ໜ້າຫຼັກ / ການເຄື່ອນໄຫວ / 5 ປີ ເມືອງດາກຈຶງ ຕ້ອງການທຶນເພື່ອພັດທະນາພື້ນຖານໂຄງລ່າງ 340 ຕື້ກວ່າກີບ
ໃນ 5 ປີຕໍ່ໜ້າ (2025-2029) ເມືອງດາກຈຶງ ແຂວງເຊກອງ ມີຄວາມຕ້ອງການທຶນ ເພື່ອພັດທະນາພື້ນຖານໂຄງລ່າງ ຍູ້ແຮງການພັດທະນາເສດຖະກິດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ທັງໝົດ 342 ຕື້ກີບ. ໃນນີ້, ການລົງທຶນຂອງລັດ 55 ຕື້ກີບ, ທຶນຊ່ວຍເຫລືອລ້າ ແລະ ກູ້ຢືມ 154 ຕື້ກີບ, ທຶນສິນເຊື່ອທະນາຄານ 74,06 ຕື້ກີບ, ທຶນພັດທະນາທ້ອງຖິ່ນ 45 ຕື້ກີບ, ບ້ວງເງິນເກີນແຜນ 10 ຕື້ກີບ ແລະ ທຶນຊຸມຊົນປະກອບສ່ວນ 2,5 ຕື້ກີບ.
ທ່ານ ສົມພອນ ສາຍສຸວັນ ຮອງເຈົ້າເມືອງດາກຈຶງ ໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ການພັດທະນາເສດຖະກິດເມືອງດາກຈຶງ ແຕ່ນີ້ຮອດປີ 2029 ແມ່ນຈະສຸມໃສ່ປະຕິບັດ 6 ເປົ້າໝາຍ 28 ວຽກຈຸດສຸມ ແລະ 136 ໂຄງການ ຕິດພັນກັບການຈັດຕັ້ງປະຕິບັດມະຕິ 04/ກມສພ ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່. ໃນນີ້, ດ້ານເສດຖະກິດ ສູ້ຊົນເຮັດໃຫ້ຂະຫຍາຍຕົວເພີ່ມຂຶ້ນໃນລະດັບ 5% ຕໍ່ປີ ແລະ ຮອດປີ 2029 ສູ້ຊົນເຮັດໃຫ້ມູນຄ່າລວມຍອດຜົນຜະລິດ (Gross output ຫລື GO) ບັນລຸໄດ້ 746 ຕື້ກວ່າກີບ, ສະເລ່ຍຕໍ່ຫົວຄົນ ເທົ່າກັບ 26 ລ້ານກວ່າກີບ. ໃນນີ້, ຂະແໜງກະສິກໍາ ແລະ ປ່າໄມ້ ເພີ່ມຂຶ້ນ 2,8% ກວມເອົາ 46,7%; ຂະແໜງອຸດສາຫະກໍາ ເພີ່ມຂຶ້ນ 4% ກວມເອົາ 20,8% ແລະ ຂະແໜງການບໍລິການ ເພີ່ມຂຶ້ນ 5,7% ກວມເອົາ 32,5% ຂອງ GO. ພ້ອມນີ້, ກໍ່ເອົາໃຈໃສ່ສົ່ງເສີມການຜະລິດ, ການປຸງແຕ່ງຜະລິດຕະພັນກະສິກໍາ ເພື່ອຊົມໃຊ້ພາຍໃນ ແລະ ຂາຍເປັນສິນຄ້າ ທົດແທນການນໍາເຂົ້າ; ເອົາໃຈໃສ່ພັດທະນາຂົງເຂດການສຶກສາ, ສາທາ ລະນະສຸກ, ປັບປຸງ ແລະ ກໍ່ສ້າງບັນດາພື້ນຖານໂຄງລ່າງ ຕິດພັນກັບການຄຸ້ມຄອງການລົງທຶນຂອງລັດ, ເອກະຊົນພາຍໃນ ແລະ ຕ່າງປະເທດໃຫ້ເຄື່ອນໄຫວ ຕາມລະບຽບກົດໝາຍຢ່າງເຂັ້ມງວດ.
ທ່ານ ສົມພອນ ສາຍສຸວັນ ໃຫ້ຮູ້ຕື່ມວ່າ: ໃນໄລຍະ 5 ປີ (2020-2024) ຜ່ານມາ, ເມືອງດາກຈຶງ ສາມາດລະດົມແຫລ່ງທຶນເຂົ້າໃນການພັດທະນາໄດ້ທັງໝົດ 347,58 ຕື້ກີບ. ໃນນີ້, ເປັນການລົງທຶນຂອງລັດ 76,48 ຕື້ກີບ; ທຶນຊ່ວຍເຫລືອທາງການເພື່ອການພັດທະນາ 128,87 ຕື້ກີບ; ທຶນສິນເຊື່ອທະນາຄານ 25,37 ຕື້ກີບ; ທຶນປະກອບສ່ວນຂອງປະຊາຊົນ 2,43 ຕື້ກີບ ແລະ ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ 114,70 ຕື້ກີບ, ຊຶ່ງທຸກໆໂຄງການທີ່ເມືອງໄດ້ຮັບອະນຸມັດນັ້ນ ແມ່ນໄດ້ສຸມໃສ່ພັດທະນາບັນດາພື້ນຖານໂຄງລ່າງໃນຂົງເຂດເສດຖະກິດ, ການຜະລິດ ແລະ ຂົງເຂດວັດທະນະທໍາ-ສັງຄົມ ເພື່ອຍູ້ແຮງການພັດທະນາເສດຖະກິດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນພາຍໃນເມືອງໃຫ້ດີຂຶ້ນ.