ໜ້າຫຼັກ / ການເຄື່ອນໄຫວ / ຫຼາຍພາກສ່ວນ ມອບເງິນປະກອບສ່ວນຊຸກຍູ້ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ

ຫຼາຍພາກສ່ວນ ມອບເງິນປະກອບສ່ວນຊຸກຍູ້ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ

22 Aug 2025 | ພຸດທະສອນ |

ຕອນເຊົ້າວັນທີ 21 ສິງຫາ 2025 ນີ້, ທີ່ຫ້ອງວ່າການແຂວງເຊກອງ ບໍລິສັດ ດາກຈຶງ ສໍາຫຼວດແຮ່ທາດ ໂຄງການພັດທະນາບໍ່ແຮ່ ເຂດດາກປຣາ ເມືອງດາກຈຶງ ແຂວງເຊກອງ ໄດ້ມອບເງິນ 500 ລ້ານກີບ ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ( ທຄຕລ ) ສາຂາ ແຂວງເຊກອງ ໄດ້ມອບເງິນ 20 ລ້ານກີບ ເພື່ອປະກອບສ່ວນຊຸກຍູ້ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ ທີ່ຈະໄຂຂຶ້ນໃນທ້າຍເດືອນສິງຫານີ້, ໂດຍກ່າວຮັບຂອງທ່ານ ບຸນຫລາຍ ບຸດທິ ຮັກສາການແທນເຈົ້າແຂວງເຊກອງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ບຸນຫລາຍ ບຸດທິ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະກ່າວຂອບອົກຂອບໃຈມາຍັງ 2 ພາກສ່ວນ ທີ່ໄດ້ໃຫ້ການອຸປະຖໍາ ປະກອບສ່ວນທາງດ້ານທຶນຮອນ ເພື່ອຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ ເຊິ່ງເປັນການປະກອບສ່ວນສຳຄັນ ໂດຍປັດໃຈດັ່ງກ່າວຈະນໍາໃຊ້ເຂົ້າໃນການກະກຽມດຳເນີນກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງໃນຄັ້ງນີ້ ໃຫ້ເກີດປະໂຫຍດສູງສຸດ ເພື່ອໃຫ້ກອງປະຊຸມດຳເນີນໄປຕາມຄາດໝາຍທີ່ວາງໄວ້; ຈາກນັ້ນ, ຮັກສາການແທນເຈົ້າແຂວງເຊກອງ ກໍໄດ້ມອບໃບກຽດຕິຄຸນໃຫ້ແກ່ 2 ພາກສ່ວນ ເພື່ອສະແດງເຖິງຄວາມຂອບໃຈຕໍ່ການປະກອບສ່ວນອັນສໍາຄັນທາງດ້ານທຶນຮອນໃນຄັ້ງນີ້.
ໃນຕອນແລງຂອງວັນດຽວກັນ ທ່ານ ອຸໄທ ໄຊຍະວົງ ປະທານບໍລິສັດ ສົ່ງເສີມກະສິກໍາ ຈໍາກັດຜູ້ດຽວ ແຂວງເຊກອງ‎ ກໍໄດ້ມອບເງິນ ຈໍານວນ 10 ລ້ານກີບ ເພື່ອປະກອບສ່ວນຊຸກຍູ້ ກອງປະຊຸມດັ່ງກ່າວ ໂດຍທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ ກ່າວຮັບ, ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

Share:

ຂ່າວຫຼ້າສຸດ

ການເມືອງ

ເຊກອງ ປະກາດແຕ່ງຕັ້ງປະທານສານປະຊາຊົນເຂດ II

  • 01 Sep 2025
  • ພຸດທະສອນ

...

ອ່ານເພີ່ມ

ການເມືອງ

ເປີດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງເຊກອງ ຄັ້ງທີ XI

  • 28 Aug 2025
  • sanya

ກອງປະຊຸມໃຫຍ່...

ອ່ານເພີ່ມ

ເສດຖະກິດ

ບັນດາບໍລິສັດ ສືບຕໍ່ມອບເງິນປະກອບສ່ວນຊຸກຍູ້ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ

  • 27 Aug 2025
  • ພຸດທະສອນ

ວັນທີ 27 ສິງຫາ 2025 ນີ້, ທີ່ຫ້ອງວ່າການ...

ອ່ານເພີ່ມ

ການເມືອງ

ເຊກອງ ມີຄວາມພ້ອມແລ້ວ ໃນການດຳເນີນກອງປະຊຸມໃຫຍ່ ຄັ້ງທີ XI ອົງຄະນະພັກແຂວງ

  • 22 Aug 2025
  • ພຸດທະສອນ

ສະຫາຍ ບຸນຫຼາຍ ບຸດທິ...

ອ່ານເພີ່ມ