ບັນດາບໍລິສັດ ສືບຕໍ່ມອບເງິນປະກອບສ່ວນຊຸກຍູ້ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ
27 Aug 2025 | ພຸດທະສອນ |
ວັນທີ 27 ສິງຫາ 2025 ນີ້, ທີ່ຫ້ອງວ່າການ ແຂວງເຊກອງ ມີຫຼາຍບໍລິສັດ ສືບຕໍ່ມອບເງິນ ເພື່ອປະກອບສ່ວນຊຸກຍູ້
#ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ ເຊິ່ງມີກຸ່ມບໍລິສັດ ສອນກໍ່ສ້າງ ຄົບວົງຈອນ ຈໍາກັດຜູ້ດຽວ ມອບເງິນ 100 ລ້ານກີບ, ບໍລິສັດ ເຂື່ອນໄຟຟ້າ ເຊກອງ 4 ພາວເວີ ຈໍາກັດ ມອບ 50 ລ້ານກີບ, ບໍລິສັດ ກົງໃຈກໍ່ສ້າງ ແລະສ້ອມແປງຊົນລະປະທານ ຈໍາກັດຜູ້ດຽວ ມອບ 30 ລ້ານກີບ, ບໍລິສັດ ສິທິໄຊຈະເລີນຊັບກໍ່ສ້າງ ສ້ອມແປງຂົວທາງ ຊົນລະປະທານ ເຄຫາສະຖານ ຈໍາກັດຜູ້ດຽວ ມອບ 20 ລ້ານກີບ, ບໍລິສັດ ພູມິນກໍ່ສ້າງ ແລະສ້ອມແປງຂົວ-ທາງ ຈໍາກັດຜູ້ດຽວ ມອບ 20 ລ້ານກີບ, ບໍລິສັດ ພູມສະຫວັນກໍ່ສ້າງ ຈໍາກັດຜູ້ດຽວ ມອບ10 ລ້ານກີບ ແລະບໍລິສັດ ຢູເອັບໂອດີຊາຍ ຈໍາກັດ, ບໍລິສັດ ເພັດທິດາກໍ່ສ້າງ ຄົບວົງຈອນ ຈໍາກັດ, ບໍລິສັດ ເພັດທິດາການກະເສດ ຄົບວົງຈອນ ຈໍາກັດ, ບໍລິສັດ ພັດທະນານໍ້າດື່ມຕາເວັນອອກ ຈໍາກັດ ມອບ 9.999.999 ກີບ ກ່າວຮັບໂດຍທ່ານ ບຸນຫລາຍ ບຸດທິ ຮັກສາການແທນເຈົ້າແຂວງເຊກອງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ບຸນຫລາຍ ບຸດທິ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະກ່າວຂອບອົກຂອບໃຈມາຍັງ ບັນດາບໍລິສັດ ທີ່ໄດ້ໃຫ້ການອຸປະຖໍາ ປະກອບສ່ວນທາງດ້ານທຶນຮອນ ເພື່ອຊຸກຍູ້ກອງປະຊຸມໃຫຍ່ ອົງຄະນະພັກແຂວງເຊກອງ ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນດຳເນີນກອງປະຊຸມໃຫຍ່ຄັ້ງນີ້ ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.
ໃນຕອນແລງຂອງວັນດຽວກັນ, ທ່ານ ນາງ ຫົງພະຈັນ ສະໝິງວົງສາ ຕ່າງຫນ້າ ບໍລິສັດ ພັດທະນາແຮ່ບົກຊິດລາວຈຳກັດຜູ້ດຽວ ກໍໄດ້ມອບອີກ 1 ຕື້ກີບ, ບໍລິສັດໄຟຟ້າພະລັງງານລົມ ມອນຊູນວິນ ພາວເວີ ມອບ 200 ລ້ານກີບ, ບໍລິສັດ ໂພນຊັບ ຈະເລີນກໍ່ສ້າງ-ສ້ອມແປງຂົວທາງ ເຄຫາສະຖານ ແລະຊົນລະປະທານ ຈໍາກັດຜູ້ດຽວ ມອບ 20 ລ້ານກີບ, ບໍລິສັດ ຮ່ວມປະເມີນຜົນ ແລະພັດທະນາການສໍາຫຼວດບໍ່ແຮ່ ຈໍາກັດ, ບໍລິສັດ ໄຊຊະນະພັດທະນາການກໍ່ສ້າງ ຈໍາກັດຜູ້ດຽວ, ບໍລິສັດ ລາວລີເວີ ມາຍນິງ ຈໍາກັດ ມອບ 150 ລ້ານກີບ, ບໍລິສັດ ໄຊຊະນະກໍ່ສ້າງ ຈໍາກັດຜູ້ດຽວ ມອບ 5 ລ້ານກີບ ແລະອົງການປົກຄອງເມືອງດາກຈຶງ ມອບ 5 ລ້ານກີບ ເຊິ່ງກ່າວຮັບໂດຍທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ ແລະ ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.
Share: