ໜ້າຫຼັກ / ການເຄື່ອນໄຫວ / ມອບ-ຮັບ ໜ້າທີ່ອຳນວຍການລັດວິສາຫາກິດນ້ຳປະປາແຂວງເຊກອງ ຜູ້ເກົ່າ-ຜູ້ໃໝ່

ມອບ-ຮັບ ໜ້າທີ່ອຳນວຍການລັດວິສາຫາກິດນ້ຳປະປາແຂວງເຊກອງ ຜູ້ເກົ່າ-ຜູ້ໃໝ່

31 Oct 2024 | win |

ພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ສຸລິພົນ ໝຶ່ນວິເສດ ອຳນວຍການລັດວິສາຫາກິດນ້ຳປະປາແຂວງເຊກອງ (ຜູ້ເກົ່າ) ແລະ ທ່ານ ອິນພອນຮັກ ພັດທະຟອງ ອຳນວຍການລັດວິສາຫາກິດນ້ຳປະປາແຂວງເຊກອງ (ຜູ້ໃໝ່) ຈັດຂຶ້ນໃນວັນທີ 31 ຕຸລາ 2024 ຜ່ານມາ ໂດຍການເຂົ້າຮ່ວມຂອງທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ, ມີຮອງອຳນວຍການ, ພະນັກງານລັດວິສາຫະກິດນໍ້າປະປາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໃນພິທີ, ທ່ານ ສຸລິພົນ ໝຶ່ນວິເສດ ໄດ້ຜ່ານບົດສະຫລຸບການເຄື່ອນໄຫວວຽກງານ ຂອງລັດວິສາຫະກິດນໍ້າປະປາແຂວງເຊກອງ ຕະຫລອດໄລຍະ 2 ປີຜ່ານມາ. ຫລັງຈາກນັ້ນ, ທ່ານ ນາງ ເຂັມມາລາ ດວງພະຈັນ ຫົວໜ້າຂະແໜງຈັດຕັ້ງ-ບໍລິຫານ, ລັດວິສາຫະກິດນໍ້າປະປາແຂວງ ໄດ້ຂຶ້ນຜ່ານບົດບັນທືກການມອບ-ຮັບໜ້າທີ່ຄັ້ງນີ້ວ່າ: ໂດຍປະຕິບັດຕາມຂໍ້ຕົກລົງ ຂອງທ່ານເຈົ້າແຂວງເຊກອງ ສະບັບເລກທີ 57/ຊກ, ລົງວັນທີ 16 ຕຸລາ 2024 ວ່າດ້ວຍຢຸດການເຄື່ອນໄຫວປະຕິບັດໜ້າທີ່ ຂອງອຳນວຍການລັດວິສາຫະກິດນໍ້າປະປາແຂວງເຊກອງ (ຜູ້ເກົ່າ), ຂໍ້ຕົກລົງ ສະບັບເລກທີ 52/ຊກ, ລົງວັນທີ 26 ຕຸລາ 2024 ວ່າດ້ວຍການແຕ່ງຕັ້ງອໍານວຍການລັດວິສາຫະກິດນໍ້າປະປາແຂວງເຊກອງ (ຜູ້ໃໝ່) ເພື່ອສືບຕໍ່ນໍາພາ-ຊີ້ນໍາແນໃສ່ເຮັດໃຫ້ການເຄື່ອນໄຫວການດໍາເນີນທຸລະກິດ, ການບໍລິການການສະໜອງນໍ້າປະປາໃຫ້ສັງຄົມໄດ້ຊົມໃຊ້ ໂດຍສະເພາະໃນຂອບເຂດເທສະບານ 4 ຕົວເມືອງ ຂອງແຂວງ.
ໂອກາດນີ້, ທ່ານ ຂັນຕີ ສີລະວົງສາ ໄດ້ມີຄຳເຫັນຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຜົນສໍາເລັດໃນການນໍາພາ-ຊີ້ນໍາ ຂອງອຳນວຍການລັດວິສາຫາກິດນ້ຳປະປາຜູ້ເກົ່າ. ພ້ອມທັງ, ຮຽກຮ້ອງໃຫ້ອໍານວຍການຜູ້ໃໝ່ ສຶບຕໍ່ນໍາພາ-ຊີ້ນໍາເສີມຂະຫຍາຍຜົນສໍາເລັດ-ດ້ານດີ, ແກ້ໄຂດ້ານອ່ອນ-ຂໍ້ຄົງຄ້າງ ແລະ ບັນຫາທີ່ກົດໜ່ວງທ່ວງດຶງຕໍ່ການພັດທະນາ ກໍ່ຄືການບໍລິການສະໜອງນໍ້າໃຫ້ແກ່ສັງຄົມ; ສືບຕໍ່ສຶກສາອົບຮົມການເມືອງແນວຄິດ ໃຫ້ສະມາຊິກພັກ, ພະນັກງານຢ່າງເປັນປົກກະຕິຕໍ່ເນື່ອງ; ປັບປຸງແບບແຜນນໍາພາ-ວິທີເຮັດວຽກ, ປັບປຸງ ແລະ ສ້ອມແປງລະບົບຕາໜ່າງການບໍລິການນ້ຳປະປາໃຫ້ດີຂຶ້ນຕໍ່ເນື່ອງ; ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດມະຕິ, ຄຳສັ່ງຂອງພັກ, ແຜນນະໂຍບາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມກົດ ຂອງລັດ ທີ່ຕິດພັນກັບຂະແໜງການນ້ຳປະປາ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ໄດ້ຮັບການພັດທະນາດີຂຶ້ນຢ່າງມີປະສິດທິພາບປະສິດທິຜົນເທື່ອລະກ້າວ.
.....
ຂ່າວ: ອັດສະວິນ

Share:

ຂ່າວຫຼ້າສຸດ

ການເມືອງ

ເຊກອງ ປະກາດແຕ່ງຕັ້ງປະທານສານປະຊາຊົນເຂດ II

  • 01 Sep 2025
  • ພຸດທະສອນ

...

ອ່ານເພີ່ມ

ການເມືອງ

ເປີດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງເຊກອງ ຄັ້ງທີ XI

  • 28 Aug 2025
  • sanya

ກອງປະຊຸມໃຫຍ່...

ອ່ານເພີ່ມ

ເສດຖະກິດ

ບັນດາບໍລິສັດ ສືບຕໍ່ມອບເງິນປະກອບສ່ວນຊຸກຍູ້ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ

  • 27 Aug 2025
  • ພຸດທະສອນ

ວັນທີ 27 ສິງຫາ 2025 ນີ້, ທີ່ຫ້ອງວ່າການ...

ອ່ານເພີ່ມ

ເສດຖະກິດ

ຫຼາຍພາກສ່ວນ ມອບເງິນປະກອບສ່ວນຊຸກຍູ້ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ

  • 22 Aug 2025
  • ພຸດທະສອນ

ຕອນເຊົ້າວັນທີ 21 ສິງຫາ 2025 ນີ້,...

ອ່ານເພີ່ມ