ໜ້າຫຼັກ / ການເຄື່ອນໄຫວ / ເຈົ້າແຂວງເຊກອງ ລົງຊຸກຍູ້ການປູກກາເຟ ແລະ ໂສມເປັນສິນຄ້າຢູ່ບ້ານດາກວໍ

ເຈົ້າແຂວງເຊກອງ ລົງຊຸກຍູ້ການປູກກາເຟ ແລະ ໂສມເປັນສິນຄ້າຢູ່ບ້ານດາກວໍ

16 Aug 2024 | ຂ່າວ-ພາບ: ສັນຍາ |

ໃນວັນທີ 14 ສິງຫາ 2024 ຜ່ານມາ, ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ພ້ອມຂະແໜງການກ່ຽວຂັ້ນແຂວງ ແລະ ການນໍາເມືອງດາກຈຶງ ໄດ້ລົງເຄື່ອນໄຫວຕິດຕາມຊຸກຍູ້ການປູກກາເຟ ແລະ ປູກໂສມເປັນສິນຄ້າ ຢູ່ບ້ານດາກວໍ ໂດຍມີທ່ານ ເພັງນາ ຈັນທະພອນ ເຈົ້າເມືອງດາກຈຶງ ພ້ອມດ້ວຍອົງການປົກຄອງບ້ານ, ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.

ທ່ານ ວຽງສະຫວັນ ຮອງນາຍບ້ານດາກວໍ ໄດ້ລາຍງານວ່າ: ບ້ານດາກວໍ ມີທີ່ຕັ້ງຫ່າງຈາກເທສະບານເມືອງດາກຈຶງປະມານ 12 ກິໂລແມັດ, ປະກອບມີ 76 ຫຼັງຄາເຮືອນ 106 ຄອບຄົວ, ມີພົນລະເມືອງທັງໝົດ 512 ຄົນ, ຍິງ 224 ຄົນ, ປະຊາຊົນຢຶດຖືອາຊີບປູກຝັງ-ລ້ຽງສັດເປັນຕົ້ນຕໍ ແລະ ບໍລິການຄ້າຂາຍເປັນອາຊີບສໍາຮອງ. ພາຍໃນບ້ານ ມີເນື້ອທີ່ການຜະລິດທັງໝົດ 400 ກວ່າເຮັກຕາ ໃນນີ້, ເນື້ອທີ່ນາ 50 ກວ່າເຮັກຕາ, ເນື້ອທີ່ປູກກາເຟ 166.89 ເຮັກຕາ, ເນື້ອທີ່ປູກໂສມ 16.4 ເຮັກຕາ ແລະ ເນື້ອທີ່ປູກພືດຜັກປະເພດຕ່າງໆ 180 ກວ່າເຮັກຕາ; ໃນປີ 2023 ຜ່ານມາ ສາມາດເກັບກູ້ຜົນຜະລິດກາເຟໄດ້ 584.11 ໂຕນ, ໂສມ 24.6 ໂຕນ ແລະ ພືດຜັກອີກຈໍານວນໜຶ່ງ.

ທ່ານ ແສງນາວົງ ແກ້ວຄໍາແຊ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງດາກຈຶງ ລາຍງານໃຫ້ຮູ້ຕື່ມວ່າ: ຄະນະພັກ, ຄະນະນໍາເມືອງດາກຈຶງ ຍາມໃດກໍໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມປະຊາຊົນບັນດາເຜົ່າ, ສຸມໃສ່ຜະລິດກະສິກໍາ (ປູກຝັງ-ລ້ຽງສັດ) ເພື່ອສະໜອງການບໍລິໂພກພາຍໃນເມືອງໃຫ້ພຽງພໍ ແລະ ຂາຍເປັນສິນຄ້າສົ່ງອອກຕ່າງແຂວງ ກໍຄືຕ່າງປະເທດ ແລະ ອັນພົ້ນເດັ່ນ ແມ່ນການກາເຟ ແລະ ປູກໂສມ ໃນນີ້, ທົ່ວເມືອງມີເນື້ອທີ່ປູກກາເຟທັງໝົດ 3814.51 ເຮັກຕາ, ມີເນື້ອທີ່ໃຫ້ໝາກ (ເປັນໝາກແລ້ວ) 3305.4 ເຮັກຕາ ໃນປີ 2023 ຜ່ານມາ ສາມາດເກັບກູ້ຜົນຜະລິດໄດ້ທັງໝົດ 13,350.78 ໂຕນ ແລະ ເນື້ອທີ່ປູກໂສມ 298.5 ເຮັກຕາ ໃນປີ 2023 ຜ່ານມາ ສາມາດເກັບກູ້ຜົນຜະລິດໄດ້ 447.75 ໂຕນ.

ໃນໂອກາດນີ້, ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ໄດ້ມີຄໍາເຫັນຊີ້ນໍາໃຫ້ການນໍາເມືອງ ແລະ ຂະແໜງການກ່ຽວຂ້ອງ ຕ້ອງເອົາໃຈໃສ່ຊຸກຍູ້ສົ່ງເສີມປະຊາຊົນຜະລິດກະສິກໍາໃຫ້ນັບມື້ຫຼາຍຂຶ້ນ ເພື່ອຕອບສະໜອງການບໍລິໂພກພາຍໃນໃຫ້ພຽງພໍ ແລະ ຂາຍເປັນສິນຄ້າສ້າງລາຍຮັບເຂົ້າຄອບຄົວ ໂດຍສະເພາະແມ່ນສົ່ງເສີມການປູກພືດທີ່ເປັນທ່າແຮງ ແລະ ຕະຫຼາດຕ້ອງການ ຄື: ກາເຟ, ໂສມ ແລະ ອື່ນໆ; ຂະແໜງກະສິກໍາ ແລະ ປ່າໄມ້ເມືອງ ຕ້ອງເປັນເຈົ້າການຊຸກຍູ້ ຕິດຕາມ ແລະ ໃຫ້ຄໍາແນະນໍາແກ່ປະຊາຊົນ ດ້ານເຕັກນິກການປູກ, ການປົກປັກຮັກສາ ເພື່ອຍົກສະມັດຕະພາບຜົນຜະລິດໃຫ້ສູງຂຶ້ນ; ເຮັດການທົດລອງການປູກໂສມດ້ວຍຫຼາຍຮູບແບບ-ຫຼາຍວິທີການ ເຮັດແນວໃດໃຫ້ມີຄວາມຍືນຍົງ, ຫຼີກເວັ້ນການທໍາລາຍທໍາມະຊາດ ແລະ ຜົນຜະລິດສະອາດປອດສານເຄມີ. ພ້ອມນີ້, ເອົາໃຈໃສ່ປົກປັກຮັກສາປ່າໄມ້ ຕາມທິດພັດທະນາສີຂຽວ ແລະ ຍືນຍົງ; ສົ່ງເສີມການລ້ຽງສັດ ແລະ ບໍລິການຄ້າ-ຂາຍ ເພື່ອສ້າງອາຊີບ-ສ້າງວຽກເຮັດງານທໍາ, ສ້າງລາຍໄດ້ທີ່ໝັ້ນຄົງ ເຮັດໃຫ້ຄອບຄົວປະຊາຊົນມີຊີວິດການເປັນຢູ່ດີຂຶ້ນ.

Share:

ຂ່າວຫຼ້າສຸດ

ການເມືອງ

ເຊກອງ ປະກາດແຕ່ງຕັ້ງປະທານສານປະຊາຊົນເຂດ II

  • 01 Sep 2025
  • ພຸດທະສອນ

...

ອ່ານເພີ່ມ

ການເມືອງ

ເປີດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງເຊກອງ ຄັ້ງທີ XI

  • 28 Aug 2025
  • sanya

ກອງປະຊຸມໃຫຍ່...

ອ່ານເພີ່ມ

ເສດຖະກິດ

ບັນດາບໍລິສັດ ສືບຕໍ່ມອບເງິນປະກອບສ່ວນຊຸກຍູ້ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ

  • 27 Aug 2025
  • ພຸດທະສອນ

ວັນທີ 27 ສິງຫາ 2025 ນີ້, ທີ່ຫ້ອງວ່າການ...

ອ່ານເພີ່ມ

ການເມືອງ

ເຊກອງ ມີຄວາມພ້ອມແລ້ວ ໃນການດຳເນີນກອງປະຊຸມໃຫຍ່ ຄັ້ງທີ XI ອົງຄະນະພັກແຂວງ

  • 22 Aug 2025
  • ພຸດທະສອນ

ສະຫາຍ ບຸນຫຼາຍ ບຸດທິ...

ອ່ານເພີ່ມ