ພາລະບົດບາດ

ໜ້າຫຼັກ / ພາລະບົດບາດ

ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງເຊກອງ ແມ່ນໂຄງປະກອບກົງຈັກການຈັດຕັ້ງໜຶ່ງ ຂອງອົງການປົກຄອງ ແຂວງເຊກອງ, ດ້ານວິຊາການແມ່ນຢູ່ພາຍໃຕ້ການຊີ້ນຳ ແລະ ກວດກາ ຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມີພາລະບົດບາດ ເປັນເສນາທິການ ໃຫ້ແກ່ອົງການປົກຄອງແຂວງເຊກອງ ແລະ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນການຈັດຕັ້ງ, ຄຸ້ມຄອງ, ກຳນົດຂັ້ນ ຂອງການອະນຸຍາດ ແລະ ການເຄື່ອນໄຫວວຽກງານດ້ານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນຂອບເຂດ ແຂວງເຊກອງ