ໜ້າຫຼັກ / ການເຄື່ອນໄຫວ / ເຂື່ອນໄຟຟ້າ ຫ້ວຍລຳພັນຕອນລຸ່ມ ຈໍາໜ່າຍພະລັງງານໄຟຟ້າ ໄດ້ 204.919.077 ກິໂລວັດໂມງ

ເຂື່ອນໄຟຟ້າ ຫ້ວຍລຳພັນຕອນລຸ່ມ ຈໍາໜ່າຍພະລັງງານໄຟຟ້າ ໄດ້ 204.919.077 ກິໂລວັດໂມງ

17 Jun 2025 | ພຸດທະສອນ |

ທ່ານ ສະນິດ ໄຊຍະສິດ ຜູ້ອໍານວຍການບໍລິສັດ ຫ້ວຍລໍາພັນ ພາວເວີ ຈໍາກັດ ໃຫ້ສໍາພາດວ່າ: ການຜະລິດພະລັງງານໄຟຟ້າ ຂອງເຂື່ອນໄຟຟ້າຫ້ວຍລຳພັນຕອນລຸ່ມຜ່ານມາ ແຕ່ມື້ເລີ່ມຕົ້ນຮອດປະຈຸບັນ ແມ່ນຜະລິດຕາມແຜນການທີ່ວາງໄວ້ ແລະ ຜະລິດຕາມປະລິມານນໍ້າໄຫຼເຂົ້າອ່າງຕົວຈິງໃນແຕ່ລະໄລຍະ, ການຂຶ້ນແຜນການຜະລິດແມ່ນອີງໃສ່ການສໍາຫຼວດອອກແບບຂອງບໍລິສັດຜູ້ຮັບເໝົາກໍ່ສ້າງເຂື່ອນ (Basic design) ແລະ ຂໍ້ມູນຕົວຈິງ ຂອງສະພາບນໍ້າໄຫຼເຂົ້າອ່າງໃນແຕ່ລະປີຄື: ປີ 2021 ສາມາດຜະລິດພະລັງງານໄຟຟ້າໄດ້ 35.922.670 kWh ຫຼື ເທົ່າກັບ 52,58% ຂອງແຜນການປີ 68,313,600 kWh, ຫຼືເທົ່າກັບ 52,98% ເມື່ອທຽບໃສ່ການອອກແບບ 68.310.000 kW, ປີ 2022 ສາມາດຜະລິດໄດ້ 59.362.503 kWh ຫຼືເທົ່າກັບ 100,30% ຂອງແຜນການປີ 59.184.000 kWh, ຫຼືເທົ່າກັບ 86,90% ເມື່ອທຽບໃສ່ການອອກແບບ 68.310.000 kWh, ປີ 2023 ສາມາດຜະລິດໄດ້49.008.087kWh ຫຼືເທົ່າກັບ 79,03% ຂອງແຜນການປີ 62.010.000kWh, ຫຼືເທົ່າກັບ 71,74% ເມື່ອທຽບໃສ່ການອອກແບບ 68.310.000 kWh, ປີ 2024 ສາມາດຜະລິດໄດ້ 47.821.381 kWh ຫຼືເທົ່າກັບ 83,70% ຂອງແຜນການ ປີ 57.132.000 kWh, ຫຼືເທົ່າກັບ 70,01% ເມື່ອທຽບໃສ່ການອອກແບບ 68.310.000 kWh, ປີ 2025 ສາມາດຜະລິດໄດ້ 15.793.634 kWh ຫຼືເທົ່າກັບ 30,37% ຂອງແຜນການ ປີ 52.000.000 kWh, ຫຼືເທົ່າກັບ 23,12% ເມື່ອທຽບໃສ່ການອອກແບບ 68.310.000 kWh, ລວມພະລັງງານທັງໝົດ 207. 908.275 kWh.
ເຊິ່ງແຕ່ມື້ເລີ່ມຕົ້ນຮອດປະຈຸບັນ ສາມາດຈໍາໜ່າຍພະລັງງານໄຟຟ້າໄດ້ຄື: ປີ 2021 ສາມາດຈໍາໜ່າຍພະລັງງານໄຟຟ້າໄດ້ 35.377.451 kWh ຫຼືເທົ່າກັບ 52,46% ຂອງ ແຜນການປີ 67.437.570 kWh, ປີ 2022 ຈໍາໜ່າຍໄດ້ 58.604.297 kWh ຫຼືເທົ່າກັບ 100,58% ຂອງ ແຜນການປີ 58.264.652 kWh, ປີ 2023 ຈໍາໜ່າຍ ໄດ້ 48.309.560 kWh ຫຼືເທົ່າກັບ 79,12%% ຂອງແຜນການປີ 61.058.055 kWh, ປີ 2024 ຈໍາໜ່າຍໄດ້ 47.112.077 kWh ຫຼືເທົ່າກັບ 83,97% ຂອງແຜນການປີ 56.103.100 kWh, ປີ 2025 ຈໍາໜ່າຍພະລັງງານໄຟຟ້າໄດ້ 15.515.692 kWh ຫຼື ເທົ່າກັບ 30,42 % ຂອງແຜນການປີ 51.013.097 kWh, ລວມພະລັງງານຈໍາໜ່າຍໄດ້ທັງໝົດ 204.919.077 kWh.
ທ່ານ ສະນິດ ໄຊຍະສິດ ໃຫ້ຮູ້ຕື່ມວ່າ: ເຂື່ອນໄຟຟ້າ ຫ້ວຍລຳພັນຕອນລຸ່ມ ຕັ້ງຢູ່ບ້ານ ລະວີລຳພັນ ເມືອງລະມາມ ແຂວງເຊກອງ, ໄລຍະທາງຈາກໂຮງຈັກ ຫາ ທາງແຍກເລກທີ 16 ມີໄລຍະ 10 ກິໂລແມັດ, ເປັນປະເພດເຂື່ອນດິນ ມີລວງຍາວຂອງເຂື່ອນ (Dam) 492 ແມັດ, ສູງ 55 ແມັດ, ສັນເຂື່ອນກ້ວາງ 5 ແມັດ ໃນລະດັບສູງ 202 ແມັດ ທຽບໃສ່ລະດັບນໍ້າທະເລ, ອຸໂມງສົ່ງນໍ້າ (Headrace tunnel) ມີຂະໜາດເສັ້ນຜ່ານສູນກາງ 3,2x3,2 ແມັດ ເຊິ່ງມີກໍາລັງຕິດຕັ້ງ 15 ເມກາວັດ, ມີເຄື່ອງຈັກ 2 ໜ່ວຍ, ໜ່ວຍລະ 7,5 ເມກາວັດ ຕາມການອອກແບບ, ຕາມການສຶກສາອອກແບບ ການຜະລິດກະແສໄຟຟ້າໄດ້ 68.310.000 kWh/ປີ ເທົ່າກັບ51,98%, ລະບົບສາຍສົ່ງ ເປັນລະບົບດ່ຽວ ມີຄວາມຍາວທັງໝົດ 13,71 ກິໂລແມັດ, ໃນນັ້ນ ລວງຍາວ ຂອງສາຍສົ່ງຈາກລານສະຫຼັບ (Switch yard) ເຂື່ອນຫ້ວຍລໍາພັນຕອນລຸ່ມ ຕໍ່ເຂົ້າກັບສາຍສົ່ງ I ຂອງເຂື່ອນໄຟຟ້າຫ້ວຍລຳພັນໃຫ່ຍ ມີໄລຍະ 6,712 km ແລ້ວສົ່ງໄປຫາສະຖານີໜອງບົງ ເຊິ່ງມີມູນຄ່າການກໍ່ສ້າງ 48.235.294,12 ໂດລາສະຫະລັດ ໄດ້ເລີ່ມລົງມືກໍ່ສ້າງ ໃນວັນ ທີ 15/02/2017, ສໍາເລັດການກໍ່ສ້າງ ແລະ ເລີ່ມຜະລິດກະແສໄຟຟ້າແຕ່ວັນທີ 14/2/2021 ເປັນຕົ້ນມາ.

Share:

ຂ່າວຫຼ້າສຸດ

ການເມືອງ

ເຊກອງ ປະກາດແຕ່ງຕັ້ງປະທານສານປະຊາຊົນເຂດ II

  • 01 Sep 2025
  • ພຸດທະສອນ

...

ອ່ານເພີ່ມ

ການເມືອງ

ເປີດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງເຊກອງ ຄັ້ງທີ XI

  • 28 Aug 2025
  • sanya

ກອງປະຊຸມໃຫຍ່...

ອ່ານເພີ່ມ

ເສດຖະກິດ

ບັນດາບໍລິສັດ ສືບຕໍ່ມອບເງິນປະກອບສ່ວນຊຸກຍູ້ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ

  • 27 Aug 2025
  • ພຸດທະສອນ

ວັນທີ 27 ສິງຫາ 2025 ນີ້, ທີ່ຫ້ອງວ່າການ...

ອ່ານເພີ່ມ

ເສດຖະກິດ

ຫຼາຍພາກສ່ວນ ມອບເງິນປະກອບສ່ວນຊຸກຍູ້ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ

  • 22 Aug 2025
  • ພຸດທະສອນ

ຕອນເຊົ້າວັນທີ 21 ສິງຫາ 2025 ນີ້,...

ອ່ານເພີ່ມ