ໜ້າຫຼັກ / ການເຄື່ອນໄຫວ / ປີ 2024 ແຂວງເຊກອງ ຜະລິດເຂົ້າເປືອກໄດ້ 46.000 ກວ່າໂຕນ

ປີ 2024 ແຂວງເຊກອງ ຜະລິດເຂົ້າເປືອກໄດ້ 46.000 ກວ່າໂຕນ

05 Feb 2025 | ຂ່າວ-ພາບ: ສັນຍາ |

ການຜະລິດເຂົ້າເປືອກໃນທົ່ວແຂວງເຊກອງ ໃນປີ 2024 ຜ່ານມາ ສາມາດປະຕິບັດໄດ້ 11.402 ເຮັກຕາ, ເນື້ອທີ່ເກັບກ່ຽວ 11.402 ເຮັກຕາ, ຜົນ​ຜະລິດລວມ 46.414 ໂຕນ, ທຽບໃສ່ແຜນ ເທົ່າກັບ 97,9% (ແຜນ​ 47.429 ໂຕນ), ທຽບໃສ່ປີ 2023 ເພີ່ມຂຶ້ນ 11,8%; ການຜະລິດພືດສະບຽງອາຫານ ປະຕິບັດໄດ້ 6.780 ເຮັກຕາ, ເນື້ອທີ່ເກັບກ່ຽວ 6.780  ເຮັກຕາ, ຜົນຜະລິດລວມ 57.343 ໂຕນ, ທຽບໃສ່ແຜນ ເພີ່ມຂຶ້ນ 52,6% (ແຜນການ 37.572 ໂຕນ), ທຽບໃສ່ປີ 2023 ເພີ່ມຂຶ້ນ 29,3%.

ທ່ານ ສາກົນ ພອນປະເສີດ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ລາຍງານ ໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງເຊກອງ ຊຸດທີ II ເມື່ອບໍ່ດົນນີ້ ວ່າ: ນອກຈາກ, ການຜະລິດເຂົ້າ ແລະ ປູກພືດສະບຽງອາຫານແລ້ວ ແຂວງຍັງໄດ້ເອົາໃຈໃສ່ຊຸກຍູ້ ແລະ ສົ່ງເສີມການຜະລິດເປັນສິນຄ້າ ໂດຍສະເພາະສິນຄ້າທີ່ເປັນທ່າແຮງ ຂອງແຂວງ ທີ່ຕະຫລາດພາຍໃນ ແລະ ພາຍນອກມີຄວາມຕ້ອງ ເຊິ່ງສາມາດປະຕິບັດໄດ້ 28.359 ເຮັກ​ຕາ, ເກັບກູ້ຜົນຜະລິດໄດ້ 334.425 ໂຕນ ທຽບໃສ່ແຜນ ເພີ້ມຂຶ້ນ 23,7% (ແຜນ 270.395 ໂຕນ). ໃນນີ້,  ເນື້ອທີ່ປູກກາເຟ 10.401 ຮຕ, ເນື້ອທີ່ໃຫ້ໝາກ 7.999 ເຮັກຕາ, ຜົນຜະລິດ 38.544 ໂຕນ, ທຽບໃສ່ແຜນ ເທົ່າກັບ 71,4%; ໝາກແໜ່ງ 577 ເຮັກຕາ, ເນື້ອທີ່ເກັບກ່ຽວ 576 ເຮັກຕາ, ຜົນຜະລິດ 692 ໂຕນ, ທຽບໃສ່ແຜນ ເທົ່າກັບ 27,5%; ມັນຕົ້ນທາດແປ້ງ 14.865 ເຮັກຕາ, ຜົນຜະລິດ 255.483 ໂຕນ, ທຽບໃສ່ແຜນ ລື່ນແຜນ 58%; ສາລີ 19,5 ເຮັກຕາ, ຜົນຜະລິດ 139 ໂຕນ, ທຽບໃສ່ແຜນ ເທົ່າກັບ 1,7%; ກ້ວຍ 406 ເຮັກຕາ, ຜົນຜະລິດ 7.582 ໂຕນ, ທຽບໃສ່ແຜນ ເທົ່າກັບ 82%; ໂສມ 161 ເຮັກຕາ, ຜົນຜະລິດ 395 ໂຕນ, ທຽບໃສ່ແຜນ ເທົ່າກັບ 60,8%; ຜັກກະລໍ່າປີ 459 ເຮັກຕາ, ຜົນຜະລິດ 20.935 ໂຕນ, ທຽບໃສ່ແຜນ ລື່ນແຜນ 97,8% ແລະ ຜັກກາດຫໍ່ 299 ເຮັກຕາ, ຜົນຜະລິດ 7.166 ໂຕນ, ທຽບໃສ່ແຜນ ລື່ນແຜນ 117%.

ສໍາລັບການລ້ຽງສັດແບບເປັນຟາມ ທົ່ວແຂວງມີທັງໝົດ 16 ຟາມ. ໃນນີ້, ຟາມງົວ 3 ຟາມ ມີງົວ 113 ໂຕ, ຟາມໝູ 3 ຟາມ ມີໝູ 40.320 ໂຕ, ຟາມສັດປີກ 3 ຟາມ ມີສັດປີກ 1.551.550 ໂຕ ແລະ ຟາມປາ 7 ຟາມ ຜົນຜະລິດປາ 318 ໂຕນ; ການລ້ຽງສັດແບບເປັນກຸ່ມຄອບຄົວ ມີ 6 ກຸມ. ໃນນີ້, ກຸ່ມລ້ຽງຄວາຍ 1 ກຸ່ມ ມີ 5 ຄອບຄົວ ມີຄວາຍ  45 ໂຕ, ກຸ່ມລ້ຽງງົວ 1 ກຸ່ມ ມີ 33 ຄອບຄົວ ມີງົວ 896 ໂຕ, ກຸ່ມລ້ຽງໝູ 2 ກຸ່ມ ມີ 9 ຄອບຄົວ ມີໝູ 1.610 ໂຕ ແລະ ກຸ່ມລ້ຽງປາ 2 ກຸ່ມ ມີ 55 ຄອບຄົວ ຜົນຜະລິດປາ 297 ໂຕນ.

ທ່ານ ສາກົນ ພອນປະເສີດ ໃຫ້ຮູ້ຕື່ມວ່າ: ໃນປີ 2025 ນີ້, ແຂວງເຊກອງໄດ້ວາງເປົ້າໝາຍສູ້ຊົນຜະລິດເຂົ້າໃຫ້ໄດ້ 48.566 ໂຕນ, ຜະລິດພືດສະບຽງອາຫານ 49.580 ໂຕນ, ສົ່ງເສີມການປູກ​ພຶ​ດ​ເປັນ​ສິນຄ້າ ​​ໃຫ້ໄດ້  29.274 ​ເຮັກຕາ, ຜົນ​ຜະລິດ 272.759 ​ໂຕນ ແລະ ສູ້​ຊົນ​ກະ​ຜະລິດ​ຊີ້ນ, ປາ ແລະ ​ໄຂ່ ​ໃຫ້​ໄດ້ 6.630​ ໂຕນ ເພື່ອສະໜອງການບໍລິໂພກພາຍໃນ ແລະ ຂາຍເປັນສິນຄ້າສົ່ງອອກ ເພື່ອທົດແທນການນໍາເຂົ້າ. ພ້ອມກັນນີ້, ຊຸກຍູ້​ການລຽ້ງສັດ​ແບບ​ເປັນ​ຟາ​ມ ​ແລະ ການລ້ຽງເປັນກຸ່ມແບບຄອບຄົວໃຫ້ເພີ່ມຂຶ້ນ.

Share:

ຂ່າວຫຼ້າສຸດ

ການເມືອງ

ເຊກອງ ປະກາດແຕ່ງຕັ້ງປະທານສານປະຊາຊົນເຂດ II

  • 01 Sep 2025
  • ພຸດທະສອນ

...

ອ່ານເພີ່ມ

ການເມືອງ

ເປີດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງເຊກອງ ຄັ້ງທີ XI

  • 28 Aug 2025
  • sanya

ກອງປະຊຸມໃຫຍ່...

ອ່ານເພີ່ມ

ເສດຖະກິດ

ບັນດາບໍລິສັດ ສືບຕໍ່ມອບເງິນປະກອບສ່ວນຊຸກຍູ້ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ

  • 27 Aug 2025
  • ພຸດທະສອນ

ວັນທີ 27 ສິງຫາ 2025 ນີ້, ທີ່ຫ້ອງວ່າການ...

ອ່ານເພີ່ມ

ການເມືອງ

ເຊກອງ ມີຄວາມພ້ອມແລ້ວ ໃນການດຳເນີນກອງປະຊຸມໃຫຍ່ ຄັ້ງທີ XI ອົງຄະນະພັກແຂວງ

  • 22 Aug 2025
  • ພຸດທະສອນ

ສະຫາຍ ບຸນຫຼາຍ ບຸດທິ...

ອ່ານເພີ່ມ