ໜ້າຫຼັກ / ການເຄື່ອນໄຫວ / ເຊກອງ ປະກາດແຕ່ງຕັ້ງປະທານສານປະຊາຊົນເຂດ II

ເຊກອງ ປະກາດແຕ່ງຕັ້ງປະທານສານປະຊາຊົນເຂດ II

01 Sep 2025 | ພຸດທະສອນ |

ພິທີປະກາດແຕ່ງຕັ້ງປະທານສານປະຊາຊົນເຂດ II ແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 29 ສິງຫາ 2025 ທີ່ສະໂມສອນສະພາປະຊາຊົນແຂວງ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ, ມີຂະແໜງການກ່ຽວຂ້ອງຂັ້ນສູງກາງ ແລະຂັ້ນແຂວງ, ພະນັກງານສານປະຊາຊົນແຂວງ, ສານປະຊາຊົນເຂດ II, ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ທ່ານ ນາງ ແກ້ວຫຼ້າ ຄໍາວົງສາ ຮອງຫົວໜ້າກົມຈັດຕັ້ງພະນັກງານ ສານປະຊາຊົນສູງສຸດ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳສະພາແຫ່ງຊາດ, ສະບັບເລກທີ 216/ຄປຈ, ລົງວັນທີ 5 ສິງຫາ 2025 ວ່າດ້ວຍການແຕ່ງຕັ້ງປະທານສານປະຊາຊົນທ້ອງຖິ່ນ, ໂດຍເຫັນດີແຕ່ງຕັ້ງ ທ່ານ ລິນເຕີຍ ວາດສະໝານ ຮັກສາການປະທານສານປະຊາຊົນເຂດ II ແຂວງເຊກອງ ເປັນຜູ້ພິພາກສາ ແລະເປັນປະທານສານປະຊາຊົນເຂດ II ແລະ ຂໍ້ຕົກລົງ ຂອງປະທານສານປະຊາຊົນສູງສຸດ ສະບັບເລກທີ 866/ສປສສ, ລົງວັນທີ 6 ສິງຫາ 2025 ວ່າດ້ວຍການສັບປ່ຽນບ່ອນປະຈໍາການພະນັກງານ ຊຶ່ງຕົກລົງສັບປ່ຽນບ່ອນປະຈໍາການຂອງທ່ານ ນາງ ບົວພອນ ທໍາມະວົງ ຮັກສາການຫົວໜ້າຫ້ອງການສານປະຊາຊົນເຂດ II ແຂວງເຊກອງ ໄປປະຈໍາການຢູ່ສານປະຊາຊົນແຂວງເຊກອງ ແລະ ແຕ່ງຕັ້ງ ເປັນຮອງຫົວໜ້າຂະແໜງຈັດຕັ້ງ-ກວດກາ ສານປະຊາຊົນແຂວງເຊກອງ; ໃນໂອກາດນີ້, ທ່ານ ຄໍາພົນ ແກ້ວປະເສີດ ຮອງປະທານສານປະຊາຊົນແຂວງເຊກອງ ໄດ້ສະຫຼຸບຕີລາຄາການເຄື່ອນໄຫວວຽກງານ ຊຶ່ງຄະນະນໍາສານປະຊາຊົນແຂວງ ແລະ ສານປະຊາຊົນເຂດ I, ເຂດ II ໄດ້ເອົາໃຈໃສ່ດ້ວຍຄວາມເປັນເຈົ້າການໃນການເກັບກຳຂໍ້ມູນ ແລະ ຄົ້ນຄວ້າພິຈາລະນາຄະດີ ຕະຫຼອດໄລຍະ 8 ເດືອນຜ່ານມາ, ມີທັງໝົດ 98 ເລື່ອງ, ໃນນັ້ນ ຄະດີອາຍາ 58 ເລື່ອງ, ຄະດີແພ່ງ 26 ເລື່ອງ, ຄະດີຄອບຄົວ 7 ເລື່ອງ, ຄະດີການຄ້າ 7 ລື່ອງ ແລະ ໄດ້ແກ້ໄຂສໍາເລັດ 64 ເລື່ອງ ເທົ່າກັບ 65%, ຍັງຄ້າງ 34 ເລື່ອງ.
ຈາກນັ້ນ, ປະກາດແຕ່ງຕັ້ງ ແລະຮັບຟັງການລາຍງານແລ້ວ, ທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ໄດ້ຂຶ້ນປະດັບທະນູບ່າ ແລະສວມຊຸດຜູ້ພິສາ ໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃຫ່ມຢ່າງສົມກຽດ ເພື່ອຢັ້ງຢືນເຖິງໜ້າທີ່ ແລະຄວາມຮັບຜິດຊອບອັນສູງສົ່ງ ເພື່ອເຮັດສຳເລັດໜ້າທີ່ຕາມການມອບ ໝາຍໃນຕໍ່ໜ້າ, ພ້ອມເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງ ຕ້ອງຕັ້ງໜ້າຝຶກຝົນຫຼໍ່ຫຼອມ ຄຸນທາດການເມືອງ, ຄຸນສົມບັດ ສິນທຳປະຕິວັດ, ມີຈັນຍາບັນ ຈັນຍາທຳ, ຍົກສູງຄວາມຮູ້ດ້ານວິຊາສະເພາະໃຫ້ສູງຂຶ້ນ; ພ້ອມນັ້ນ ກໍ່ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ອ້າຍນ້ອງພະນັກງານ ຕັ້ງໜ້າປະຕິບັດໜ້າທີ່ ຮັບໃຊ້ປະຊາຊົນ ດ້ວຍຄວາມຈິງໃຈ, ເປັນທຳ, ສະເໝີພາບ, ມີຈັນຍາບັນ-ຈັນຍາທໍາ ໃນການປະຕິບັດໜ້າທີ່ ຕາມພາລະບົດບາດ ແລະ ກົດໝາຍ ທີ່ໄດ້ກຳນົດໄວ້ຢ່າງຄົບຖ້ວນ ເພື່ອຮັບປະກັນໄດ້ຄວາມຍຸຕິທໍາ ຈຶ່ງຖືວ່າ ເປັນຜູ້ນໍາໃຊ້ກົດໝາຍຢ່າງແທ້ຈິງ ແລະ ໃຫ້ສົມກັບຄໍາ ຂັວນຂອງສານປະຊາຊົນ ທີ່ວ່າ “ ຜູ້ພິພາກ ສາ ເປັນຜູ້ທີ່ຮັກສາຄວາມຍຸຕິທຳ ແລະສິນທຳ, ສີຂາວ-ສີດໍາ ຕ້ອງຈໍາແນກ ໃຫ້ຊັດເຈນ, ບໍ່ລະເວັ້ນອຳນາດ ບໍ່ປະໝາດຊົນຊັ້ນ, ເຖິງຊີວິດຈະຍາກຈົນ ແຕ່ໃຈຕົນ ບໍ່ໝົ່ນໝອງ " ແລະ " ການບໍລິການດ້ວຍຄວາມຍິ້ມແຍ້ມແຈ່ມໃສ ຊ່ວຍແກ້ໄຂຄະດີໄດ້ບາດກ້າວໜຶ່ງ ເຮັດວຽກດ້ວຍຄວາມຊື່ສັດສຸດຈະລິດຄືບາດກ້າວທຳອິດ ຂອງການຕັດສິນຄະດີ ທີ່ຖືກຕ້ອງ ".

Share:

ຂ່າວຫຼ້າສຸດ

ການເມືອງ

ເປີດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງເຊກອງ ຄັ້ງທີ XI

  • 28 Aug 2025
  • sanya

ກອງປະຊຸມໃຫຍ່...

ອ່ານເພີ່ມ

ເສດຖະກິດ

ບັນດາບໍລິສັດ ສືບຕໍ່ມອບເງິນປະກອບສ່ວນຊຸກຍູ້ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ

  • 27 Aug 2025
  • ພຸດທະສອນ

ວັນທີ 27 ສິງຫາ 2025 ນີ້, ທີ່ຫ້ອງວ່າການ...

ອ່ານເພີ່ມ

ການເມືອງ

ເຊກອງ ມີຄວາມພ້ອມແລ້ວ ໃນການດຳເນີນກອງປະຊຸມໃຫຍ່ ຄັ້ງທີ XI ອົງຄະນະພັກແຂວງ

  • 22 Aug 2025
  • ພຸດທະສອນ

ສະຫາຍ ບຸນຫຼາຍ ບຸດທິ...

ອ່ານເພີ່ມ

ເສດຖະກິດ

ຫຼາຍພາກສ່ວນ ມອບເງິນປະກອບສ່ວນຊຸກຍູ້ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ

  • 22 Aug 2025
  • ພຸດທະສອນ

ຕອນເຊົ້າວັນທີ 21 ສິງຫາ 2025 ນີ້,...

ອ່ານເພີ່ມ