ໜ້າຫຼັກ / ການເຄື່ອນໄຫວ / ເຈົ້າແຂວງ ຕ້ອນຮັບ ຮອງປະທານກຳມາທິການຍຸຕິທໍາ ທີ່ຕິດຕາມກວດກາວຽກງານຍຸຕິທໍາຢູ່ແຂວງເຊກອງ

ເຈົ້າແຂວງ ຕ້ອນຮັບ ຮອງປະທານກຳມາທິການຍຸຕິທໍາ ທີ່ຕິດຕາມກວດກາວຽກງານຍຸຕິທໍາຢູ່ແຂວງເຊກອງ

18 Sep 2024 | ພຸດທະສອນ |

ຕອນເຊົ້າວັນທີ 18 ກັນຍານີ້ ທີ່ຫ້ອງຮັບແຂກ ຫ້ອງວ່າການແຂວງເຊກອງ, ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ໄດ້ຕ້ອນຮັບ ທ່ານ ສີສູນທອນ ສ.ຜາບມີໄຊ໌ ຮອງປະທານກຳມາທິການຍຸຕິທໍາ ສະພາແຫ່ງຊາດ ພ້ອມຄະນະ ໃນໂອກາດມາເຄື່ອນໄຫວຕິດຕາມກວດກາວຽກງານຍຸຕິທໍາ ປະຈໍາປີ 2024 ຢູ່ແຂວງເຊກອງ.
ໃນວາລະດັ່ງກ່າວ ທ່ານ ສີສູນທອນ ສ.ຜາບມີໄຊ ໄດ້ແຈ້ງຈຸດປະສົງໃນການມາເຮັດຢູ່ແຂວງເຊກອງຄັ້ງນີ້ ເພື່ອ ຕິດຕາມກວດກາ ການເຄົາລົບ ແລະ ປະຕິບັດລັດຖະທຳມະນູນ, ກົດໝາຍ ແລະ ມະຕິກອງປະຊຸມສະພາແຫ່ງຊາດ ກໍຄືການເຄື່ອນໄຫວວຽກງານ ແລະ ທິດທາງແຜນການເຄື່ອນໄຫວວຽກງານ ຂອງອົງການໄອຍະການປະຊາຊົນ ແລະ ສານປະຊາຊົນ; ຕິດຕາມກວດກາ ການຜັນຂະຫຍາຍບາງມາດຕາຂອງກົດໝາຍ ອອກເປັນນິຕິກຳໃຕ້ກົດໝາຍ ແລະ ການ ໂຄສະນາກົດໝາຍ ໃນຂົງເຂດຍຸຕິທຳ; ທັງນີ້ ເພື່ອເປັນການຄົ້ນຄວ້າ, ສະໜອງຂໍ້ມູນໃຫ້ຄະນະປະຈຳສະພາແຫ່ງຊາດ ມີຄໍາເຫັນໃນກອງປະຊຸມສະໄໝສາມັນ ເທື່ອທີ 8 ສະພາແຫ່ງຊາດ ຊຸດທີ IX ກ່ຽວກັບ ການເຄື່ອນໄຫວວຽກງານ ຂອງສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ ແລະ ພາກສ່ວນອື່ນໃນຂົງເຂດຍຸຕິທຳ, ເປັນບ່ອນອີງໃນການປຶກສາຫາລື ແລະສະເໜີພາກສ່ວນກ່ຽວຂ້ອງ ຄົ້ນຄວ້າມາດຕະການແກ້ໄຂ.
ໂອກາດນີ້ ທ່ານ ເຫລັກໄຫລ ສີວິໄລ ກໍໄດ້ສະແດງຄວາມຂອບໃຈມາຍັງ ຮອງປະທານກຳມາທິການຍຸຕິທໍາ ພ້ອມຄະນະ ທີ່ລົງມາຕິດຕາມ ແລະ ຊຸກຍູ້ວຽກງານຢູ່ແຂວງເຊກອງ ແລະໄດ້ລາຍງານການຈັດຕັ້ງປະຕິບັດວຽກງານຍຸຕິທໍາ ຕິດພັນກັບຂົງເຂດກົດໝາຍ, ສະພາບການຈັດຕັ້ງປະຕິບັດກົດໝາຍ ຢູ່ແຂວງເຊກອງໃຫ້ຮູ້ ໂດຍສະເພາະການສັ່ງຟ້ອງຂອງໄອຍະການ, ການຕັດສິນຂອງສານ, ເຊິ່ງຜ່ານມາຄະນະນຳອົງການປົກຄອງແຂວງໄດ້ຖືສຳຄັນຊີ້ນໍາວຽກງານຍຸຕິທໍາ ໃນການສ້າງຄວາມເຂັ້ມແຂງ, ຄວາມຮູ້ຄວາມສາມາດດ້ານກົດໝາຍ, ອັນພົ້ນເດັ່ນ ສາມາດສ້າງນິຕິກຳໃຕ້ກົດໝາຍ ໄດ້ 7 ສະບັບ, ແກ້ໄຂຄໍາຮ້ອງທຸກ ຜ່ານທາງສາຍດ່ວນ ໃຫ້ຫຼຸດນ້ອຍຖອຍລົງເທື່ອລະກ້າວ.

Share:

ຂ່າວຫຼ້າສຸດ

ສຶກສາ-ກິລາ

ພບ ແຂ່ງຂັນກິລາບານເຕະ ເພື່ອສ້າງຂະບວນການຕ້ອນຮັບກອງປະຊຸມໃຫ່ຍ 3 ຂັ້ນຂອງພັກ

  • 25 Apr 2025
  • ພຸດທະສອນ

ໃນຕອນແລງວັນທີ 24 ເມສາ ນີ້,...

ອ່ານເພີ່ມ

ເສດຖະກິດ

5 ປີຕໍ່ໜ້າ ເມືອງລະມາມ ຈະພັດທະນາເສດຖະກິດໃຫ້ຂະຫຍາຍຕົວ 6%

  • 08 Apr 2025
  • ຂ່າວ-ພາບ: ສັນຍາ

ໃນ 5 ປີຕໍ່ໜ້າ ກໍຄື (2025-2029) ເມືອງລະມາມ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ສຍ ເອົາໃຈໃສ່ສຶກສາອົບຮົມແມ່ຍິງບັນດາເຜົ່າ ເພື່ອຫຼີກລຽງການຕົກເປັນເຫຍື່ອຂອງການຄ້າມະນຸດ

  • 07 Apr 2025
  • ພຸດທະສອນ

ວຽກງານການຕ້ານການຄ້າມະນຸດ...

ອ່ານເພີ່ມ

ເສດຖະກິດ

ເສວະນາ ການດໍາເນີນທຸລະກິດ ຂອງລັດວິສາຫະກິດໄຟຟ້າ ແລະ ການປັງປຸງໂຄງສ້າງລາຄາໄຟຟ້າໃໝ່

  • 03 Apr 2025
  • ຂ່າວ-ພາບ: ສັນຍາ

ກອງປະຊຸມເສວະນາ...

ອ່ານເພີ່ມ