ຄະນະພັກຮາກຖານພະແນກ ຕສ ທາບທາມເນື້ອໃນ ແລະບຸກຄະລາກອນຮອບທີ I
29 Jan 2025 | ພຸດທະສອນ |
ຄະນະພັກຮາກຖານພະແນກເຕັກໂນໂລຊີ ແລະການສື່ສານ (ຕສ) ແຂວງເຊກອງ ເປີດກອງປະຊຸມທາບທາມເນື້ອໃນ ແລະ ທາບທາມບຸກຄະລາກອນ ຮອບທີ I ໃນວັນທີ 30 ມັງກອນ 2025, ໂດຍການເປັນປະທານຂອງສະຫາຍ ສົມເພັດ ເອີດລັດດາ ກຳມະການພັກແຂວງ, ຫົວຫນ້າຄະນະຈັດຕັ້ງແຂວງ, ມີສະຫາຍ ພົດສະຫນາ ນິນທະນົນ ເລຂາຄະນະພັກຮາກຖານພະແນກ ຕສ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໃນວາລະກອງປດຊຸມ ບັນດາສະຫາຍ ຄະນະພັກຮາກຖານ ໄດ້ຜັດປ່ຽນກັນ ຜ່ານຮ່າງບົດລາຍງານການເມືອງທັງສອງພາກ,
ຮ່າງເນື້ອໃນການຈັດຕັ້ງປະຕິບັດແຜນພັດທະນາວຽກງານ ຕສ ໄລຍະ 2020-2024 ແລະທິດທາງແຜນການ 2025-2029 ແລະ ສະຫລຸບຕີລາຄາໝາກຜົນຂອງການນໍາພາລວມ ຂອງຄະນະພັກຮາກຖານ ເພື່ອຊອກໃຫ້ເຫັນດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ ຂອງການຈັດຕັ້ງ, ການນໍາພາຊີ້ນໍາຂອງຄະນະພັກຮາກຖານ ແນໃສ່ປັບປຸງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ, ຍົກສູງບົດບາດ ແລະ ຄວາມສາມາດນໍາພາຂອງພັກ, ຮັບປະກັນການນໍາພາທີ່ເຂັ້ມແຂງ ແລະ ເພື່ອເປັນບ່ອນອີງໃນການເລືອກເຟັ້ນບຸກຄະລາກອນຜູ້ດີເດັ່ນ ປະກອບເຂົ້າໃນຄະນະພັກຮາກຖານຊຸດໃໝ່ ໃຫ້ໄດ້ຕາມມາດຕະຖານ ແລະ ເງື່ອນໄຂ ທີ່ກໍານົດໄວ້ໃນກົດລະບຽບຂອງພັກ.
ນອກຈາກນັ້ນ, ບັນດາສະມາຊິກພັກໄດ້ປະກອບຄໍາຄິດຄໍາເຫັນຕໍ່ຮ່າງເນື້ອໃນເອກະສານດັ່ງກ່າວຢ່າງພາວະວິໄສ ທັງນີ້, ເພື່ອສ້າງການຫັນປ່ຽນອັນເລິກເຊິ່ງໃນການຕີລາຄາ ຂອງການຈັດຕັ້ງພັກ, ບຸກຄົນໃນຄະນະພັກຮາກຖານ ຢ່າງຖືກຕ້ອງ ແລະ ມີປະສິດທິຜົນ, ພ້ອມທັງດຳເນີນການປ່ອນບັດຕາມລະບຽບການ.
Share: