ໜ້າຫຼັກ / ການເຄື່ອນໄຫວ / ເຊກອງ ກະກຽມປະເມີນວຽກງານພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ເຊກອງ ກະກຽມປະເມີນວຽກງານພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

09 May 2025 | ພຸດທະສອນ |

ກອງປະຊຸມຄະນະຮັບຜິດຊອບຊີ້ນໍາ ເພື່ອກະກຽມປະເມີນການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໄລຍະປີ 2021-2024 ແລະ ທິດທາງແຜນການຄາດຄະເນປີ 2025 ຈັດຂຶ້ນໃນວັນທີ 9 ພຶດສະພາ 2025 ນີ້ ທີ່ພະແນກຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ,ໂດຍການເປັນປະທານຂອງທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ, ມີຄະນະຮັບຜິດຊອບຊີ້ນໍາຂັ້ນແຂວງ, ເມືອງ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ເຫລັກໄຫລ ສີວິໄລ ໄດ້ມີຄໍາເຫັນເຈາະຈີ້ມວ່າ: ວຽກງານພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ແມ່ນເປັນວຽກທີ່ມີຄວາມສໍາຄັນຫລາຍ, ແຕ່ໄລຍະຜ່ານມາ ເຫັນວ່າວຽກງານພັດທະນາອາຊີບ ການສ້າງອາຊີບ, ການປັບປຸງຊີວິດການເປັນຢູ່ ຍັງເຮັດບໍ່ໄດ້ດີ, ສາເຫດຍ້ອນຫຍັງ? ເຮັດແນວໃດປະຊາຊົນຈະມີຢູ່ມີກິນ ມີຊີວິດການເປັນຢູ່ທີ່ດີຂຶ້ນກວ່າເກົ່າ ກ້າວເຖິງພົ້ນທຸກເທື່ອລະກ້າວ, ສະນັ້ນ ແຕ່ລະພາກສ່ວນຕ້ອງມີກົນໄກ ມີແບບແຜນ ແລະວິທີການແກ້ໄຂ ໃຫ້ສອດຄ່ອງກັບສະພາບຕົວຈິງຂອງທ້ອງຖິ່ນ, ສິ່ງທີ່ສໍາຄັນແມ່ນໃຫ້ກະກຽມລົງເກັບກໍາຂໍ້ມູນໂຕຈິງຢ່າງລະອຽດຈາກບັນດາເມືອງທຸກຍາກ ເຂດຫ່າງໄກສອກຫຼີກ ໂດຍສະເພາະເມືອງກະລຶມ, ຊອກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ເພື່ອກະກຽມປະເມີນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ລະອຽດຊັດເຈນ ແລະຖືກຕ້ອງສອດຄ່ອງ ແລະ ຄາດຄະເນແຜນການ ປີ 2025 ພ້ອມທັງວາງແຜນວຽກຈຸດສຸມປີ 2026-2030.

ທ່ານ ສຸພົນ ໄຊຊະຫງ່າ ຫົວໜ້າພະແນກກະສິກຳ ແລະປ່າໄມ້ແຂວງ ຮອງຫົວໜ້າ ຜູ້ປະຈໍາການຄະນະຊີ້ນໍາວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂັ້ນແຂວງ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ແຂວງເຊກອງ ໄດ້ນໍາພາບັນຊາຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕາມ 6 ທິດນໍາ ແລະ 12 ທິດທາງ ໂດຍໄດ້ຈັດສັນງົບປະມານເຂົ້າໃສ່ການພັດທະນາຊົນນະບົດ, ຊີ້ນໍາບັນຊາຈັດຕັ້ງປະຕິບັດການປັບປຸງ ແລະ ກໍ່ສ້າງພື້ນຖານໂຄງລ່າງຮັບໃຊ້ການຜະລິດ ແລະ ການດໍາລົງຊີວິດ ຂອງປະຊາຊົນ ໄປພ້ອມກັບການຈັດສັນພູມລໍາເນົາ ແລະ ອາຊີບ ເພື່ອຍົກລະດັບຊີວິດການເປັນຢູ່ ຂອງປະຊາຊົນ ໃນເຂດຊົນນະບົດໃຫ້ດີຂຶ້ນ. ນອກຈາກນັ້ນ ຍັງໄດ້ສຸມໃສ່ພັດທະນາ 3 ຈຸດສຸມ ທີ່ເປັນບູລິມະສິດ ຄື: ຈຸດສຸມທົ່ງແຄນ ເມືອງກະລຶມ, ຈຸດສຸມກຸ່ມບ້ານພັດທະນາລຽບຕາມຊາຍແດນ (ຈຸດສຸມປານອນ ເມືອງກະລຶມ), ຈຸດສຸມດາກປຣາ ເມືອງດາກຈຶງ ແລະ ຈຸດສຸມອື່ນໆ. ຜ່ານການຈັດຕັ້ງປະຕິບັດ ສາມາດເຮັດໃຫ້ຊົນນະບົດຢູ່ແຂວງພວກເຮົາ ໄດ້ຮັບການພັດທະນາດີຂຶ້ນ ເປັນກ້າວໆ. ຊຶ່ງເຮັດໃຫ້ມາຮອດປີ 2024 ທົ່ວແຂວງມີຄອບຄົວພົ້ນທຸກ 13,615 ຄອບຄົວ ກວມ 56,43%, ຄອບຄົວພັດທະນາ 6.889 ຄອບຄົວ ກວມ 28,56%; ບ້ານພົ້ນທຸກ 63 ບ້ານ ກວມ 31,03%, ບ້ານພັດທະນາ 17 ບ້ານ ກວມ, 37% ແລະ ປະກາດບ້ານໃຫຍ່ ເປັນຕົວເມືອງນ້ອຍໃນຊົນນະບົດໄດ້ 1 ບ້ານ.

ຈາກນັ້ນ; ບັນດາຜູ້ເຂົ້າຮ່ວມໄດ້ປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດລາຍງານດັ່ງກ່າວ ເພື່ອຊອກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ເພື່ອໃຫ້ມີເນື້ອໃນຄົບຖ້ວນ ຖືກຕ້ອງສົມບູນ ສອດຄ່ອງກັບການຈັດຕັ້ງປະຕິບັດຕົວຈິງ, ທັງນີ້ ເພື່ອຮັບປະກັນໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ດີຂຶ້ນກວ່າເກົ່າ.

Share:

ຂ່າວຫຼ້າສຸດ

ເສດຖະກິດ

ເຂື່ອນໄຟຟ້າ ຫ້ວຍລຳພັນຕອນລຸ່ມ ຈໍາໜ່າຍພະລັງງານໄຟຟ້າ ໄດ້ 204.919.077 ກິໂລວັດໂມງ

  • 17 Jun 2025
  • ພຸດທະສອນ

ທ່ານ ສະນິດ ໄຊຍະສິດ...

ອ່ານເພີ່ມ

ເສດຖະກິດ

5 ປີ ເມືອງດາກຈຶງ ຕ້ອງການທຶນເພື່ອພັດທະນາພື້ນຖານໂຄງລ່າງ 340 ຕື້ກວ່າກີບ

  • 17 Jun 2025
  • ຂ່າວ-ພາບ: ສັນຍາ

ໃນ 5 ປີຕໍ່ໜ້າ (2025-2029) ເມືອງດາກຈຶງ...

ອ່ານເພີ່ມ

ກະສິກຳ

ບໍລິສັດ ຫ້ວຍລໍາພັນຕອນລຸ່ມ ຈັດພິທີປູກຕົ້ນໄມ້ ແລະປ່ອຍປາຄືນສູ່ທໍາມະຊາດ

  • 11 Jun 2025
  • ພຸດທະສອນ

ວັນທີ 11 ມິຖຸນາ 2025 ນີ້,...

ອ່ານເພີ່ມ

ການເມືອງ

ຄະນະພັກຮາກຖານຫ້ອງວ່າການແຂວງ ເລືອກເອົາຜູ້ແທນສົມບູນ ແລະສໍາຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ອົງຄະນະພັກແຂວງ

  • 09 Jun 2025
  • ພຸດທະສອນ

ໃນວັນທີ 10 ມິຖຸນາ 2025 ນີ້,...

ອ່ານເພີ່ມ