ໜ້າຫຼັກ / ການເຄື່ອນໄຫວ / ສຍ ສາທາລະນະສຸກ ເຜີຍແຜ່ກົດໝາຍວ່າດ້ວຍການຕ້ານ ແລະສະກັດກັ້ນການໃຊ້ຄາວມຮຸນແຮງຕໍ່ແມ່ຍິງ ແລະເດັກນ້ອຍ

ສຍ ສາທາລະນະສຸກ ເຜີຍແຜ່ກົດໝາຍວ່າດ້ວຍການຕ້ານ ແລະສະກັດກັ້ນການໃຊ້ຄາວມຮຸນແຮງຕໍ່ແມ່ຍິງ ແລະເດັກນ້ອຍ

15 May 2025 | ພຸດທະສອນ |

ສຍ ສາທາລະນະສຸກ ເຜີຍແຜ່ກົດໝາຍວ່າດ້ວຍການຕ້ານ ແລະສະກັດກັ້ນການໃຊ້ຄາວມຮຸນແຮງຕໍ່ແມ່ຍິງ ແລະເດັກນ້ອຍ
--------
ວັນທີ 13 ພຶດສະພາ ຮາກຖານສະຫະພັນແມ່ຍິງ ພະແນກສາທາລະນະສຸກ ແຂວງ ແລະ ຮາກຖານສະຫະພັນແມ່ຍິງໂຮງໝໍແຂວງ ໄດ້ຈັດພິທີເຜີຍແຜ່ກົດໝາຍວ່າດ້ວຍການຕ້ານ ແລະສະກັດກັ້ນການໃຊ້ຄາວມຮຸນແຮງຕໍ່ແມ່ຍິງ ແລະເດັກນ້ອຍ ແລະເອກະສານຜົນກະທົບຂອງການແຕ່ງງານ ແລະຖືພາກ່ອນໄວອັນຄວນ. ເຊິ່ງພິທີໄດ້ຈັດຂຶ້ນທີ່ຫ້ອງປະຊູມພະແນກດັ່ງກ່າວ, ໂດຍການເຂົ້າຮ່ວມຂອງ ນາງ ອາດສະພອນ ແສງສຸລິວົງ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ປະທານຮາກຖານສະຫະພັນແມ່ຍິງ ພະແນກສາທາລະນະສຸກ ແລະທ່ານ ດຣ ລໍາພັນ ໄຊຄໍາມີ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ມີຄະນະປະທານຮາກຖານ ສຍ ໂຮງຫມໍແຂວງ ພ້ອມດ້ວຍສະມາຊິກແມ່ຍິງທັງສອງຮາກຖານເຂົ້າຮ່ວມ.
ໃນພິທີ ທ່ານ ນາງ ອາດສະພອນ ແສງສຸລິວົງ ໄດ້ເຜີຍແຜ່ກົດໝາຍວ່າດ້ວຍການຕ້ານ ແລະສະກັດກັ້ນການໃຊ້ຄາວມຮຸນແຮງຕໍ່ແມ່ຍິງ ແລະເດັກນ້ອຍ, ປະກອບມີ IX ພາກ 82 ມາດຕາ, ຊຶ່ງກົດໝາຍສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ດ້ວຍການປ້ອງກັນ, ປົກປ້ອງ, ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ແລະ ແກ້ໄຂການໃຊ້ຄວາມຮຸນແຮງດັ່ງກ່າວ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງແມ່ຍິງ ແລະ ເດັກ ແນໃສ່ຈໍາກັດທຸກຮູບແບບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ, ຍົກສູງ ຖານະບົດບາດ, ກຽດສັກສີຂອງແມ່ຍິງ ແລະ ເດັກ, ບັນລຸຄວາມສະເໝີພາບຍິງ-ຊາຍ ປະກອບສ່ວນສ້າງສັງຄົມໃຫ້ມີຄວາມສະຫງົບ, ສາມັກຄີ, ປອງດອງ, ຍຸຕິທໍາ ແລະ ສີວິໄລ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ຈາກນັ້ນ, ທ່ານ ນາງ ຈັນສີ ວົງຄໍາສາ ໄດ້ເຜີຍແຜ່ເອກະສານຜົນກະທົບຂອງການແຕ່ງງານ ແລະຖືພາກ່ອນໄວອັນຄວນ, ຊຶ່ງໄດ້ສົ່ງຜົນກະທົບທາງດ້ານສະພາບຮ່າງກາຍ ແລະຈິດໃຈຂອງແມ່ຍິງ ແລະນ້ອຍ; ຊຶ່ງມີຫຼາຍສາເຫດ ເປັນຕົ້ນຄວາມທຸກຍາກ, ຮີດຄອງປະເພນີ, ຖືກບັງຄັບຈາກຜູ້ປົກຄອງ ແລະ ສະພາບແວດລ້ອມ, ຄ່ານິຍົມ, ບໍ່ມີສິດຕັດສິນຊີວິດຂອງຕົນ, ບໍ່ເຄົາລົບລະບຽບກົດໝາຍ, ລະດັບການສຶກສາ, ຊຶ່ງມີວິທີປ້ອງກັນຄື: ທຸກຄົນຕ້ອງໄດ້ເຄົາລົບສິດທິຂອງເດັກ ໂດຍສະເພາະແມ່ນສິດສະເໝີພາບ ຍິງ-ຊາຍ, ເຜີຍແຜ່ ໃຫ້ຄວາມຮູ້ແກ່ຄອບຄົວກ່ຽວກັບສິດທິເດັກ ດ້ານກົດໝາຍ ແລະ ເຄົາລົບໃນການຕັດສິນໃຈຂອງເດັກ, ເຮັດໃຫ້ຜູ້ປົກຄອງຮູ້ຈັກຜົນເສຍຂອງການແຕ່ງງານ ແລະ ຖືພາກ່ອນໄວ, ຊ່ວຍໃຫ້ເດັກໄດ້ຜ່ານຜ່າບັນຫາທີ່ເປັນອຸປະສັກ ໃນດ້ານຮີດຄອງປະເພນີ ແລະວັດທະນະທຳ, ສົ່ງເສີມໃຫ້ເດັກຍິງ ໄດ້ຮັບການສຶກສາຫຼາຍຂຶ້ນ.

Share:

ຂ່າວຫຼ້າສຸດ

ເສດຖະກິດ

ເຂື່ອນໄຟຟ້າ ຫ້ວຍລຳພັນຕອນລຸ່ມ ຈໍາໜ່າຍພະລັງງານໄຟຟ້າ ໄດ້ 204.919.077 ກິໂລວັດໂມງ

  • 17 Jun 2025
  • ພຸດທະສອນ

ທ່ານ ສະນິດ ໄຊຍະສິດ...

ອ່ານເພີ່ມ

ເສດຖະກິດ

5 ປີ ເມືອງດາກຈຶງ ຕ້ອງການທຶນເພື່ອພັດທະນາພື້ນຖານໂຄງລ່າງ 340 ຕື້ກວ່າກີບ

  • 17 Jun 2025
  • ຂ່າວ-ພາບ: ສັນຍາ

ໃນ 5 ປີຕໍ່ໜ້າ (2025-2029) ເມືອງດາກຈຶງ...

ອ່ານເພີ່ມ

ກະສິກຳ

ບໍລິສັດ ຫ້ວຍລໍາພັນຕອນລຸ່ມ ຈັດພິທີປູກຕົ້ນໄມ້ ແລະປ່ອຍປາຄືນສູ່ທໍາມະຊາດ

  • 11 Jun 2025
  • ພຸດທະສອນ

ວັນທີ 11 ມິຖຸນາ 2025 ນີ້,...

ອ່ານເພີ່ມ

ການເມືອງ

ຄະນະພັກຮາກຖານຫ້ອງວ່າການແຂວງ ເລືອກເອົາຜູ້ແທນສົມບູນ ແລະສໍາຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ອົງຄະນະພັກແຂວງ

  • 09 Jun 2025
  • ພຸດທະສອນ

ໃນວັນທີ 10 ມິຖຸນາ 2025 ນີ້,...

ອ່ານເພີ່ມ