ພະແນກສາທາລະນະສຸກແຂວງດຳເນີນຊີວິດການເມືອງທ້າຍສະໄໝ ແລະ ທາບທາມບຸກຄະລາກອນຮອບII
15 May 2025 | ພຸດທະສອນ |
ກອງປະຊຸມດຳເນີນຊີວິດການເມືອງທ້າຍສະໄໝແລະ ທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໂຄງປະກອບຂອງຄະນະພັກຮາກຖານພະແນກສາທາລະນະສຸກແຂວງເຊກອງ ສະໄໝທີ 3 ຮອບທີ 2 ໄດ້ຈັດຂຶ້ນໃນວັນທີ 14 ພຶດສະພາ 2025 ນີ້ ພາຍໃຕ້ການເປັນປະທານຂອງ ສະຫາຍ ພົ.ວ ທອງສີ ກຸນສະນະ ຄະນະປະຈຳພັກແຂວງ ເລຂາຄະນະພັກ ກອງບັນຊາການທະຫານແຂວງເຊກອງ, ມີສະຫາຍ ດຣ ບົວໄລ ເກດຈັນ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ສາທາລະນະສຸກແຂວງ ແລະຄະນະຊີ້ນໍາ, ຊຸກຍູ້ຕິດຕາມກະກຽມ ແລະ
ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ, ຄະນະພັກ-ຄະນະພະແນກພ້ອມດ້ວຍ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໃນກອງປະຊຸມ ຄະນະພັກຮາກຖານ ໄດ້ຜັດປ່ຽນກັນຜ່ານຮ່າງບົດລາຍງານການເມືອງ 2 ພາກ,ຜ່ານຮ່າງເນື້ອໃນແຜນພັດທະນາຂອງຂະແໜງສາທາລະນະສຸກ, ຜ່ານຮ່າງບົດສໍາຫຼວດການນໍາພາລວມຂອງຄະນະພັກຊຸດເກົ່າ ຕະຫຼອດໄລຍະ 5 ປີ ຜ່ານມາ ທີ່ໄດ້ມີການປັບປຸງຕາມການແນະນໍາຈາກຄະນະຮັບຜິດຊອບຊຸກຍູ້ຕິດຕາມກອງປະຊຸມຂັ້ນແຂວງ,ຈາກນັ້ນຕາງໜ້າອານຸບຸກຄະລາກອນຂັ້ນແຂວງ ໄດ້ຜ່ານມາດຖານເງື່ອນໄຂຜູ້ທີ່ສະໝັກເຂົ້າໂຄງປະກອບຄະນະພັກຮາກຖານຊຸດໃໝ່ ແລະແນະນໍາການທາບທາມ ແລະດຳເນີນການປ່ອນບັດທາບທາມ ເລືອກເອົາບຸກຄະລາກອນເຂົ້າໂຄງປະກອບຄະນະພັກຮາກຖານ ພະແນກສາທາລະນະສຸກ ແຂວງເຊກອງ ສະໄຫມທີ III ຮອບທີ II ຕາມລະບຽບການ.
ໂອກາດນີ້ ສະຫາຍ ພົ.ວ ທອງສີ ກຸນສະນະ ໄດ້ຮຽກຮ້ອງໃຫ້ບັນດາສະມາຊິກພັກທຸກສະຫາຍ ໃຫ້ເອົາໃຈໃສ່ຄົ້ນຄ້ວາ, ພິຈາລະນາຢ່າງເລິກເຊິ່ງ ໃນການໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາບຸກຄະລາກອນຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນ, ມີຄຸນທາດການເມືອງຫນັກແຫນ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີແບບແຜນດຳລົງຊີວິດທີ່ປອດໄສ, ມີຄວາມຮູ້ ຄວາມສາດ, ມີແບບແຜນນໍາພາ ແລະວິທີເຮັດວຽກ ແລະ ການຊີ້ນໍາ-ນຳພາທີ່ດີ ໃນໄລຍະຜ່ານມາ ເພື່ອຄັດເລືອກເອົາບຸກຄົນທີ່ຄົບຕາມມາດຖານເງື່ອນໄຂເຂົ້າໂຄງປະກອບຄະນະພັກຮາກຖານ ພະແນກສາທາລະນະສຸກແຂວງຊຸດໃໝ່.
Share: