2 ໜ່ວຍຊາວໜຸ່ມ ພະແນກ ຖວທ ເຊກອງ ສໍາເລັດກອງປະຊຸມໃຫຍ່ຄັ້ງທີ I
06 Jun 2024 | ພຸດທະສອນ |
2 ໜ່ວຍຊາວໜຸ່ມ ພະແນກ ຖວທ ເຊກອງ ສໍາເລັດກອງປະຊຸມໃຫຍ່ຄັ້ງທີ I
-----
ກອງປະຊຸມໃຫຍ່ຄັ້ງທີ I ໜ່ວຍຊາວໜຸ່ມເສນາທິການ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ໜ່ວຍຊາວໜຸ່ມຖະແຫລງຂ່າວ-ສື່ມວນຊົນ ທີ່ຂຶ້ນກັບຄະນະຊາວໜຸ່ມຮາກຖານ ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງເຊກອງ ໄຂຂຶ້ນ ແລະ ສໍາເລັດລົງໃນວັນທີ 5 ມິຖຸນາ 2024 ນີີ້ ພາຍໃຕ້ການເປັນປະທານຂອງ ສະຫາຍ ສົມພອນ ສີລາສັກ ເລຂາໜ່ວຍພັກວັດທະນະທຳ ແລະ ທ່ອງທ່ຽວ, ສະຫາຍ ສົມບູນ ສີສົມພອນ ເລຂາໜ່ວຍພັກຖະແຫຼງຂ່າວ-ສື່ມວນຊົນ, ມີຄະນະຊາວໜຸ່ມຮາກຖານພະແນກ,
ຕາງໜ້າອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍສະມາຊິກຊາວໜຸ່ມ ເຂົ້າຮ່ວມ.
ໃນກອງປະຊຸມ, ສະຫາຍເລຂາໜ່ວຍທັງສອງໜ່ວຍໄດ້ຕີລາຄາຄືນການນໍາພາ-ຊີ້ນໍາ ຂອງຄະນະໜ່ວຍຊາວໜຸ່ມ ໃນໄລ 5 ປີ (2019-2023), ຊຶ່ງຕະຫຼອດໄລຍະ 5 ປີຜ່ານມາ ຄະນະໜ່ວຍໄດ້ຖືສໍາຄັນ ແລະເອົາໃຈໃສ່ ໃນການສຶກສາອົບຮົມການເມືອງ-ນໍາພາແນວຄິດ ແລະເຕົ້າໂຮມຄວາມສາມັກຄີປອງດອງສະມາຊິກຊາວໜຸ່ມພາຍໃນໜ່ວຍ ດ້ວຍການນໍາເອົາແນວທາງນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ, ຂໍ້ກຳນົດ, ກົດລະບຽບ, ກົດໝາຍຂອງລັດ, ມູນເຊື້ອປະຫວັດສາດຂອງພັກ-ຂອງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ, ຂອງສາກົນ, ເຫດການພົ້ນເດັ່ນອື່ນໆ, ເນື້ອໃນຂໍ້ແຂ່ງຂັນ 4 ບຸກມາເຜີຍແຜ່ໃຫ້ສະມາຊິກຊາວໜຸ່ມໄດ້ຮັບຮູ້ຢ່າງເປັນປົກກະຕິ, ຕິດພັນກັບການປະກອບສ່ວນສ້າງຂະບວນການຕ່າງໆ ທີ່ພະແນກ ແລະແຂວງຈັດຂຶ້ນ. ຜ່ານການສຶກສາອົບຮົມການເມືອງ-ແນວຄິດ ແລະ ເຕົ້າໂຮມຄວາມສາມັກຄີໃຫ້ສະມາຊິກຊາວໜຸ່ມ ດ້ວຍຫຼາຍ ຮູບການ ໄດ້ເຮັດໃຫ້ສະມາຊິກຊາວໜຸ່ມ ໄດ້ຮັບຮູ້, ເຂົ້າໃຈ, ມີຄວາມເປັນເອກະພາບ, ເຊື່ອໝັ້ນຕໍ່ແນວທາງ ແລະ ການນໍາພາຂອງພັກ, ຕ້ານໄດ້ປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມ, ເປັນເຈົ້າການປົກປັກຮັກສາ ແລະ ພັດທະນາກົມກອງ ແລະ ທ້ອງຖິ່ນຂອງຕົນດ້ວຍຄວາມຮັບຜິດຊອບສູງ.
ຈາກນັ້ນຜູ້ແທນກອງປະຊຸມ ກໍໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍຊຸດໃໝ່ ໂດຍຜົນຂອງກອງປະຊຸມຄັ້ງປະຖົມມະລືກໜ່ວຍເສນາທິການ, ວັດທະນະທຳ ແລະທ່ອງທ່ຽວ ເຫັນດີເລືອກເອົາສະຫາຍ ນາງ ພວງພອນ ຈັນທະວົງບົວມະນີ ເປັນເລຂາ, ສະຫາຍ ນາງ ຈັນສະໝອນ ວໍລະສານ ເປັນຮອງເລຂາ, ທັງເປັນປະທານກວດກາ ແລະ ສະຫາຍ ປີຊາ ສິງສັກສິດ ເປັນຄະນະ ແລະ ໜ່ວຍຖະແຫຼງຂ່າວ-ສື່ມວນຊົນ ເຫັນດີເລືອກເອົາສະຫາຍ ວິລະກອນ ຄຳວິໄລ ເປັນເລຂາ, ສະຫາຍ ນາງ ແສງມະນີ ສິດທິລາດ ເປັນຮອງເລຂາ, ທັງເປັນປະທານກວດກາ ແລະສະຫາຍ ທິດສາຄອນ ວົງມະນີ ເປັນຄະນະໜ່ວຍຊຸດໃຫມ່.
Share: