ໜ້າຫຼັກ / ການເຄື່ອນໄຫວ / ຮອງຫົວຫນ້າ ອອປສ ຊຸກຍູ້ການຈັດຕັ້ງປະຕິບັດ, ຜັນຂະຫຍາຍວາລະແຫ່ງຊາດ ຢູ່ແຂວງເຊກອງ

ຮອງຫົວຫນ້າ ອອປສ ຊຸກຍູ້ການຈັດຕັ້ງປະຕິບັດ, ຜັນຂະຫຍາຍວາລະແຫ່ງຊາດ ຢູ່ແຂວງເຊກອງ

16 Sep 2024 | ​ພຸດ​ທະ​ສອນ |

ວັນທີ 13 ກັນຍານີ້, ທ່ານ ຄໍາເພັດ ສົມວໍລະຈິດ ພ້ອມຄະນະ ໄດ້ເຄື່ອນໄຫວຕິດຕາມ ຊຸກຍູ້ການຈັດຕັ້ງປະຕິບັດ, ຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບວຽກງານການສະກັດກັ້ນປາບປາມຢາເສບຕິດ ໃຫ້ຂະແໜງການອົງການໄອຍະການປະຊົນແຂວງເຊກອງຮັບຮູ້, ເຂົ້າໃຈ ແລະ ມີຄວາມເປັນເອກະພາບກັນໃນການຈັດຕັ້ງປະຕິບັດຄໍາສັ່ງ ແລະ ນິຕິກຳຕ່າງໆ ຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ໂດຍມີ ທ່ານ ອິນປອນ ວັນນີວົງຄຳ ຮອງຫົວໜ້າອົງການໄອຍະການປະຊາຊົນແຂວງເຊກອງ ພ້ອມດ້ວຍຄະນຳ ແລະພະນັກງານລັດຖະກອນເຂົ້າຮ່ວມ.
ໃນວາລະດັ່ງກ່າວ, ທ່ານ ອິນປອນ ວັນນີວົງຄຳ ໄດ້ລາຍງານສະພາບການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຮອບດ້ານໃນໄລຍະ 9 ເດືອນ ແລະ ທິດທາງແຜນການຈຸດສຸມ 3 ເດືອນທ້າຍປີ 2024 ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ມາ ຄະນະພັກ-ຄະນະນຳ ອົງການໄອຍະການປະຊາຊົນແຂວງ ໄດ້ເອົາໃຈໃສ່ສຶກສາອົບຮົມດ້ານການເມືອງນຳພາ-ແນວຄິດໃຫ້ແກ່ສະມາຊີກພັກ, ພະນັກງານ-ລັດຖະກອນພາຍໃນຄວາມຮັບຜິດຊອບຂອງຕົນຢ່າງເປັນປົກກະຕິ, ສະພາບການຈັດຕັ້ງປະຕິບັດກົດໝາຍຂອງບັນດາພະແນກການ, ຫ້ອງການ ແລະ ຂະແໜງການຕ່າງໆຂອງລັດ ແລະ ພົນລະເມືອງ ແມ່ນໄດ້ປະຕິບັດຖືກຕ້ອງຕາມກົດໝາຍ, ແຕ່ຫຼີກລ້ຽງບໍ່ໄດ້ຈາກສະພາບເສດຖະກິດ ທີ່ມີການຂະ ຫຍາຍຕົວຢ່າງແຂງແຮງ ແລະ ຕໍ່ເນື່ອງເຮັດໃຫ້ສັງຄົມເກີດມີຄວາມສັບສົນ ປະຕິເສດບໍ່ໄດ້ຈາກອາສະຍາກໍາທີ່ເກີດຂື້ນຄື: ການກະທໍາຜິດກ່ຽວກັບຢາເສບຕິດ ມີ 56 ຄະດີ, ການກະທໍາຜິດຕໍ່ກຳມະສິດ ມີ 7 ຄະດີ, ການກະທໍາຜິດຕໍ່ຄວາມສະຫງົບຂອງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ມີ 6 ຄະດີ, ການກະທໍາຜິດຕໍ່ຊີວິດ,ສຸຂະພາບ ແລະ ກຽດສັກສີຂອງບຸກຄົນອື່ນ 1 ຄະດີ, ການກະທໍາຜິດຕໍ່ການສໍ້ລາດບັງຫຼວງ ມີ 1 ຄະດີ; ຄະດີອາຍາຍົກມາແຕ່ປີກ່ອນ ທັງໝົດ 314 ເລື່ອງ, ເຂົ້າໃໝ່ 67 ເລືອງ, ລວມທັງໝົດ 381 ເລື່ອງ, ຄະດີປະຕິບັດສຳເລັດແລ້ວ 8 ເລື່ອງ, ສົ່ງລົງເມືອງ 4 ເລື່ອງ, ສົ່ງພາກສ່ວນອື່ນ 1 ເລື່ອງ, ຄະດີພວມປະຕິບັດມີຈຳນວນ 340 ເລື່ອງ, ບໍ່ສາມາດປະຕິບັດ 28 ເລື່ອງ, ຄະດີຍັງຄ້າງ 368 ເລື່ອງ; ຄະດີແພ່ງຍົກມາແຕ່ປີກ່ອນ ທັງໝົດ 94 ເລື່ອງ, ເຂົ້າໃໝ່ 9 ເລື່ອງ, ລວມທັງໝົດ 103 ເລື່ອງ, ຄະດີປະຕິບັດສຳເລັດແລ້ວມີຈຳນວນ 4 ເລື່ອງ, ສົ່ງລົງເມືອງ 6 ເລື່ອງ, ຄະດີພວມປະຕິບັດ 83 ເລື່ອງ ແລະ ບໍ່ສາມາດປະຕິບັດໄດ້ຈຳນວນ 10 ເລື່ອງ(ອອກຄຳສັ່ງໂຈະປະຕິບັດ 6 ເລື່ອງ), ຄະດີຍັງຄ້າງ 93 ເລື່ອງ.
ໂອກາດນີ້, ທ່ານ ຄໍາເພັດ ສົມວໍລະຈິດ ໄດ້ໂອ້ລົມຊີ້ນຳຫຼາຍບັນຫາ ໃນການຈັດຕັ້ງປະຕິບັດ, ຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບວຽກງານການສະກັດກັ້ນປາບປາມຢາເສບຕິດ, ນອກນີ້ ຍັງໄດ້ເນັ້ນໃຫ້ຄະນະນໍາອົງການໄອຍະການປະຊາຊົນແຂວງເຊກອງ, ໄອຍະການເຂດ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ຖັນແຖວພະນັກງານໃນຄວາມຮັບຜິດຊອບຂອງຕົນຢ່າງເປັນປົກກະຕິ ແລະຕໍ່ເນື່ອງ, ປັບປຸງກົງຈັກການຈັດຕັ້ງໃຫ້ເຂັ້ມແຂງ, ນໍາພາ-ຊີ້ນໍາວຽກງານວິຊາສະເພາະ ໃນການຈັດຕັ້ງປະຕິບັດກົດຫມາຍໃຫ້ເຂັ້ມງວດ, ດ້ວຍຄວາມໂປ່ງໃສ ແລະຍຸດຕິທໍາ. ພ້ອມນີ້ ອອປສ ຍັງໄດ້ມອບຄອມພິວເຕີ ຈໍານວນ 2 ຊຸດ ໃຫ້ອົງການໄອຍະການປະຊາຊົນແຂວງເຊກອງ ທັງນີ້ ເພື່ອນຳໃຊ້ເຂົ້າໃນການປະຕິບັດວຽກງານຂົງເຂດໄອຍະການໃຫ້ມີຄວາມສະດວກວ່ອງໄວຂຶ້ນກວ່າເກົ່າ.

Share:

ຂ່າວຫຼ້າສຸດ

ເສດຖະກິດ

5 ປີ ເມືອງດາກຈຶງ ຕ້ອງການທຶນເພື່ອພັດທະນາພື້ນຖານໂຄງລ່າງ 340 ຕື້ກວ່າກີບ

  • 17 Jun 2025
  • ຂ່າວ-ພາບ: ສັນຍາ

ໃນ 5 ປີຕໍ່ໜ້າ (2025-2029) ເມືອງດາກຈຶງ...

ອ່ານເພີ່ມ

ເສດຖະກິດ

ເຂື່ອນໄຟຟ້າ ຫ້ວຍລຳພັນຕອນລຸ່ມ ຈໍາໜ່າຍພະລັງງານໄຟຟ້າ ໄດ້ 204.919.077 ກິໂລວັດໂມງ

  • 17 Jun 2025
  • ພຸດທະສອນ

ທ່ານ ສະນິດ ໄຊຍະສິດ...

ອ່ານເພີ່ມ

ກະສິກຳ

ບໍລິສັດ ຫ້ວຍລໍາພັນຕອນລຸ່ມ ຈັດພິທີປູກຕົ້ນໄມ້ ແລະປ່ອຍປາຄືນສູ່ທໍາມະຊາດ

  • 11 Jun 2025
  • ພຸດທະສອນ

ວັນທີ 11 ມິຖຸນາ 2025 ນີ້,...

ອ່ານເພີ່ມ

ການເມືອງ

ຄະນະພັກຮາກຖານຫ້ອງວ່າການແຂວງ ເລືອກເອົາຜູ້ແທນສົມບູນ ແລະສໍາຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ອົງຄະນະພັກແຂວງ

  • 09 Jun 2025
  • ພຸດທະສອນ

ໃນວັນທີ 10 ມິຖຸນາ 2025 ນີ້,...

ອ່ານເພີ່ມ