ໂຮງໝໍແຂວງ ສ້າງຂະບວນການອອກແຮງງານລວມ
10 Jun 2024 | vin |
ໂຮງໝໍແຂວງ ສ້າງຂະບວນການອອກແຮງງານລວມ
..............
ເນື່ອງໃນໂອກາດວັນແພດລາວ 18 ມິຖຸນາ ທີ່ຈະມາເຖິງນີ້, ຕອນແລງ ວັນທີ 7 ມິຖຸນາ 2024 ໂຮງໝໍແຂວງເຊກອງ ນຳໂດຍ ທ່ານ ລັດສະໝີ ສຸພັນທອງ ຜູ້ອຳນວຍການໂຮງໝໍແຂວງເຊກອງ ພ້ອມດ້ວຍ ພະນັກງານແພດໝໍພາຍໃນໂຮງໝໍແຂວງ ໄດ້ສ້າງຂະບວນການອອກແຮງງານລວມ, ອະນາໄມຕາມຂອບເຂດເດີ່ນໂຮງໝໍແຂວງເຊກອງຢ່າງເປັນຂະບວນຟົດຟື້ນ.
ທ່ານ ລັດສະໝີ ສຸພັນທອງ ໃຫ້ຮູ້ວ່າ: ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ອາດິດແພດປະຕິວັດທຸກທ່ານທີ່ໄດ້ເສຍສະຫຼະ ທຸ້ມເທເຫື່ອແຮງ, ສະຕິປັນຍາ ກອບກູ້ເອົາຊິວິດພໍ່ແມ່ປະຊາຊົນທີ່ຖືກບາດເຈັບ
ແລະ ປ່ວຍໄຂ້ ທັງໄດ້ເປັນອາຈານສິດສອນຖ່າຍທອດວິຊາຄວາມຮູ້ໃຫ້ແກ່ແພດລຸ້ນຕໍ່ໆມາ ສະນັ້ນ ເພຶ່ອເປັນການກະກຽມຂໍ່ານັບ ຮັບຕ້ອນວັນແພດລາວ 18 ມິຖຸນາ ປະຈຳປີ 2024 ນີ້ ທາງພະນັກງານແພດໝໍ ຂອງໂຮງໝໍແຂວງເຊກອງ ຈຶ່ງໄດ້ສາມັກຄີກັນສ້າງຂະບວນການອອກແຮງງານລວມ ຊຶ່ງໄດ້ພາກັນອະນາໄມຮ່ອງລະບາຍນ້ຳເປື້ອນ, ຖາງຫຍ້າ ແລະ ເກັບຂີ້ເຫຍື່ອ ອ້ອມບໍລິເວນອາຄານໂຮງໝໍ ເພື່ອກຳຈັດແຫຼ່ງເພາະພັນຂອງຍູງລາຍ.
ຈາກນັ້ນ ຜູ້ອຳນວຍການໂຮງໝໍ ຍັງໄດ້ເລົ່າປະຫວັດຄວາມເປັນມາຂອງວັນແພດລາວໃຫ້ຮູ້ອີກວ່າ: ວັນແພດລາວ ຖືກກຳນົດເອົາວັນທີ 18 ມິຖຸນາ ປີ 1965 ເຊິ່ງມີຄຳຂວັນທີ່ວ່າ ສູ້ຊົນປະຕິບັດຈັນຍາບັນ ຈັນຍາແພດ ໃຫ້ປະກົດຜົນເປັນຈິງ ເຊິ່ງກ່ອນຈະມີວັນແພດລາວ ກ່ອນປີ 1963 ແພດລາວທົ່ວປະເທດແມ່ນປະຕິບັດວຽກງານຢູ່ໃນການຈັດຕັ້ງເສນາຮັກ ເປັນການປະຕິບັດໜ້າທີ່ປິ່ນປົວນັກຣົບປະຕິວັດທີ່ຖືກບາດເຈັບຈາກສົງຄາມໃນການຕໍ່ສູ້ປົດປ່ອຍຊາດ ເມື່ອສູນກາງພັກສ້າງເຂດປົດປ່ອຍໃຫ້ເປັນລັດໜຶ່ງ ມາຮອດປີ 1963 ສູນກາງພັກໄພ້ແຍກຂະແໜງສາທາລະນະສຸກອອກເປັນສອງການຈັດຕັ້ງ ຄື ເສນາຮັກ ແມ່ນແພດປິ່ນປົວຮັບໃຊໃຫ້ແກ່ກອງທັບ ແລະ ສາທາລະນະສຸກສູນກາງ ແມ່ນຮັບໃຊ້ເປັນປົວພົນລະເຮືອນ ແລະ ມາຮອດປີ 2014 ກະຊວງສາທາລະນະສຸກ ຈຶ່ງໄດ້ສະເໜີໃຫ້ລັດຖະບານ ກຳນົດເອົາ ວັນທີ 18 ມິຖຸນາ 1965 ເປັນວັນແພດລາວ ເພື່ອຍ້ອງຍໍສັນລະເສີນຄຸນງາມຄວາມດີຂອງແພດທີ່ໄດ້ປະກອບສ່ວນຊ່ວຍເຫຼືອສັງຄົມ ກໍຄືປະເທດຊາດ ຈົນມາເຖິງປະຈຸບັນ.
Share: