ໜ້າຫຼັກ / ການເຄື່ອນໄຫວ / ພະແນກການເງິນແຂວງ ເຊື່ອມຊຶມເອກະສານ ກ່ຽວກັບການປັບປຸງກົງຈັກການຈັດຕັ້ງ
ຄະນະພັກຮາກຖານ ພະແນກການເງິນແຂວງເຊກອງ ຈັດກອງປະຊຸມດໍາເນີນຊີວິດການເມືອງ ເພື່ອເຊື່ອມຊຶມເອກະສານ ກ່ຽວກັບການປັບປຸງກົງຈັກການຈັດຕັ້ງ ແລະ ສະຫລຸບຕີລາຄາການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ວາງທິດທາງ 6 ເດືອນທ້າຍປີ 2025 ໃນວັນທີ 30 ກໍລະກົດ 2025 ໂດຍມີ ສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ກໍາມະການປະຈໍາພັກແຂວງ ວ່າການປະທານກວດກາພັກແຂວງ, ຄະນະພັກຮາກຖານ-ຄະນະໜ່ວຍພັກ, ສະມາຊິກພັກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ຄໍາຮູ້ ອ່ອນມະນີ ກໍາມະການພັກແຂວງ ເລຂາຄະນະພັກ ຫົວໜ້າພະແນກການເງິນແຂວງ ໄດ້ກ່າວວ່າ: ກອງປະຊຸມດໍາເນີນຊີວິດການເມືອງຄັ້ງນີ້, ແມ່ນມີຄວາມໝາຍສໍາຄັນ ເຊິ່ງຈະໄດ້ເຊື່ອມຊຶມເອກະສານ ກ່ຽວກັບການປັບປຸງກົງຈັກການຈັດຕັ້ງ ເປັນຕົ້ນ: ຄໍາແນະນໍາ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ; ທິດທາງປັບປຸງກົງຈັກການຈັດຕັ້ງຢູ່ຂັ້ນທ້ອງຖິ່ນ ຂອງຄະນະຈັດຕັ້ງສູນກາງພັກ ແລະ ແຈ້ງການ ຂອງກະຊວງການເງິນ ເລື່ອງການກໍານົດ ໂຄງປະກອບກົງຈັກການຈັດຕັ້ງ ຂອງພະແນກການເງິນນະຄອນຫລວງ, ແຂວງ ແລະ ຫ້ອງການໆເງິນເມືອງ, ນະຄອນ, ໂດຍຈຸດປະສົງ ກໍ່ເພື່ອສ້າງຄວາມຮັບຮູ້-ເຂົ້າໃຈ, ຄວາມເປັນເອກະພາບທາງດ້ານແນວຄິດ ແລະ ການຈັດຕັ້ງປະຕິບັດ. ຊຶ່ງການປັບປຸງກົງຈັກການຈັດຕັ້ງ ແມ່ນເປັນວຽກທີ່ມີຄວາມຈໍາເປັນພາວະວິໄສ ເພື່ອແນໃສ່ປະຕິຮູບກົງຈັກ ແລະ ບຸກຄະລາກອນ ໃຫ້ໄປຕາມທິດກະທັດຮັດ, ສົມເຫດສົມຜົນ, ໂລ່ງລ່ຽນ, ແກ້ໄຂຂອດ-ຂັ້ນທີ່ບໍ່ຈໍາເປັນ ເຮັດໃຫ້ການບໍລິຫານຄຸ້ມຄອງລັດ, ການເຄື່ອນໄຫວວຽກງານມີຄວາມວ່ອງໄວ, ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ.
ໃນໂອກາດນີ້, ສະຫາຍ ຄໍາຮູ້ ອ່ອນມະນີ ກໍໄດ້ລາຍງານການເຄື່ອນໄຫວຽກງານ ໂດຍຍົກໃຫ້ເຫັນເຖິງຄວາມພະຍາຍາມ ແລະ ຜົນສໍາເລັດ ໃນການຈັດຕັ້ງປະຕິບັດແຜນງົບປະມານ ລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ ໃນ 6 ເດືອນຕົ້ນປີ 2025 ສາມາດເກັບລາຍຮັບໄດ້ທັງໝົດ 230,77 ຕື້ກີບ ທຽບໃສ່ແຜນເທົ່າກັບ 37,40% ໃນນີ້, ລາຍຮັບພູດສູນກາງ 61,68 ຕື້ກີບ ທຽບໃສ່ແຜນເທົ່າກັບ 64,80% ແລະ ລາຍຮັບພູດທ້ອງຖິ່ນ 169,02 ຕື້ກີບ ທຽບໃສ່ແຜນເທົ່າກັບ 32,40%; ສ່ວນລາຍຈ່າຍປະຕິບັດໄດ້ 237,05 ຕື້ກີບ ທຽບໃສ່ແຜນເທົ່າກັບ 48,51%. ຄາດຄະເນໝົດປີ 2025 ຈະສາມາດເກັບລາຍຮັບໄດ້ທັງໝົດ 537,45 ຕື້ກີບ ໃນນີ້, ລາຍຮັບພູດສູນກາງ 100,30 ຕື້ກີບ ແລະ ລາຍຮັບພູດທ້ອງຖິ່ນ 437,15 ຕື້ກີບ (ລາຍຮັບສ່ວຍສາອາກອນ 350,59 ຕື້ກີບ ແລະ ລາຍຮັບຊັບສິນ 86,56 ຕື້ກີບ).