້ຄົບຖ້ວນ-ສົມບູນ ແລະ ມີຄວາມເປັນເອກະພາບ.
ຈາກນັ້ນຕາງໜ້າຄະນະຈັດຕັ້ງແຂວງໄດ້ຂຶ້ນຜ່ານມາດຖານເງື່ອນໄຂຜູ້ສະໝັກເຂົ້າໂຄງປະກອບຄະນະພັກຊຸດໃໝ່ແລະດຳເນີນການປ່ອນບັດທາບທາມບຸກຄະລາກອນ ເພື່ອສະໝັກຄັດເລືອກເຂົ້າໃນຄະນະໜ່ວຍພັກຂະແໜງຈັດຕັ້ງ-ກວດກາ.
Share: