ໜ້າຫຼັກ / ການເຄື່ອນໄຫວ / ເປີດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງເຊກອງ ຄັ້ງທີ XI

ເປີດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງເຊກອງ ຄັ້ງທີ XI

28 Aug 2025 | sanya |

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງເຊກອງ ຄັ້ງທີ XI ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 28 ສິງຫາ ນີ້, ທີ່ສະໂມສອນໃຫຍ່ຂອງແຂວງ ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ບຸນຫລາຍ ບຸດທິ ຮັກສາການແທນເລຂາພັກແຂວງ ຮັກສາການແທນເຈົ້າແຂວງເຊກອງ,ເປັນກຽດເຂົ້າຮ່ວມຂອງສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີແຂກຖືກເຊີນຈາກສູນກາງ, ແຂວງອ້ອມຂ້າງ, ພະນັກງານອາວຸໂສບໍານານ ແລະ ຜູ້ແທນສົມບູນ ເຂົ້າຮ່ວມ.
ໃນໂອກາດນີ້, ສະຫາຍ ບຸນຫລາຍ ບຸດທິ ໄດ້ກ່າວໄຂກອງປະຊຸມວ່າ: ກອງປະຊຸມໃຫຍ່ ຄັ້ງທີ XI ອົງຄະນະພັກແຂວງຄັ້ງນີ້ ແມ່ນເຫດການການ ເມືອງທີ່ມີຄວາມໝາຍຄວາມສຳຄັນ, ຊຶ່ງໄດ້ທົບທວນຄືນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ ໃນໄລຍະ 5 ປີ (2021-2025) ຜ່ານມາ; ຕີລາຄາຜົນສຳເລັດດ້ານດີ, ຂໍ້ຂາດຕົກບົກຜ່ອງ ແລະ ຊອກໃຫ້ເຫັນສາເຫດ ເພື່ອຈະນຳໄປແກ້ໄຂໃຫ້ຖືກຕ້ອງ, ວ່ອງໄວ ແລະ ທັນການ; ພ້ອມທັງ ຖອດຖອນເອົາເປັນບົດຮຽນເພື່ອນຳພາ-ຊີ້ນຳວຽກງານໃນຕໍ່ໜ້າ ບົນພື້ນຖານການວິເຄາະວິໄຈ ໃຫ້ແທດເໝາະກັບສະພາບຄວາມເປັນຈິງຂອງທ້ອງຖິ່ນ ແລະ ສອດຄ່ອງກັບແນວທາງຂອງພັກ, ແຜນນະໂຍບາຍຂອງລັດ ແນໃສ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄື ແຂວງເຊກອງໃຫ້ຫລຸດພົ້ນຈາກຄວາມທຸກຍາກ ແລະ ຫລຸດພົ້ນຈາກຄວາມດ້ອຍພັດທະນາ. ພ້ອມນີ້, ຜູ້ແທນສົມບູນກອງປະຊຸມໃຫຍ່ ກໍຈະໄດ້ໃຊ້ສິດປະຊາທິປະໄຕ ຂອງຕົນ ເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ (ສະໄໝທີ XI) ເຊິ່ງເປັນການນຳສູງສຸດຂັ້ນທ້ອງຖິ່ນ ເພື່ອເປັນໃຈກາງເຕົ້າໂຮມຄວາມສາມັກຄີ ແລະ ນໍາພາ-ຊີ້ນຳຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງ ໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.
ໃນໂອກາດດຽວກັນ, ສະຫາຍ ດົງເພັດ ພະຍົນ ຮອງເລຂາຄະນະບໍລິຫານງານພັກແຂວງ ໄດ້ຜ່ານຮ່າງລາຍງານການເມືອງ ໂດຍຍົກໃຫ້ເຫັນການເຄື່ອນໄຫວວຽກງານໃນໄລຍະ 5 ປີຜ່ານມາ; ຄະນະບໍລິຫານງານພັກແຂວງ ສະໄໝທີ X ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາສະມາຊິກພັກ, ພະນັກງານ, ທະຫານ-ຕໍາຫລວດ ຕະຫລອດຮອດປະຊາຊົນບັນດາເຜົ່າໃນທົ່ວແຂວງ ຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ ສາມາດຍາດໄດ້ຜົນສໍາເລັດຫລາຍດ້ານ ເຮັດໃຫ້ແຂວງເຊກອງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ເປັນເຈົ້າການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດມະຕິ, ຄໍາສັ່ງຂອງສູນກາງພັກ, ສະພາເເຫ່ງຊາດ ເເລະ ລັດຖະບານ ກ່ຽວກັບການເເກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ ຫລື GDP ໃນ 5 ປີ ບັນລຸໄດ້ 4.9%; ລະບົບການເງິນຫັນໄປສູ່ທັນສະໄໝ, ການເກັບລາຍຮັບເຂົ້າງົບປະມານ 5 ປີ ບັນລຸ 1,732.74 ຕຶ້ກີບ ລື່ນແຜນເກືອບ 3 ເທົ່າຕົວ ແລະ ດ້ານລາຍຈ່າຍປະຕິບັດໄດ້ 2,204.74 ຕື້ກີບ ລື່ນແຜນ 23%; ບັນດາພື້ນຖານໂຄງລ່າງໄດ້ຮັບການພັດທະນາຢ່າງເປັນຮູບປະທໍາ; ຂະບວນການຜະລິດກະສິກໍາເປັນສິນຄ້າ (ປູກຝັງ-ລ້ຽງສັດ) ໄດ້ຮັບການສົ່ງເສີມຢ່າງກ້ວາງຂວາງ ເເລະ ຟົດຟື້ນ; ການປະຕິບັດເປົ້າໝາຍພັດທະນາເເບບຍືນຍົງ (SDGs) ຂົງເຂດການສຶກສາ, ສາທາລະນະສຸກ ກໍມີຄວາມຄືບໜ້າເປັນທີ່ໜ້າພໍໃຈ; ການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ລວມເຖິງການປະຕິບັດນະໂຍບາຍປ່ອຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ-ສັງຄົມ ໃນຂົງເຂດການບໍລິການ, ການຜະລິດເປັນສິນຄ້າ, ຫັດຖະກໍາ ແລະ ການປຸງແຕ່ງ ຊຶ່ງເປັນການປະກອບສ່ວນແກ້ໄຂຄວາມທຸກຍາກ ແລະ ສ້າງວຽກເຮັດງານທໍາ ໃຫ້ປະຊາຊົນມີຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ.
+3
ดูข้อมูลเชิงลึก
ความรู้สึกทั้งหมด
คุณ, To Nok, ເຈືອນ ຫໍສະຫວັນ และ คนอื่นๆ อีก 108 คน

Share:

ຂ່າວຫຼ້າສຸດ

ການເມືອງ

ເຊກອງ ປະກາດແຕ່ງຕັ້ງປະທານສານປະຊາຊົນເຂດ II

  • 01 Sep 2025
  • ພຸດທະສອນ

...

ອ່ານເພີ່ມ

ເສດຖະກິດ

ບັນດາບໍລິສັດ ສືບຕໍ່ມອບເງິນປະກອບສ່ວນຊຸກຍູ້ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ

  • 27 Aug 2025
  • ພຸດທະສອນ

ວັນທີ 27 ສິງຫາ 2025 ນີ້, ທີ່ຫ້ອງວ່າການ...

ອ່ານເພີ່ມ

ການເມືອງ

ເຊກອງ ມີຄວາມພ້ອມແລ້ວ ໃນການດຳເນີນກອງປະຊຸມໃຫຍ່ ຄັ້ງທີ XI ອົງຄະນະພັກແຂວງ

  • 22 Aug 2025
  • ພຸດທະສອນ

ສະຫາຍ ບຸນຫຼາຍ ບຸດທິ...

ອ່ານເພີ່ມ

ເສດຖະກິດ

ຫຼາຍພາກສ່ວນ ມອບເງິນປະກອບສ່ວນຊຸກຍູ້ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ

  • 22 Aug 2025
  • ພຸດທະສອນ

ຕອນເຊົ້າວັນທີ 21 ສິງຫາ 2025 ນີ້,...

ອ່ານເພີ່ມ