ໜ້າຫຼັກ / ການເຄື່ອນໄຫວ / ພະແນກພະລັງງານ ແລະບໍ່ແຮ່ ດຳເນີນຊີວິດການເມືອງທ້າຍສະໄໝ ແລະ ທາບທາມບຸກຄະລາກອນຮອບII

ພະແນກພະລັງງານ ແລະບໍ່ແຮ່ ດຳເນີນຊີວິດການເມືອງທ້າຍສະໄໝ ແລະ ທາບທາມບຸກຄະລາກອນຮອບII

22 May 2025 | ພຸດທະສອນ |

ວັນທີ 22 ພຶດສະພາ 2025 ນີ້ ທີ່ສະໂມສອນສະພາປະຊາຊົນແຂວງ, ຄະນະພັກຮາກຖານພະແນກພະລັງງານ ແລະບໍ່ແຮ່ ແຂວງເຊກອງ ໄດ້ດໍາເນີນກອງປະຊຸມດຳເນີນຊີວິດການເມືອງທ້າຍສະໄໝແລະ ທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໂຄງປະກອບຂອງຄະນະພັກຮາກຖານ ສະໄໝທີ II ຮອບທີ 2 ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນຫຼາຍ ບຸດທິ ຮອງເລຂາແຂວງ, ມີກຳມະການພັກແຂວງ, ເລຂາຄະນະພັກຮາກຖານພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ມີຄະນະຊຸກຍູ້ຊີ້ນໍາກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ຄະນະພັກຮາກຖານ, ຄະໜ່ວຍພັກຂຶ້ນກັບ ພ້ອມດ້ວຍສະມາຊິກພັກເຂົ້າຮ່ວມ.
ໃນກອງປະຊຸມ ຄະນະພັກຮາກຖານ ໄດ້ຜັດປ່ຽນກັນຜ່ານຮ່າງບົດລາຍງານການເມືອງ 2 ພາກ, ຜ່ານຮ່າງເນື້ອໃນແຜນພັດທະນາຂອງຂະແໜງພະລັງງານ ແລະບໍ່ແຮ່, ຜ່ານຮ່າງບົດສໍາຫຼວດການນໍາພາລວມຂອງຄະນະພັກຊຸດເກົ່າ ຕະຫຼອດໄລຍະ 5 ປີ ຜ່ານມາ ທີ່ໄດ້ມີການປັບປຸງຕາມການແນະນໍາຈາກຄະນະຮັບຜິດຊອບຊຸກຍູ້ຕິດຕາມກອງປະຊຸມຂັ້ນແຂວງ, ບົດສໍາຫຼວດຂອງບຸກຄົນໃນຄະນະພັກ ເຊິ່ງໄດ້ຍົກໃຫ້ເຫັນເຖິງໝາກຜົນ, ຜົນສໍາເລັດ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະວິທີການແກ້ໄຂ ໃນການນໍາພາ-ຊີ້ນໍາວຽກງານຂົງເຂດວິຊາສະເພາະ ອັນພົ້ນເດັ່ນ ແມ່ນໄດ້ສຸມໃສ່ ການຄຸ້ມຄອງບັນດາໂຄງການລົງທຶນທັງພາກລັດ, ເອກະຊົນພາຍໃນ ແລະ ຕ່າງປະເທດ ໄດ້ຂະຫຍາຍຕາງໜ່າງໄຟຟ້າທີ່ຊົມໃຊ້ແບບຖາວອນໃນ 4 ຕົວເມືອງ, ກວມເອົາ 81 ກວ່າ% ຂອງບ້ານໃນທົ່ວແຂວງ ແລະ ກວມເອົາ 90% ຂອງຫລັງຄາເຮືອນທີ່ຊົມໃຊ້ໄຟຟ້າ, ເອົາໃຈໃສ່ຕິດຕາມກວດກາໂຄງການຂຸດຄົ້ນແຮ່ທາດຕ່າງໆໃຫ້ຖືກຕ້ອງຕາມຂໍ້ກຳນົດ, ກົດລະບຽບຢ່າງເຂັ້ມງວດ, ຈາກນັ້ນຕາງໜ້າອານຸບຸກຄະລາກອນຂັ້ນແຂວງ ໄດ້ຜ່ານມາດຖານເງື່ອນໄຂຜູ້ທີ່ສະໝັກເຂົ້າໂຄງປະກອບຄະນະພັກຮາກຖານຊຸດໃໝ່ ແລະແນະນໍາການທາບທາມ ແລະດຳເນີນການປ່ອນບັດທາບທາມ ເລືອກເອົາບຸກຄະລາກອນເຂົ້າໂຄງປະກອບຄະນະພັກຮາກຖານ ພະແນກພະລັງງານ ແລະບໍ່ແຮ່ແຂວງເຊກອງ ສະໄຫມທີ II ຮອບທີ II ຕາມລະບຽບການ.
ໂອກາດນີ້ ສະຫາຍ ບຸນຫຼາຍ ບຸດທິ ໄດ້ຮຽກຮ້ອງໃຫ້ບັນດາສະມາຊິກພັກທຸກສະຫາຍ ໃຫ້ເອົາໃຈໃສ່ຄົ້ນຄ້ວາ, ພິຈາລະນາຢ່າງເລິກເຊິ່ງ ໃນການໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາບຸກຄະລາກອນຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນ, ມີຄຸນທາດການເມືອງຫນັກແຫນ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີແບບແຜນດຳລົງຊີວິດທີ່ປອດໄສ, ມີຄວາມຮູ້ ຄວາມສາດ, ມີແບບແຜນນໍາພາ ແລະວິທີເຮັດວຽກ ແລະ ການຊີ້ນໍາ-ນຳພາທີ່ດີ ໃນໄລຍະຜ່ານມາ ເພື່ອຄັດເລືອກເອົາບຸກຄົນທີ່ຄົບຕາມມາດຖານເງື່ອນໄຂເຂົ້າໂຄງປະກອບຄະນະພັກຮາກຖານ ພະແນກພະລັງງານ ແລະບໍ່ແຮ່ແຂວງຊຸດໃໝ່.

Share:

ຂ່າວຫຼ້າສຸດ

ເສດຖະກິດ

5 ປີ ເມືອງດາກຈຶງ ຕ້ອງການທຶນເພື່ອພັດທະນາພື້ນຖານໂຄງລ່າງ 340 ຕື້ກວ່າກີບ

  • 17 Jun 2025
  • ຂ່າວ-ພາບ: ສັນຍາ

ໃນ 5 ປີຕໍ່ໜ້າ (2025-2029) ເມືອງດາກຈຶງ...

ອ່ານເພີ່ມ

ເສດຖະກິດ

ເຂື່ອນໄຟຟ້າ ຫ້ວຍລຳພັນຕອນລຸ່ມ ຈໍາໜ່າຍພະລັງງານໄຟຟ້າ ໄດ້ 204.919.077 ກິໂລວັດໂມງ

  • 17 Jun 2025
  • ພຸດທະສອນ

ທ່ານ ສະນິດ ໄຊຍະສິດ...

ອ່ານເພີ່ມ

ກະສິກຳ

ບໍລິສັດ ຫ້ວຍລໍາພັນຕອນລຸ່ມ ຈັດພິທີປູກຕົ້ນໄມ້ ແລະປ່ອຍປາຄືນສູ່ທໍາມະຊາດ

  • 11 Jun 2025
  • ພຸດທະສອນ

ວັນທີ 11 ມິຖຸນາ 2025 ນີ້,...

ອ່ານເພີ່ມ

ການເມືອງ

ຄະນະພັກຮາກຖານຫ້ອງວ່າການແຂວງ ເລືອກເອົາຜູ້ແທນສົມບູນ ແລະສໍາຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ອົງຄະນະພັກແຂວງ

  • 09 Jun 2025
  • ພຸດທະສອນ

ໃນວັນທີ 10 ມິຖຸນາ 2025 ນີ້,...

ອ່ານເພີ່ມ