ໜ້າຫຼັກ / ການເຄື່ອນໄຫວ / ໜ່ວຍພັກສົ່ງເສີມ ປະເມີນຜົນ ແລະ ແຜນການ ເລື່ອນສະມາຊິກພັກສໍາຮອງ ເປັນສະມາຊິກພັກສົມບູນ

ໜ່ວຍພັກສົ່ງເສີມ ປະເມີນຜົນ ແລະ ແຜນການ ເລື່ອນສະມາຊິກພັກສໍາຮອງ ເປັນສະມາຊິກພັກສົມບູນ

31 Oct 2024 | ຂ່າວ-ພາບ: ສັນຍາ |

ໜ່ວຍພັກສົ່ງເສີມ, ປະເມີນຜົນ ແລະ ແຜນການ ທີ່ຂຶ້ກັບຄະນະພັກຮາກຖານ ພະແນກແຜນການ ແລະ ການລົງທຶນແຂວງເຊກອງ ຈັດພິທີເລື່ອນສະມາຊິກພັກສໍາຮອງ ເປັນສະມາຊິກພັກສົມບູນ ໃນວັນທີ 31 ຕຸລາ 2024 ໂດຍການເປັນກຽດເຂົ້າຮ່ວມ ຂອງສະຫາຍ ຄໍາປະກອນ ອຸເທນທະປັນຍາ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ມີຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກສົມບູນ-ສໍາຮອງ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ, ສະຫາຍ ກາວິນ ແກ້ວຈັນທະວົງ ຫົວໜ້າຂະແໜງພັກ ຄະນະຈັດຕັ້ງແຂວງ ໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກແຂວງ ໂດຍອີງຕາມກົດລະບຽບ ຂອງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI ໝວດທີ I ມາດຕາ 1 ຂໍ້ (ຄ) ການພິຈາລະນາເລື່ອນສະມາຊິກພັກສໍາຮອງ ເປັນສະມາຊິກພັກສົມບູນ ແລະ ໝວດທີ IV ມາດຕາ 24 ຂໍ້ (ຂ) ໜ້າທີ່ ແລະ ສິດ ຂອງຄະນະປະຈໍາພັກແຂວງ. ໃນນີ້, ໄດ້ເຫັນດີເລື່ອນ ສະຫາຍ ນາງ ສຸກສະໄໝ ປັນຍາຄູນ ອາຍຸ 31 ປີ ຈາກສະມາຊິກພັກສໍາຮອງ ເປັນສະມາຊິກພັກສົມບູນ; ຊຶ່ງຜູ້ກ່ຽວໄດ້ຜ່ານການຮຽນສະໜັບສະໜູນ, ຮຽນກົດລະບຽບ ຂອງພັກ ແລະ ຜ່ານສະໄໝສໍາຮອງຖືກຕ້ອງຕາມກົດລະບຽບ ຂອງພັກວາງອອກຢ່າງເຂັ້ມງວດ.

ໂອກາດນີ້, ສະຫາຍ ຄໍາປະກອນ ອຸເທນທະປັນຍາ ໄດ້ຍົກໃຫ້ເຫັນບັນດາເນື້ອໃນພື້ນຖານ, ຄວາມໝາຍສໍາຄັນ ຂອງການເຂົ້າເປັນສະມາຊິກພັກປະຊາຊົນ ປະຕິວັດລາວ. ພ້ອມທັງ, ຊີ້ນໍາໃຫ້ຄະນະໜ່ວຍພັກ, ສະມາຊິກພັກສົມບູນ-ສໍາຮອງພາຍໃນໜ່ວຍ ກໍ່ຄືສະມາຊິກພັກສົມບູນໃໝ່ ຕ້ອງເພີ່ມທະວີຄົ້ນຄວ້າ, ເຊື່ອມຊຶມ ແລະ ກໍາແໜ້ນກົດລະບຽບ ຂອງພັກ ໂດຍສະເພາະແມ່ນໜ້າທີ່, ສິດ ແລະ ຂໍ້ຫ້າມສໍາລັບສະມາຊິກພັກ; ຍົກສູງຄວາມຮັບຜິດຊອບ, ນໍ້າໃຈເສຍສະຫລະ, ສຸມສະຕິປັນຍາປະຕິບັດໜ້າທີ່ການເມືອງ ກໍ່ຄືວຽກງານວິຊາສະເພາະ ທີ່ໄດ້ຮັບມອບໝາຍສໍາເລັດຕາມກໍານົດເວລາວາງໄວ້; ເອົາໃຈໃສ່ເພີ່ມທະວີຄວາມມາສັກຄີເປັນປຶກແຜ່ນ, ຕັ້ງໜ້າຝຶກຝົນຫລໍ່ຫລອມ ແລະ ປະຕິບັດຄໍາຕິຍານ ຂອງຕົນທີ່ຂຽນລົງໃນຄໍາຮ້ອງ ຂໍເຂົ້າເປັນສະມາຊິກພັກປະຊາຊົນ ປະຕິວັດລາວ ຢ່າງເຂັ້ມງວດ.

Share:

ຂ່າວຫຼ້າສຸດ

ການເມືອງ

ເຊກອງ ປະກາດແຕ່ງຕັ້ງປະທານສານປະຊາຊົນເຂດ II

  • 01 Sep 2025
  • ພຸດທະສອນ

...

ອ່ານເພີ່ມ

ການເມືອງ

ເປີດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງເຊກອງ ຄັ້ງທີ XI

  • 28 Aug 2025
  • sanya

ກອງປະຊຸມໃຫຍ່...

ອ່ານເພີ່ມ

ເສດຖະກິດ

ບັນດາບໍລິສັດ ສືບຕໍ່ມອບເງິນປະກອບສ່ວນຊຸກຍູ້ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ

  • 27 Aug 2025
  • ພຸດທະສອນ

ວັນທີ 27 ສິງຫາ 2025 ນີ້, ທີ່ຫ້ອງວ່າການ...

ອ່ານເພີ່ມ

ເສດຖະກິດ

ຫຼາຍພາກສ່ວນ ມອບເງິນປະກອບສ່ວນຊຸກຍູ້ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ

  • 22 Aug 2025
  • ພຸດທະສອນ

ຕອນເຊົ້າວັນທີ 21 ສິງຫາ 2025 ນີ້,...

ອ່ານເພີ່ມ