ເຊກອງ ມີຄວາມພ້ອມແລ້ວ ໃນການດຳເນີນກອງປະຊຸມໃຫຍ່ ຄັ້ງທີ XI ອົງຄະນະພັກແຂວງ
22 Aug 2025 | ພຸດທະສອນ |
ສະຫາຍ ບຸນຫຼາຍ ບຸດທິ ຮັກສາການແທນເລຂາພັກແຂວງເຊກອງ ໃຫ້ສໍາພາດຕໍ່ນັກຂ່າວ ວ່າ: ມາຮອດປະຈຸບັນນີ້ ການກະກຽມດ້ານຕ່າງໆ ໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ ແມ່ນມີຄວາມພ້ອມແລ້ວ ທີ່ຈະດຳເນີນໄປຕາມກຳນົດເວລາທີ່ຄາດໝາຍໄວ້.
ຕະຫລອດການກະກຽມຄວາມພ້ອມດ້ານຕ່າງໆນັ້ນ, ຄະນະພັກ-ຄະນະນໍາ ກໍຄືບັນດາອະນຸ ທີ່ໄດ້ຮັບການແຕ່ງຕັ້ງ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຢ່າງມີຜົນສໍາເລັດ ເປັນຕົ້ນ: ທາງດ້ານເນື້ອໃນ ກໍໄດ້ກະກຽມສໍາເລັດຮ່າງລາຍງານການເມືອງທັງສອງພາກ, ຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ( 2026-2030 ), ຮ່າງບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ X ແລະ ດ້ານບຸກຄະລາກອນ ກໍໄດ້ດໍາເນີນການທາບທາມ ທັງ 3 ຮອບ ຕາມລະບຽບຫຼັກການຢ່າງຖືກຕ້ອງ; ໃນສ່ວນງົບປະມານ ທີ່ຈະນໍາໃຊ້ ແມ່ນໄດ້ຮັບການຈັດສັນ ຈາກກະຊວງການເງິນ ສົມທົບກັບເງິນເກີນແຜນ ຂອງແຂວງ ແລະ ເງິນລະດົມ ຈາກພາກທຸລະກິດຕ່າງໆຈໍານວນໜຶ່ງ; ນອກຈາກນັ້ນແລ້ວ, ຍັງໄດ້ນໍາພາວຽກງານການເມືອງ-ແນວຄິດ ໃຫ້ທົ່ວພັກ ທົ່ວສັງຄົມ ມີຄວາມສະຫງົບ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າໃນການຈັດ ຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ທ້າຍສະໄໝ; ໄດ້ສຸມໃສ່ຊຸກຍູ້, ຊີ້ນໍາການຈັດຕັ້ງປະ ຕິບັດປີມ້ວນທ້າຍ ຂອງມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງເຊກອງ ເຂົ້າສູ່ລວງເລິກ ໂດຍສະເພາະ ຂະບວນການຜະລິດກະສິກຳ (ການປູກ-ການລ້ຽງ) ຍົກສະມັດຕະພາບການຜະລິດ ຂອງປະຊາຊົນ ຕິດພັນກັບການຜະລິດກະສິກຳເປັນສິນຄ້າ ທີ່ມີຄຸນນະພາບ ນັບມື້ເພີ່ມຂຶ້ນ; ຂະບວນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຂະບວນການປະເມີນຜົນຂໍ້ແຂ່ງຂັນຮັກຊາດ ແລະ ພັດ ທະນາ, ສ້າງຊົນນະບົດໃໝ່ ແກ້ໄຂຄວາມຫຍຸ້ງຍາກ ແລະ ຄວາມທຸກຍາກ ຂອງປະຊາ ຊົນ ໄດ້ມີການຫັນປ່ຽນຫຼາຍດ້ານ; ການປະຕິບັດນະໂຍບາຍການສຶກສາ ເພື່ອທຸກຄົນ ສາມາດບັນລຸມາດຖານເງື່ອນໄຂການສຶກສາພາກບັງຄັບຊັ້ນມັດທະຍົມຕອນຕົ້ນ; ສໍາລັບວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ກໍໄດ້ມີການຍົກລະດັບໃຫ້ກຳລັງທະຫານ ແລະ ຕຳຫຼວດ ຕາມແຜນການປີ ໂດຍໄດ້ປັບປຸງ 4 ປະເພດກຳລັງຢູ່ຮາກ ຖານ ໃຫ້ໜັກແໜ້ນ ເພື່ອປະກອບສ່ວນຕ້ານປະກົດການຫຍໍ້ທໍ້ຕ່າງໆຢູ່ໃນສັງຄົມ ເຮັດໃຫ້ແຂວງເຊກອງ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ຮັກສາໄດ້ຄວາມສາມັກຄີບັນດາເຜົ່າ ພ້ອມກັນເຂົ້າຮ່ວມການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ; ຜົນງານ ແລະ ຂະບວນການທັງ ໝົດເຫຼົ່ານັ້ນ ເປັນປັດໃຈພື້ນຖານ ເຮັດໃຫ້ການກະກຽມຄວາມພ້ອມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ ໄປຕາມແຜນ ການ.
ໃນໂອກາດໃຫ້ສໍາພາດນີ້, ສະຫາຍ ບຸນຫຼາຍ ບຸດທິ ຮັກສາການແທນເລຂາພັກແຂວງເຊກອງ ໄດ້ຮຽກຮ້ອງມາຍັງການນໍາພັກ-ລັດທຸກຂັ້ນ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ຈົ່ງຮ່ວມແຮງຮ່ວມໃຈສາມັກຄີ ເປັນຈິດໜຶ່ງໃຈດຽວກັນ ປະ ກອບສ່ວນໃນຂະບວນການຕ່າງໆ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ການເມືອງ ແລະເຮັດໃຫ້ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ ດຳເນີນໄປຢ່າງມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.
Share: