ມອບ-ຮັບໜ້າທີ່ ປະທານຄະນະກວດກາພັກ ແລະ ຫົວໜ້າຄະນະໂຄສະນາອົບຮົມແຂວງ ຜູ້ເກົ່າ ແລະ ຜູ້ໃໝ່
29 Jan 2025 | ພຸດທະສອນ |
ໃນວັນທີ 29 ມັງກອນ ນີ້, ທີ່ສະໂມສອນຫອງວ່າການແຂວງ ໄດ້ຈັດພິທີ ມອບ-ຮັບໜ້າທີ່ ລະຫວ່າງ ສະຫາຍ ສົມນິດ ສີລິບຸນລ້ຽງ ປະທານຄະນະກວດກາພັກ, ຫົວໜ້າອົງການກວດກາລັດແຂວງ (ຜູ້ເກົ່າ) ກັບສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ວ່າການປະທານຄະນະກວດກາພັກ, ຫົວໜ້າອົງການກວດກາລັດແຂວງ (ຜູ້ໃໝ່) ແລະ ສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ຫົວໜ້າຄະນະໂຄສະນາອົບຮົມແຂວງ (ຜູ້ເກົ່າ) ກັບສະຫາຍ ບຸນທັນ ຈູມຈັນທະວົງ ຫົວໜ້າຄະນະໂຄສະນາອົບຮົມ (ຜູ້ໃໝ່) ໂດຍມີສະຫາຍ
ເຫລັກໄຫລ ສີວິໄລ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງເຊກອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໃນໂອກາດນີ້, ສະຫາຍ ເຫລັກໄຫລ ສີວິໄລ ໄດ້ຍ້ອງຍໍຊົມເຊີຍຜົນງານ ແລະ ຜົນສໍາເລັດການນໍາພາ-ຊີ້ນໍາ ຂອງສະຫາຍປະທານຄະນະກວດກາພັກ, ຫົວໜ້າອົງການກວດກາລັດແຂວງ ແລະ ສະຫາຍຫົວໜ້າໂຄສະນາອົບຮົມແຂວງ ຜູ້ເກົ່າທີ່ຍາດໄດ້ໃນໄລຍະຜ່ານມາ, ຊຶ່ງການຍົກຍ້າຍ, ແຕ່ງຕັ້ງ ແລະ ການສັບປ່ຽນບ່ອນປະຈໍາການຂອງພະນັກງານຄຸ້ມຄອງ-ນໍາພາ ເປັນວຽກປົກກະຕິໃນລະບົບການເມືອງ ກໍຄືການນໍາພາຂອງພັກ ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງພັກໃນແຕ່ລະໄລຍະ. ສະນັ້ນ, ສະຫາຍວ່າການປະທານກວດກາພັກ ແລະ ຫົວໜ້າຄະນະໂຄສະນາອົບຮົມຜູ້ໃໝ່ ຈົ່ງສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ສະມາຊິກພັກທຸກຂັ້ນ ໃຫ້ມີທັດສະນະການເມືອງໜັກແໜ້ນ, ຍົກສູງຄວາມສາມັກຄີພາຍໃນໝູ່ຄະນະໃຫ້ໜັກແໜ້ນ, ມີຄວາມເປັນເອກະພາບທາງດ້ານການເມືອງ, ແນວຄິດ ແລະ ການຈັດຕັ້ງ, ເສີມຂະຫຍາຍປະຊາທິປະໄຕພາຍໃນພັກໃຫ້ເລິກເຊິ່ງ, ບຸກບືນສູ້ຊົນປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍໃຫ້ມີຜົນສຳເລັດເປັນຢ່າງດີ; ເອົາໃຈໃສ່ຊີ້ນຳການຈັດຕັ້ງປະຕິບັດປີມ້ວນທ້າຍຂອງການປະຕິບັດມະຕິກອງປະຊຸມໃຫຍ່ຂັ້ນຕົນ ເຂົ້າສູ່ການກະທຳຕົວຈິງ ໃຫ້ເປັນຂະບວນການແຂງແຮງ; ຕ້ອງເອົາໃຈໃສ່ເຄົາລົບ ແລະ ປະຕິບັດຫຼັການນຳພາຂອງພັກຢ່າງເຂັ້ມງວດ; ເພີ່ມທະວີວຽກງານຕິດຕາມກວດກາໃນທຸກຂົງເຂດວຽກງານ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ເຂັ້ມງວດໃນການປະຕິບັດມະຕິ, ຄໍາສັ່ງ ແລະ ລະບຽບກົດໝາຍ ແລະ ນໍາພາ ວຽກງານວິຊາສະເພາະໃຫ້ໄດ້ຮັບການເຄື່ອນໄຫວຢ່າງຕໍ່ເນື່ອງ ໃຫ້ມີຜົນສໍາເລັດທີ່ດີ. ພ້ອມກັນນີ້, ການກວດກາໂຄງການລົງທຶນຂອງລັດ ທີ່ປະຕິບັດບໍ່ໄປບໍ່ມາ; ແກ້ໄຂຄໍາຮ້ອງ-ຄຳສະເໜີທີ່ຍັງຄ້າງ, ຕິດຕາມ, ກວດກາການປະຕິບັດມະຕິກອງປະຊຸມໃຫ່ຍຂອງພັກແຕ່ລະຂັ້ນ ໃຫ້ມີໝາກຜົນຕົວຈິງເທື່ອລະກ້າວ.
Share: