ປິດຊຸດຝຶກອົບຮົມການວາງແຜນທຸລະກິດ, ການເງິນ ແລະ ການບັນຊີສໍາລັບ ຈນກ -----
09 Jun 2024 | ພຸດທະສອນ |
ຊຸດຝຶກອົບຮົມການວາງແຜນທຸລະກິດ, ການວາງແຜນການເງິນ ແລະ ການບັນຊີເງິນສົດ ສໍາລັບຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະກາງ (ຈນກ) ເພື່ອສ້າງຄວາມເຂັ້ມແຂງໃຫ້ ຈນກ ໃນການເຂົ້າເຖິງແຫຼງ່ທຶນໄດ້ສໍາເລັດລົງໃນວັນທີ 7 ມິຖຸນາ ນີ້ ພາຍຫຼັງໄດ້ດໍາເນີນມາເປັນເວລາ 5 ວັນ 3-7/6/2024) ເຊິ່ງຈັດໂດຍສໍານັກງານສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ພະແນກອຸດສາຫະກໍາ ແລະການຄ້າແຂວງເຊກອງ, ໂດຍມີທ່ານ ໜູລາ
ຢາປະລອງຮັງ ຮອງຫົວໜ້າພະແນກອຸດສະຫະກໍາ ແລະ ການຄ້າແຂວງ, ທ່ານ ຄໍາພັດ ບູລົມ ຜູ້ອໍານວຍການສູນທີ່ປຶກສາ ແທັກໂດ (TACDO), ພ້ອມດ້ວຍຄູຝຶກ ແລະ ນັກສໍາມະນາກອນ ຈາກຫົວໜ່ວຍທຸລະກິດ 28 ຫົວໜ່ວຍພາຍໃນແຂວງເຂົ້າຮ່ວມ.
ທ່ານ ຄໍາພັດ ບູລົມ ໄດ້ກ່າວວ່າ: ຜ່ານການຝຶກຮົມ ເຫັນວ່າບັນດານັກສຳມະນາກອນ ໄດ້ມີຄວາມເຂົ້າໃຈຕໍ່ບົດຮຽນທີ່ຝຶກອົບຮົມ ແລະ ເກັບກຳບົດຮຽນໄດ້ເປັນຢ່າງດີ; ນັກສຳມະນາກອນໄດ້ຮັບຮູ້ຫລັກການ ບົດຮຽນອັນໃໝ່ ໂດຍພາບລວມຂອງການຂຽນແຜນທຸລະກິດ, ການວາງແຜນທາງການເງິນ ແລະ ການບັນຊີເງິນສົດ, ພ້ອມທັງໄດ້ສ້າງເຄືອຂ່າຍເນັດເວີກ ແລກປ່ຽນບົດຮຽນທາງທຸລະກິດນໍາກັນຢ່າງສ້າງສັນ ແລະ ກົງໄປກົງມາ ໃນການດໍາເນີນທຸລະກິດ ແລະ ການເຂົ້າເຖິງແຫລ່ງທຶນ; ມີການແລກປ່ຽນບົດຮຽນກ່ຽວກັບ ບັນຫາ, ສາເຫດ ແລະ ແນວທາງໃນການແກ້ໄຂ ບັນຫາທີ່ເກີດຂຶ້ນ ກ່ຽວກັບການຂຽນແຜນທຸລະກິດຂອງຕົນທີ່ເກີດຂຶ້ນຕາມຈຸດພິເສດຂອງແຕ່ລະເມືອງ ເພື່ອຖອດຖອນບົດຮຽນນໍາກັນ.
ຫຼັງຈາກນັ້ນ ໄດ້ມີການມອບໃບຢັ້ງຢືນໃຫ້ແກ່ນັກສໍາມະນາກອນ ກໍຄື ຫົວໜ່ວຍທຸລະກິດ ທີ່ຜ່ານການຝຶກອົບຮົມຕື່ມອີກ.
ໂອກາດນີ້, ທ່ານ ໜູລາ ຢາປະລອງຮັງ ກ່າວວ່າ: ການຝຶກອົບຮົມໃນຄັ້ງນີ້ມີຄວາມສໍາຄັນຢ່າງຍິ່ງ ຊຶ່ງເປັນບົດຮຽນຂັ້ນພື້ນຖານໃນການປັບປຸງທຸລະກິດຂອງຕົນ ແລະເປັນພື້ນຖານໃນການແກ້ໄຂໃນຕໍ່ໜ້າ ຜ່ານການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າ ບັນດານັກສໍາມະນາກອນທັງພາກລັດ ແລະ ພາກທຸລະກິດ ໄດ້ມີຄວາມເອົາໃຈໃສ່ ແລະ ຫ້າວຫັນ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ຂອງຕົນ, ປະກອບຂໍ້ມູນຄິດໄລ່ຜົນຈົນສໍາເລັດ, ນໍາສະເໜີແຜນທຸລະກິດ, ແຜນການເງິນຢ່າງຈະແຈ້ງ ຊັດເຈນ, ເຮັດໃຫ້ມີຄວາມຮູ້ເພີ່ມຕື່ມທາງດ້ານທຸລະກິດ ແລະມີມູມມອງດ້ານທຸລະກິດໃໝ່ໆ ຕື່ມອີກ,ພ້ອມດຽວກັນ ທ່ານຍັງໄດ້ເນັ້ນໃຫ້ບັນດາຫົວໜ່ວຍທຸລະກິດ ພາຍຫຼັງສໍາເລັດຝຶກອົບຮົມແລ້ວ ໃຫ້ນໍາເອົາບົດຮຽນດັ່ງກ່າວ ໄປໝູນໃຊ້ເຂົ້າໃນການວາງແຜນ ແລະພັດທະນາທຸລະກິດຂອງຕົນໃຫ້ເປັນລະບົບ ແລະມີຄວາມຍືນຍົງ.
Share: