ໜ້າຫຼັກ / ການເຄື່ອນໄຫວ / ຫນ່ວຍພັກສົ່ງເສີມການລົງທຶນ, ແຜນການ ແລະຮ່ວມມືສາກົນ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ I

ຫນ່ວຍພັກສົ່ງເສີມການລົງທຶນ, ແຜນການ ແລະຮ່ວມມືສາກົນ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ I

05 Feb 2025 | ພຸດທະສອນ |

ວັນທີ 5 ກຸມພາ ນີ້, ຫນ່ວຍພັກສົ່ງເສີມການລົງທຶນ, ແຜນການ ແລະຮ່ວມມືສາກົນ ທີ່ຂຶ້ນກັບຄະນະພັກຮາກຖານພະແນກແຜນການ ແລະການລົງທຶນແຂວງ ໄດ້ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ I, ໂດຍການເປັນປະທານ ຂອງສະຫາຍ ບຸນຫລາຍ ບຸດທິ ກໍາມະການປະຈໍາພັກແຂວງ, ຮອງເລຂາພັກແຂວງ ມີສະຫາຍ ສາກົນພອນປະເສີດ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວຫນ້າພະແນກແຜນການ ແລະການລົງທຶນແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໃນວາລະດຳເນີນກອງປະຊຸມ, ໄດ້ຮັບຟັງການຜ່ານຮ່າງລາຍງານການເມືອງ, ບົດສໍາຫຼວດການນໍາພາລວມທີ່ໄດ້ຕີລາຄາໃຫ້ເຫັນຜົນງານ, ດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ໃນການນໍາພາ-ຊີ້ນໍາຂອງຄະນະພັກຕະຫຼອດໄລຍະ 5 ປີ, ຊຶ່ງຕະຫຼອດໄລຍະ 5 ປີຜ່ານມາ ຄະນະໜ່ວຍພັກ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ-ພະນັກງານຢ່າງເປັນປົກກະຕິ, ເອົາໃຈໃສ່ປັບປຸງກໍ່ສ້າງພັກໃຫ້ຫນັກແຫນ້ນ ເຂັ້ມແຂງ, ເອົາໃຈໃສ່ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມສ້າງຂະບວນການຕ່າງໆໃນການປະຕິບັດວຽກງານຕົວຈິງ, ຄຽງຄູ່ກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ເຊິ່ງເລີ່ມແຕ່ ປີ 2020-2024 ແຂວງເຊກອງ ມີໂຄງການລົງທຶນເອກະຊົນ (FDI) ທັງຫມົດ 37 ໂຄງກາຍ, ມູນຄ່າການລົງທຶນຕາມສັນຍາ 1,501 ລ້ານໂດລາ, ໃນນີ້ ໂຄງການລົງທຶນເອກະຊົນພາຍໃນ 21 ໂຄງການ, ມູນຄ່າການລົງທຶນ 517 ລ້ານໂດລາ, ກວມເອົາ 34,44%, ໂຄງການລົງທຶນເອກະຊົນພາຍໃນ 16 ໂຄງການ, ມູນຄ່າການລົງທຶນ 984 ລ້ານໂດລາ, ກວມເອົາ 65,56%, ເປັນໃຈກາງປະສານງານກັບຂະແຫນງການທີ່ກ່ຽວຂອງອ້ອມຂ້າງແຂວງ ເພື່ອຜັນຂະຫຍາຍແຜນຍຸດທະສາດການຮ່ວມມືການພັດທະນາ ເປັນຕົ້ນ ສັງລວມແຜນປະກອບທຶນສົມທົບພາຍໃນ, ສ້ສງ ແລະນໍາສະເຫນີແຜນ, ໂຄງການຮ່ວມມື ເພື່ອການພັດທະນາ ຂໍອະນະມັດທຶນ, ຊຶ່ງມີທຶນຊ່ວຍເຫລືອເພື່ອການພັດທະນາ (ODA) ທັງຫມົດ 70 ໂຄງການ, ມູນຄ່າ 648,46 ຕື້ກີບ, ນອກນີ້ ຍັງສໍາເລັດການຂຽນແຜນພັດທະນາເສດຖະກິດ-
ສັງຄົມ ຂອງແຂວງ ປະຈໍາ 5 ຜີ ຄັ້ງທີ 9 (2021-2025), ສໍາເລັດການສະຫລຸບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ສໍາເລັດການສ້າງແຜນການລົງທຶນຂອງລັດ, ສໍາເລັດການອອກບົດແນະນໍາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະແຜນການລົງທຶນປະຈໍາປີ 2021-2024; ພ້ອມນັ້ນ, ຍັງໄດ້ຮັບຮອງເອົາທິດທາງແຜນການໃນ 5 ປີຕໍ່ໜ້າ(2025-2029) ຕື່ມອີກ.
     ຈາກນັ້ນ, ໃນກອງປະຊຸມ ຍັງໄດ້ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍຊຸດໃໝ່ ໂດຍກອງປະຊຸມຄັ້ງປະຖົມມະລຶກໄດ້ເຫັນດີເລືອກເອົາ ສະຫາຍ ນາງ ຫນູຈັນ ອິນທິສານ ເປັນເລຂາ, ສະຫາຍ ກອງແກ້ວ ໄຊຍະສິງ ເປັນຮອງເລຂາ ແລະ ສະຫາຍ ນົງໄຊ ສີສຸລາດ ເປັນປະທານກວດກາຫນ່ວຍພັກ.

Share:

ຂ່າວຫຼ້າສຸດ

ການເມືອງ

ເຊກອງ ປະກາດແຕ່ງຕັ້ງປະທານສານປະຊາຊົນເຂດ II

  • 01 Sep 2025
  • ພຸດທະສອນ

...

ອ່ານເພີ່ມ

ການເມືອງ

ເປີດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງເຊກອງ ຄັ້ງທີ XI

  • 28 Aug 2025
  • sanya

ກອງປະຊຸມໃຫຍ່...

ອ່ານເພີ່ມ

ເສດຖະກິດ

ບັນດາບໍລິສັດ ສືບຕໍ່ມອບເງິນປະກອບສ່ວນຊຸກຍູ້ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ

  • 27 Aug 2025
  • ພຸດທະສອນ

ວັນທີ 27 ສິງຫາ 2025 ນີ້, ທີ່ຫ້ອງວ່າການ...

ອ່ານເພີ່ມ

ການເມືອງ

ເຊກອງ ມີຄວາມພ້ອມແລ້ວ ໃນການດຳເນີນກອງປະຊຸມໃຫຍ່ ຄັ້ງທີ XI ອົງຄະນະພັກແຂວງ

  • 22 Aug 2025
  • ພຸດທະສອນ

ສະຫາຍ ບຸນຫຼາຍ ບຸດທິ...

ອ່ານເພີ່ມ