ໜ້າຫຼັກ / ການເຄື່ອນໄຫວ / ໜ່ວຍພັກບໍລິຫານ-ຈັດຕັ້ງ, ກວດກາ ແລະ ປະເມີນຜົນ ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ I
ກອງປະຊຸມໃຫຍ່ຄັ້ງທີ I ຂອງໜ່ວຍພັກບໍລິຫານ-ຈັດຕັ້ງ, ກວດກາ ແລະ ປະເມີນຜົນ ທີ່ຂຶ້ນກັບຄະນະພັກຮາກຖານພະແນກແຜນການ ແລະການລົງທຶນແຂວງ ໄດ້ໄຂຂຶ້ນ ແລະສໍາເລັດລົງໃນວັນທີ 5 ກຸມພາ ນີ້, ໂດຍການເປັນປະທານ ຂອງສະຫາຍ ບຸນຫລາຍ ບຸດທິ ຮອງເລຂາພັກແຂວງ ມີສະຫາຍ ສາກົນພອນປະເສີດ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວຫນ້າພະແນກແຜນການ ແລະການລົງທຶນແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໃນວາລະດຳເນີນກອງປະຊຸມ, ໄດ້ຮັບຟັງການຜ່ານຮ່າງລາຍງານການເມືອງ, ບົດສໍາຫຼວດການນໍາພາລວມທີ່ໄດ້ຕີລາຄາໃຫ້ເຫັນຜົນງານ, ດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ໃນການນໍາພາ-ຊີ້ນໍາຂອງຄະນະພັກຕະຫຼອດໄລຍະ 5 ປີຜ່ານມາ ຊຶ່ງຄະນະໜ່ວຍພັກ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ-ພະນັກງານຢ່າງເປັນປົກກະຕິ, ເອົາໃຈໃສ່ປັບປຸງກໍ່ສ້າງພັກໃຫ້ຫນັກແຫນ້ນ ເຂັ້ມແຂງ, ເອົາໃຈໃສ່ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມສ້າງຂະບວນການຕ່າງໆໃນການປະຕິບັດວຽກງານຕົວຈິງ, ຄຽງຄູ່ກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ຊຶ່ງໄລຍະ 5 ປີຜ່ານມາ (2020-2024) ໄດ້ເປັນເສນາທິການໃຫ້ແກ່ຄະນະພະແນກໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງການເຄື່ອນໄຫວຂອງ ພຜທ ໂດຍຖືກຕ້ອງ ແລະ ສອດຄ່ອງຕາມລະບຽບກົດໝາຍກຳນົດໃນແຕ່ລະໄລຍະ, ໄດ້ຕິດຕາມ, ກວດກາ ການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມ; ສໍາເລັດການປະເມີນໂຄງການລົງທຶນຂອງລັດ ເພື່ອຄົ້ນຄ້ວາສະເໜີເຂົ້າແຜນການລົງທຶນຂອງລັດແຕ່ປີ 2020-2024 ມີທັງໝົດ 816 ໂຄງການມູນຄ່າ ທັງໝົດ 1,184 ຕື້ກວ່າກີບ, ປະເມີນໂຄງການໄລຍະຈັດຕັ້ງປະຕິບັດ, ເຂົ້າຮ່ວມຕິດຕາມ, ກວດກາໂຄງການລົງທຶນຂອງລັດໄລຍະຈັດຕັ້ງ ມີ 32 ໂຄງການ ມູນຄ່າທັງໝົດ 1,345 ຕື້ກວ່າກີບ, ປະເມີນໂຄງການໄລຍະຈັດຕັ້ງປະຕິບັດຮ່ວມກັບກົມ ປະເມີນຜົນ ມີ 10 ໂຄງການມູນຄ່າທັງໝົດ 2,173 ຕື້ກວ່າກີບ.
ຈາກນັ້ນ, ໃນກອງປະຊຸມ ຍັງໄດ້ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍຊຸດໃໝ່ ໂດຍກອງປະຊຸມຄັ້ງປະຖົມມະລຶກໄດ້ເຫັນດີເລືອກເອົາ ສະຫາຍ ວິລະເດດ ນາລີສັກ ເປັນເລຂາ, ສະຫາຍ ນາງ ເມກຂະຫລາ ສີລາຊາ ເປັນຮອງເລຂາ ແລະ ສະຫາຍ ທິບພະຈັນ ບຸນສຸກຂະບົວສອນ ເປັນປະທານກວດກາໜ່ວຍພັກ.
ໂອກາດນີ້ ສະຫາຍ ບຸນຫລາຍ ບຸດທິ ໄດ້ຮຽກຮ້ອງມາຍັງຄະນະໜ່ວຍພັກຊຸດໃໝ່ ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ-ພະນັກງານຢ່າງເປັນປົກກະຕິຕໍ່ເນື່ອງ ແລະເລິກເຊິ່ງ, ເພີ່ມທະວີຄວາມສາມັກຄີໃຫ້ຫນັກແຫນ້ນ, ເພີ່ມທະວີຊອກຮູ້ຮໍ່າຮຽນ ແລະກໍາແຫນ້ນກົດລະບຽບຂອງພັກ, ລະບຽບກົດຫມາຍຂອງລັດຢ່າງເຂັ້ມງວດ, ປັບປຸງແບບແຜນນໍາພາ ແລະວິທີເຮັດວຽກໃຫ້ຫນັກແຫນ່ນເຂັ້ມແຂງ ເພື່ອສືບຕໍ່ນໍາພາ-ຊີ້ນໍາວຽກງານໃຫ້ສຳເລັດຕາມແຜນການທີ່ວາງໄວ້.