ຄະນະພັກຮາກຖານຫ້ອງວ່າການແຂວງ ເລືອກເອົາຜູ້ແທນສົມບູນ ແລະສໍາຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ອົງຄະນະພັກແຂວງ
09 Jun 2025 | ພຸດທະສອນ |
ໃນວັນທີ 10 ມິຖຸນາ 2025 ນີ້, ຄະນະພັກຮາກຖານຫ້ອງວ່າການແຂວງ ໄດ້ເລືອກເອົາຜູ້ແທນສົມບູນ ແລະສໍາຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ ຢູ່ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການແຂວງ ໂດຍການເປັນປະທານຂອງສະຫາຍ ບຸນຫລາຍ ບຸດທິ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກພັກ-ພະນັກງານ, ມີບັນດາສະຫາຍສະມາຊິກພັກ, ພະນັກງານສະມາຊິກພັກທີ່ບໍານານ ພ້ອມດ້ວຍຄະນະຮັບຜິດຊອບຂັ້ນແຂວງເຂົ້າຮ່ວມ.
ໂອກາດນີ້,
ສະຫາຍ ບຸນຫລາຍ ບຸດທິ ໄດ້ເນັ້ນໃຫ້ຄະນະພັກ, ສະມາຊິກພັກທຸກສະຫາຍ ເອົາໃຈໃສ່ຄົ້ນຄວ້າ ພິຈາລະນາຢ່າງເລິກເຊິ່ງໃນການປ່ອນບັດຄັດເລືອກເອົາຜູ້ແທນສົມບູນ ແລະສໍາຮອງ ຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນ, ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ເປັນແບບຢ່າງນໍາໜ້າໃນການປະຕິບັດໜ້າທີ່ການເມືອງ ດ້ວຍຄວາມຮັບຜິດຊອບສູງ, ມີສຸຂະພາບແຂງແຮງດີ, ຊຶ່ງຜູ້ແທນສົມບູນ ແລະສໍາຮອງ ທີ່ຈະເຂົ້າຮ່ວມກອງປະຊຸມໃຫຍ່ອົງ ຄະນະພັກແຂວງ ຕ້ອງໄດ້ຮັບການເລືອກຈາກສະມາຊິກພັກ ແຕ່ 50% ຂຶ້ນໄປ.
ຈາກນັ້ນ, ສະຫາຍ ນາງ ກອງມະນີ ສຸວັນນະສານ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານມາດຕະຖານ, ເງື່ອນໄຂ ຂອງຜູ້ແທນສົມບູນ, ຜູ້ແທນສໍາຮອງ, ພ້ອມນັ້ນ, ກໍໄດ້ປ່ອນບັດເລືອກເອົາຜູ້ແທນສົມບູນ ແລະສໍາຮອງ ຊຶ່ງເລືອກໄດ້ ສະຫາຍ ໂພໄຊ ພິມມະສອນ ແລະສະຫາຍ ອ່ຽງຄໍາ ລັດຖະສົມບັດ ເປັນຜູ້ແທນສົມບູນ, ເລືອກໄດ້ ສະຫາຍ ອຸ່ນເຮືອນ ໄຊຍະວົງ ເປັນຜູ້ແທນສໍາຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງ ທີ່ຈະໄຂຂຶ້ນໃນເດືອນສິງຫາ ຕໍ່ໜ້ານີ້.
Share: